ເນື່ອງຈາກມີຝົນຕົກຕິດຕໍ່ກັນເປັນເວລາຫຼາຍວັນເລີ່ມແຕ່ວັນທີ 4 ຕຸລາ 2021 ເປັນຕົ້ນມາ ເມືອງນອງແຂວງສະຫວັນນະເຂດໄດ້ມີຝົນຕົກໃນລະດັບປານກາງ ຈົນມາຮອດຄືນວັນທີ 6 ຕຸລາ 2021ຝົນໄດ້ຕົກລິນຕະຫຼອດທັງກາງເວັນ ແລະກາງຄືນຕິດຕໍ່ກັນ, ມີຄ່ອຍຫາແຮງ ເຮັດໃຫ້ສາຍນ້ຳຫ້ວຍ, ຮ່ອງຄອງບຶງ ແລະສາຍນ້ຳນ້ອຍໃຫ່ຍໄຫຼໂຮມໂຕເຂົ້າຫາກັນກໍ່ໃຫ້ເກີດມີນ້ຳຖ້ວມອັ່ງ, ນ້ຳຖ້ວມຂັງເປັນຕົ້ນແມ່ນ: ສາຍນ້ຳເຊລະນອງມີການຍື່ງໂຕຂຶ້ນຮອດແຄມຕາຝັ່ງເຊ ແລະ ຢູ່ໃນລະດັບວັງໄພແລ້ວ, ດັ່ງນັ້ນ:ຈຶ່ງແຈ້ງເຕືອນ ປະຊາ ຊົນຊາວບ້ານນ້ອງວິໄລ ຫຼືບ້ານທີ່ຢູ່ຕິດແຄມເຊລະນອງ ໃນເຂດພື້ນທີ່ຕ່ຳຈົ່ງມີສະຕິລະວັງຕົວຂຶ້ນຕື່ມໃນການໄປມາ ໂດຍສະເພາະປະຊາຊົນທີ່ມີໄຮ່ນາ, ຮົ້ວສວນຢູ່ພາກເຊລະນອງ ໃຫ້ຢຸດຕິການໄປມາ ແລະ ຂົນສັດລ້ຽງ,ສິ່ງຂອງຈຳເປັນໄປໄວ້ບ່ອນທີ່ສູງ ແລະ ປອດໄພ ເພື່ອລີກລ່ຽງຄວາມເສຍຫາຍທີ່ຈະເກີດຂຶ້ນ,ຖ້າຫາກວ່າຝົນຍັງສືບຕໍ່ຕົກລິນຈົນຮອດວັນທີ 11 ຕຸລາ2021ນີ້ຄາດວ່າເນື້ອທີ່ທຳການຜະລິດຂອງພໍ່ແມ່ປະຊາຊົນຊາວເມືອງນອງຈະຖືກຜົນກະທົບຢ່າງໜັກໜ່ວງເປັນຕົ້ນ: ຜົນຜະລິດເຂົ້ານາປີ ແລະເນື້ອທີ່ໄຮ່ສວນລຽບແຄມສາຍເຊລະນອງ


