ຕອນເຊົ້າວັນທີ 17 ພະຈິກ 2022 ຢູ່ສະໂມສອນເມືອງທົ່ງມີໄຊ ແຂວງ ໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງ 3 ວັນປະຫວັດສາດສຳຄັນຂອງວຽກງານກະສິກຳ ແລະ ປ່າໄມ້ຄື: ວັນຊົນລະປະທານແຫ່ງຊາດ 3 ພະຈິກ, ວັນສັກຢາກັນພະຍາດແຫ່ງຊາດ 11 ພະຈິກ ແລະ ວັນເປີດຂະບວນການຜະລິດພືດລະດູແລ້ງ 15 ພະຈິກ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສົມພອນ ໄຊດວງຕາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆທົ່ງມີໄຊ, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ສຳນັກງານ, ອົງການ, ກົມກອງ, ລັດວິສາຫະກິດ, ນາຍບ້ານ,ນ້ອງນັກຮຽນຕະຫຼອດຮອດກຸ່ມການຜະລິດຂອງໂຄງການຊົນລະກະເສດພາຍໃນເມືອງເຂົ້າຮ່ວມໃນພິທີທ່ານເຈົ້າເມືອງກໍ່ໄດ້ໃຫ້ກຽດຂຶ້ນປາຖະກາຖາ3ວັນປະຫວັດສາດດັ່ງກ່າວເຊິ່ງທ່ານໄດ້ໃຫ້ຮູ້ວ່າ:ການຈັດຕັ້ງພິທີສະເຫຼີມສະຫຼອງວັນຊົນລະປະທານແຫ່ງຊາດ, ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ ແລະ ວັນເປີດຂະບວນການຜະລິດພືດລະດູແລ້ງ ແມ່ນວຽກງານໜື່ງທີ່ມີຄວາມສໍາຄັນໃນຂົງເຂດກະສິກຳ ແລະ ປ່າໄມ້ ເຊິ່ງມັນຕິດພັນກັບການຜະລິດກະສິກໍາຢູ່ໃນເມືອງທີ່ອາຊີບສ່ວນໃຫຍ່ຂອງປະຊາຊົນແມ່ນຍຶດຖືການປູກຝັງ ແລະ ລ້ຽງສັດເປັນຕົ້ນຕໍ, ເປັນການປຸກລະດົມຊຸກຍູ້ສົ່ງເສີມການຜະລິດກະສິກຳ ຢູ່ພາຍໃນເມືອງໃຫ້ມີໃບໜ້າໃໝ່, ມີບາດກ້າວອັນໃໝ່ ໃນການຜະລິດ ຕາມທິດກະສິກຳສີຂຽວ, ສະອາດ ແລະ ປອດໄພ ເຊິ່ງໃນແຜນຍຸດທະສາດຂອງເມືອງໄດ້ວາງໄວ້ວ່າ: ສ້າງເມືອງທົ່ງມີໄຊໃຫ້ເປັນເມືອງກະສິກຳທັນສະໄໝ ຕິດພັນກັບການບໍລິການ ແລະການທ່ອງທ່ຽວທີ່ຍືນຍົງ. ມາຮອດປະຈຸບັນທົ່ວເມືອງມີຊົນລະປະທານທັງໝົດ 190 ແຫ່ງໃນນີ້ຖາວອນ 8 ແຫ່ງ ສາມາດສະໜອງນໍ້າຮັບໃຊ້ການຜະລິດໃນລະດູຝົນໄດ້ 642 ເຮັກຕາ ແລະລະດູແລ້ງໄດ້ 69 ເຮັກຕາ, ການປູກເຂົ້າຢູ່ພາຍໃນເມືອງ ມີທ່າເຕີບໃຫຍ່ຂະຫຍາຍຕົວຈົນສາມາດຜະລິດເຂົ້າກຸ້ມກິນຮັບປະກັນທາງດ້ານປະລິ ມານ ແລະຄຸນນະພາບ, ສາມາດຜະລິດເຂົ້າສົ່ງອອກໄດ້ຈຳນວນໜຶ່ງໃນປີຜ່ານມາພວກເຮົາສົ່ງເຂົ້າເປືອກ ອອກຂາຍໄດ້ທັງໝົດ 681 ໂຕນ ແລະ ເຂົ້າສານ 10 ໂຕນ. ວຽກງານສັກຢາປ້ອງກັນພະຍາດສັດໄດ້ເອົາໃຈໃສ່ໃນການສັກຢາປ້ອງກັນພະຍາດຕາມລະດູການ ແລະ ສາມາດແກ້ໄຂບັນຫາ ໂລກລະບາດ, ຊ່ວຍຫຼຸດຜ່ອນອັດຕາການຕາຍຂອງສັດໄດ້ດີພໍສົມຄວນ ເຮັດໃຫ້ອັດຕາການຂະຫຍາຍຕົວຂອງຝູງສັດບັນລຸເຖິງ 7,8% ຂຶ້ນໄປ ປະຈຸບັນທົ່ວເມືອງມີສັດລ້ຽງທັງໝົດ 171.798 ໂຕ ສັກຢາ ປ້ອງກັນພະຍາດສັດໄດ້ 9.340 ໂຕ ເທົ່າກັບ 5,4%,ວຽກງານການຜະລິດລະດູແລ້ງ ໄດ້ເອົາໃຈໃສ່ສົ່ງເສີມການຜະລິດເຂົ້ານາແຊງ, ປູກພືດລະດູແລ້ງຊະນິດຕ່າງໆ ເພື່ອຮັບໃຊ້ການບໍລິໂພກພາຍໃນເມືອງ ໃນປີຜ່ານມາສາມາດຜະລິດພືດຜັກໄດ້ 185 ເຮັກຕາ ຜົນຜະລິດ 4,903 ໂຕນ, ນາແຊງ 13.62 ເຮັກຕາ ຜົນຜະລິດ 49 ໂຕນ ໃນໂອກາດດຽວກັນນີ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ກໍ່ຍັງໄດ້ເຂົ້າຮ່ວມການສັກຢາປ້ອງກັນພະຍາດສັດລ້ຽງ ແລະ ເບິ່ງການປູກພືດລະດູແລ້ງຂອງປະຊາຊົນຢູ່ເຂດນາໝ້ຽງ ນຳຕື່ມອີກ.
ພາບ-ຂ່າວ: ສິງເພັດ ສຸນາເຄນ



