ເມືອງປະທຸມພອນ ແຂວງຈຳປາສັກ ຍົກລະດັບມາດຕະການປ້ອງກັນ,ຄວບຄຸມແລະແກ້ໄຂການລະບາດຂອງພະຍາດໂຄວິດ 19 ໃນຊຸມຊົນຢ່າງເຂັ້ມງວດທີ່ສຸດ ,ປະຈຸບັນໄດ້ປິດການເຂົ້າ-ອອກແລະຈຳກັດບໍລິເວນກຸ່ມສ່ຽງຢູ່ 4 ບ້ານເຂດແດງ ຄື: ບ້ານຫລັກ 40, ບ້ານເຜົ່າສຳພັນ, ບ້ານປະທຸມພອນ ແລະບ້ານກຽດໂງ້ງ ພາຍຫລັງພົບຜູ້ຕິດເຊື້ອພະຍາດໂຄວິດ 19 ໃຫມ່ເພີ່ມໃນມື້ວານນີ້ 54 ຄົນ.

ທ່ານ ວຽງສະໄຫມ ສິລິພອນພັນ ເຈົ້າເມືອງໆປະທຸມພອນ ທັງເປັນຫົວຫນ້າສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ19ຂັ້ນເມືອງໃຫ້ສຳພາດວ່າ: ປະຈຸບັນໄດ້ຍົກລະດັບມາດຕະການປ້ອງກັນຢູ່ບ້ານທີ່ມີຄວາມສ່ຽງເພື່ອເຝົ້າລະວັງແລະຕິດຕາມຜູ້ສຳພັດໃກ້ຊິດ ໂດຍຫ້າມທຸກຄົນທີ່ມີຄວາມສ່ຽງອອກຈາກບ້ານຢ່າງເດັດຂາດ ໂດຍຄະນະສະເພາະກິດຂັ້ນເມືອງ ໄດ້ສົມທົບກັບ ກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບເມືອງ ແລະຄະນະສະເພາະຂັ້ນບ້ານ ຈັດຕັ້ງກໍາລັງປ້ອງກັນເວນຍາມຕະຫລອດ 24 ຊົ່ວໂມງ ເພື່ອຈໍາກັດກຸ່ມສ່ຽງບໍ່ໃຫ້ເຂົ້າ-ອອກພາຍໃນ 4 ບ້ານເຂດແດງຢ່າງເດັດຂາດ , ນອກນີ້ຄະນະສະເພາະກິດຂັ້ນເມືອງ ຍັງໄດ້ຕິດຕາມ ແລະເກັບກຳແຍກປ່ຽວຜູ້ສຳພັດໃກ້ຊິດກັບຜູ້ຕິດເຊື້ອຈຳນວນ 90 ກວ່າຄົນ ເພື່ອບໍ່ໃຫ້ເຊື້ອພະຍາດໂຄວິດ19 ແຜ່ລາມເປັນບໍລິເວນກ້ວາງ .
ທ່ານ ວຽງສະໄຫມ ສິລິພອນພັນ ເຈົ້າເມືອງປະທຸມພອນ ແຂວງຈຳປາສັກໃຫ້ຮູ້ຕື່ມວ່າ:ເມືອງປະທຸມພອນ ຖືກມອບຫມາຍໃຫ້ຮັບຜິດຊອບສູນຈຳກັດບໍລິເວນຂອງແຂວງທີ່ມີແຮງງານລາວກັບຈາກປະເທດໄທ ຈຳນວນ 4 ສູນ ຄື: ສູນຫລັກ 21 ( 1 ) ,ສູນຫລັກ 21 ( 2 ),ສູນມັດທະຍົມສົມບູນບັງລຽງ ແລະສູນມັດທະຍົມສົມບູນຫລັກ 40 ປະຈຸບັນທົ່ວແຂວງຈໍາປາສັກ ມີສູນຈໍາກັດບໍລິເວນ 15ສູນ, ມີແຮງງານ ຈໍາກັດບໍລິເວນທັງຫມົດ 4.000ກວ່າຄົນ, ນັບແຕ່ມີການລະບາດຂອງພະຍາດໂຄວິດ19 ເປັນຕົ້ນມາ ທົ່ວເມືອງປະທຸມພອນ ມີຜູ້ຕິດເຊື້ອພະຍາດໂຄວິດ19 ສະສົມທັງໝົດ 254ຄົນ.
ໂດຍ: ອໍາໄພວັນ ວົງອໍາທອນ