ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 11 ຕຸລາ 2023 ເມືອງນາໝໍ້ ແຂວງອຸດົມໄຊ ໄດ້ຈັດງານວັນຕ້ານຢາເສບຕິດແຫ່ງຊາດຄົບຮອບ 22ປີ ແລະ ວັນປະກາດເອກະລາດ ສປປລາວ ຄົບ ຮອບ 78 ປີ ທີ່ສະໂມສອນ ກອງບັນຊາ ການ ປກສ ເມືອງນາໝໍ້ ເປັນກຽດກ່າວຄໍາປາໄສຂອງ ທ່ານ ວົງສະຫວັນ ເຈົ້າເມືອງ- ເມືອງນາໝໍ້ ປະທານປ້ອງກັນຊາດ ປ້ອງ ກັນຄວາມສະຫງົບເມືອງ, ມີ ທ່ານ ບຸນແອງ ສໍສະໝອນ ຄະນະປະຈໍາພັກເມືອງ ຫົວໜ້າ ປກສ ເມືອງ, ມີ ຄະນະປະຈໍາພັກ, ພະນັກງານນັກຮົບພາຍໃນ ກອງບັນຊາການ ປກສ ເມືອງເຂົ້າຮ່ວມ.
ໃນພິທີ ທ່ານເຈົ້າເມືອງໄດ້ຜ່ານເອກະສານວັນຕ້ານຢາເສບຕິດແຫ່ງຊາດຄົບຮອບ 22 ປີ ວັນທີ 12 ຕຸລາ 2001 ຫາ 12 ຕຸລາ 2023, ເອກະສານວັນປະກາດເອກະລາດ 12 ຕຸລາ 1945 ຫາ ວັນທີ 12 ຕຸລາ 2023 ຄົບຮອບ 78 ປີ, ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນ ແລະ ຂະບວນການ ຂອງວຽກງານ ຕ້ານຢາເສບຕິດ, ຍົກໃຫ້ເຫັນເຖີ່ງຄວາມພີລະອາດຫານ, ຄວາມສະຫຼາດສ່ອງໃສຂອງພັກ ແລະ ລັດ, ຜູ້ນໍາຮຸ່ນກ່ອນ ໃນການຊີ້ນໍານໍາພາ ຕໍ່ສູ້ກູ້ຊາດ ຍາດເອົາເອກະລາດມາສູ່ປວງຊົນລາວ ເຊີ່ງໄດ້ເປັນຂິດໝາຍສໍາຄັນສະແດງໃຫ້ໂລກຮັບຮູ້ຄວາມເປັນເອກະລາດ, ອະທິປະໄຕ, ເຂດນໍ້າແດນດີນຂອງຊາດລາວ. ໃນພິທີໄດ້ສະຫຼູບຜົນການຈັດຕັ້ງປະຕີບັດວຽກງານສະກັດກັ້ນ-ແກ້ໄຂບັນຫາຢາເສບຕິດ ຂອງກອງບັນຊາການ ປກສ ເມືອງນາໝໍ້. ໄລຍະຜ່ານມາ ໄດ້ລົງໂຄສະນາ, ເຜີຍແຜ່ ແລະ ສຶກສາອົບຮົມ ວຽກວາລະແຫ່ງຊາດ ກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢູ່ບ້ານເປົ້າໝາຍ 45 ບ້ານ ມີຜູ້ເຂົ້າຮ່ວມ 11 ພັນກວ່າຄົນ, ປະກາດບ້ານ ແລະ ຄອບຄົວ ປອດຢາເສບຕິດ ໄດ້ 11 ບ້ານ, ບໍາບັດດັດສ້າງ ຜູ້ຕິດຢາເສບຕິດ ຈໍານວນ 111ຄົນ, ມ້າງຄະດີຢາເສບຕິດ ແລະ ສົ່ງໃຫ້ ປກສ ແຂວງອຸດົມໄຊດໍາເນີນ ຈໍານວນ 15 ລາຍ, ຜູ້ຖືກຫາ 20 ຄົນ, ຂອງກາງຢາບ້າ 372ເມັດ, ຢາໄອ 3 ກ້ອນ, ຢາຝີ່ນ 1.5 ກິໂລກຼາມ, ປືນແກັບ 1ກະບອກ, ລົດຈັກ 5 ຄັນ. ໂອກາດນີ້ ໃນພິທີກໍ່ໄດ້ຈຸດທໍາລາຍ ຢາບ້າຫຼໍຊື້ຈໍານວນ 286 ເມັດ ແລະ ຢາສູບໄຟຟ້າ ຈໍານວນ 19 ອັນ, ຂີ່ຢາຝີ່ນ ຈໍານວນ 3 ຫໍ່ນ້ອຍ ແລະ ຕົ້ນກະທ້ອມ 2 ຕົ້ນ ເພື່ອທໍາລາຍຖີ້ມເປັບແບບຢ່າງແກ່ສັງຄົມໃນການສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ລຸດນ້ອຍຖ່ອຍລົງ.
ຂ່າວ ວ້າ ຈາມົວ