
ໃນໄລຍະແຕ່ວັນທີ 6-9 ສິງຫາ 2022 ຢູ່ເມືອງທ່າປາງທອງແຂວງ ສະຫວັນນະເຂດໄດ້ເກີດມີສະພາບຝົນຕົກຕິດຕໍ່ກັນເຮັດໃຫ້ເກີິດມີນໍ້າຂັງ ແລະຖ້ວມບ້ານເຮືອນ ແລະ ເນື້ອທີ່ທຳການຜະລິດຂອງພໍ່ແມ່ປະຊາຊົນຈຳນວນໜຶ່ງຕາມສາຍລຳນ້ຳເຊປ໋ອງ ຕໍ່ສະພາບການດັ່ງກ່າວການນໍາຂອງເມືອງພ້ອມດ້ວຍຄະນະກໍາມະການຕ້ານໄພພິບັດຂັ້ນເມືອງໄດ້ລົງຕິດຕາມສະພາບນໍ້າຖ້ວມຢູ່ບ້ານທີ່ໄດ້ຮັບຜົນກະທົບແລະໄດ້ນຳໃຊ້ກຳລັງທະຫານ-ຕຳຫຼວດ, ພະນັກງານ-ລັດຖະກອນສຸມໃສ່ໃຫ້ການຊ່ວຍເຫຼືອພໍ່ແມ່ປະຊາຊົນເຮັດໃຫ້ມີຄວາມປອດໄພໂດຍພື້ນຖານ


ປັດຈຸບັນສະພາບນ້ຳຢູ່ໃນເກນປົກກະຕິ; ຜ່ານການເກັບກຳຂໍ້ມູນເບື້ອງຕົ້ນບ້ານທີ່ໄດ້ຮັບຜົນກະທົບທັງໝົດ 09 ບ້ານມີ: ບ້ານຫ້ວຍໝື່ນຖ້ວມເຮືອນປະມານ 35 ຫຼັງ, ເລົ້າເຂົ້າ 20 ຫຼັງ ( ໄຫຼ 01 ຫຼັງ ), ວິດຖ່າຍ 30 ຫົວ, ນ້ຳບາດານ 31 ບໍ່, ໜອງປາ ແລະເນື້ອທີ່ນາຈຳນວນໜຶ່ງ, ບ້ານກຸດຮີ ( ຄຸ້ມກຸດລຳພັນ), ຖ້ວມເຮືອນປະຊາຊົນ 15 ຫຼັງ, ວັດ 01 ແຫ່ງ, ໜອງປາ ແລະເນື້ອທີ່ນາຈຳນວນໜຶ່ງ. ບ້ານທ່າສະລາຄຳ ຖ້ວມເຮືອນ 13ຫຼັງ, ເຮືອນພັກ 01 ຫຼັງ, ບ້ານໂນນຈານ, ບ້ານໜອງກັນ, ບ້ານນາຫົວຄວາຍ, ບ້ານພູແສງຄຳ, ບ້ານໃໝ່ໂພສີ ( ຄຸ້ມໃໝ່ເຊ ) ແລະບ້ານທົ່ງປາງຖ້ວມເນື້ອທີ່ນາ, ໜອງປາ,ຝາຍລວມແລະພື້ນຖານໂຄງລ່າງຈຳນວນໜຶ່ງ. ດ້ານພື້ນຖານໂຄງລ່າງ: ມີຫົວຂົວຂາດ ແລະເປ້ເພຈຳນວນ 04 ແຫ່ງ, ໃນນັ້ນ, ຫົວຂົວຂາດ 03 ແຫ່ງ (ຂົວເບເລບ້ານທ່າສະລາຄຳ 01 ແຫ່ງ, ຂົວເບຕົງແກ້ງແກບຢູ່ເສັ້ນທາງເລກທີ 2.6313 ຈຸດກິໂລແມັດທີ 36ມີ 01 ແຫ່ງ, ຂົວບ້ານຫ້ວຍໝື່ນຢູ່ເສັ້ນທາງ 2.6313 ຈຸດກິໂລແມັດທີ 42ມີ 01 ແຫ່ງ) ແລະຂົວເບເລບ້ານຫ້ວຍໝື່ນເປ້ເພໜັກ 01 ແຫ່ງບໍ່ສາມາດທຽວໄດ້, ໄດ້ຊຸກຍູ້ໃຫ້ອໍານາດການປົກຄອງບ້ານ ແລະພໍ່ແມ່ປະຊາຊົນຢູ່ໃນເຂດທີ່ມີຄວາມສ່ຽງຍົກຍ້າຍຜູ້ຄົນ, ສິ່ງຂອງ ແລະສັດລ້ຽງໄປຢູ່ຈຸດທີ່ສູງ., ສ່ວນການຄົມມະນາຄົມໃນບາງເຂດພົບຄວາມຫຍຸ້ງຍາກ.

ມູນຄ່າເສຍຫາຍທາງດ້ານເນື້ອທີ່ທໍາການຜະລິດກະສິກໍາ, ດ້ານພື້ນຖານໂຄງລ່າງ, ເສັ້ນທາງຄົມມະນາຄົມ ແລະດ້ານຜົນເສຍຫາຍອື່ນໆຍັງບໍ່ທັນສາມາດປະເມີນໄດ້.

ອັກສອນສິນ ນັກຂ່າວແຂວງສະຫວັນນະເຂດ