ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ນະຄອນໄກສອນ ພົມວິຫານ, ສອງຄອນ ແລະ ວິລະບູລີ ແມ່ນ 3 ເມືອງພາຍໃນແຂວງສະຫວັນນະເຂດ ທີ່ບໍ່ສາມາດໄຂສົກຮຽນໃໝ່ 2021-2022 ໄດ້ໃນວັນທີ 6 ກັນ ຍານີ້, ສ່ວນເມືອງນອງ ແມ່ນດຽວພາຍໃນແຂວງທີ່ສາ ມາດໄຂສົກຮຽນໃໝ່ໄດ້ທຸກໂຮງຮຽນ, ຂະນະທີ່ 11 ເມືອງທີ່ເຫລືອ ສາມາດໄຂສົກຮຽນໃໝ່ໄດ້ບາງໂຮງຮຽນ.
ທ່ານ ສີອຸດອນ ທອງສຸວັນ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະ ຫວັນນະເຂດ ໃຫ້ຮູ້ວ່າ: ຍ້ອນສະຫວັນນະເຂດ ເປັນແຂວງທີ່ມີແຮງງານລາວເດີນທາງກັບມາຈາກປະເທດໃກ້ຄຽງເປັນຈໍານວນຫລາຍ ເຮັດໃຫ້ສະຖານທີ່ຈໍາກັດບໍລິເວນບໍ່ພຽງ ຈິ່ງຈໍາເປັນຕ້ອງໄດ້ນຳສະ ຖານການສຶກສາຢູ່ບັນດາເມືອງ 100 ກວ່າແຫ່ງເປັນບ່ອນຈຳກັດບໍລິເວນ, ນອກຈາກນີ້ ແຮງງານທີ່ເດີນ ທາງກັບມາກວດພົບຕິດເຊື້ອພະຍາດໂຄວິດ-19 ແລ້ວແຜ່ໄປຍັງຊຸມຊົນເປັນຈຳນວນຫລາຍ ແລະ ມີທ່າອ່ຽງເພີ່ມ ຂຶ້ນ ເຮັດໃຫ້ຄະນະສະເພາະກິດທີ່ກ່ຽວຂ້ອງຮ່ວມກັບພະແນກສຶກສາທິການ ແລະ ກິລາແຂວງ ປະຊຸມຮ່ວມກັນ ແລະ ຕົກລົງວ່າ: 3 ເມືອງພາຍໃນແຂວງ ຄື: ນະຄອນໄກສອນ ພົມວິຫາ, ສອງຄອນ ແລະ ເມືອງວິລະບູລີ ບໍ່ສາມາດໄຂສົກຮຽນໃໝ່ທຸກໂຮງຮຽນໃນວັນທີ 6 ກັນຍາ ເນື່ອງຈາກມີຜູ້ຕິດເຊື້ອໃນຊຸມຊົນເປັນຈໍານວນຫລາຍ. ນອກຈາກນີ້ 11 ເມືອງ ແມ່ນສາມາດໄຂສົກຮຽນໃໝ່ໄດ້, ຍົກເວັ້ນບາງໂຮງ ຮຽນທີ່ນໍາໃຊ້ເປັນສູນຈໍາກັດບໍລິເວນ ແລະ ຢູ່ໃກ້ສູນຈຳກັດບໍລິເວນ, ສ່ວນອີກ 1 ເມືອງຄື ເມືອງນອງ ແມ່ນສາມາດໄຂສົກຮຽນໃໝ່ໄດ້ທຸກໂຮງຮຽນຍ້ອນບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນ.
ສຳລັບໃນສົກຮຽນໃໝ່ 2021-2022 ທົ່ວແຂວງສະ ຫວັນນະເຂດ ມີໂຮງ ຮຽນຝາກເດັກ ແລະ ອະນຸບານ 532 ແຫ່ງ, ປະຖົມສຶກສາ 1.237 ແຫ່ງ, ມັດ ທະຍົມສຶກສາ 230 ແຫ່ງ, ໃນນັ້ນ ມ.ຕົ້ນ 127 ແຫ່ງ, ມັດທະຍົມສົມບູນ 99 ແຫ່ງ ແລະ ມ.ປາຍ 4 ແຫ່ງ. ມີນັກຮຽນແຕ່ອະນຸບານຮອດມັດທະຍົມສຶກສາທັງໝົດ 1.950.000 ກວ່າຄົນ, ລັດຖະກອນຄູ ແລະ ພະນັກງານບໍລິຫານທັງໝົດ 8.300 ກວ່າຄົນ.
Cr: ບຸນຕຽງ ຈັນທະວົງ