ກອງປະຊຸມຄົບຄະນະບໍລິຫານງານພັກເມືອງປາກງື່ມ ກາງສະໄຫມ ຈັດຂຶ້ນໃນຕອນເຊົ້າວັນທີ 07 ກຸມພາ 2023 ທີ່ ຫ້ອງປະຊຸມເມືອງປາກງື່ມ ນະຄອນຫລວງວຽງຈັນ ,ໂດຍພາຍໃນການເປັນປະທານຂອງພົນຈັດຕະວາ ບົວພັນ ຟອງມະນີ ກຳມະການປະຈໍາພັກ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນທັງເປັນຜູ້ຊີ້ນໍາເມືອງປາກງື່ມ ,ທ່ານ ຄຳຫມູນ ຕຽງທະລາດ ເລຂາພັກເມືອງເຈົ້າເມືອງໆປາກງື່ມ,ມີຮອງເລຂາພັກ ,ພະນັກງານຂະແຫນງການອ້ອມຂ້າງເມືອງເຂົ້າຮ່ວມ.
ທ່ານ ຄຳຫມູນ ຕຽງທະລາດ ເລຂາພັກເມືອງເຈົ້າເມືອງໆປາກງື່ມມີຄຳເຫັນວ່າ: ເພື່ອກະກຽມໃຫ້ແກ່ກອງປະຊຸມກາງສະໄໜມີຜົນສຳເລັດອັນຈົບງາມ, ທົ່ວພັກ, ອົງການປົກຄອງ, ກຳລັງປະກອບອາວຸດ ແລະປະຊາຊົນບັນດາເຜົ່າເມືອງປາກງື່ມໄດ້ເປັນເຈົ້າການສ້າງຂະບວນການຢູ່ໃນຂົງເຂດຕົນເອງຮັບຜິດຊອບຢ່າງຕັ້ງໜ້າ,ໄດ້ເຮັດໃຫ້ເມືອງປາກງື່ມມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນມີຄວາມສະຫງົບປອດໄພ ແລະເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ. ເສດຖະກິດໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ,ຊີວິດການເປັນຢູ່ຂອງປະຊາຊົນ ມີບາດກ້າວຫັນປ່ຽນດີຂື້ນ, ລະບົບການເມືອງໄດ້ຮັບການປັບປຸງມີຄວາມໜັກແໜ້ນເຂັ້ມແຂງເປັນກ້າວໆ, ໂດຍໄດ້ນຳເອົາເນື້ອໃນບົດສະຫຼຸບການຊີ້ນໍາ-ນໍາພາວຽກງານຮອບດ້ານຂອງຄະນະບໍລິຫານງານພັກເມືອງປາກງື່ມ ສະໄໜທີ 5 ໃນໄລຍະກາງສະໄໜ ແລະທິດທາງ, ແຜນວຽກຈຸດສຸມ ແຕ່ນີ້ຮອດປີ 2025 ແລະເປົ້າໝາຍບຸກຄະລາກອນທີ່ຈະສະໝັກເປັນຄະນະບໍລິຫານງານພັກເມືອງໃນຄັ້ງຕໍ່ໄປ ເພື່ອທາບທາມຢັ່ງຫາງສຽງ ພ້ອມທັງໄດ້ນຳພາບັ້ນດຳເນີນຊີວິດການເມືອງຕື່ມອີກ.
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງປາກງື່ມ ກາງສະໄຫມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ພ້ອມກັນຮັບຟັງ ແລະຮັບຮອງເອົາຮ່າງສະຫຼຸບການຊີ້ນໍາ-ນໍາພາວຽກງານຮອບດ້ານຂອງຄະນະບໍລິຫານງານພັກເມືອງປາກງື່ມ ສະໄໜທີ 5 ໃນໄລຍະກາງສະໄໜ ແລະທິດທາງ, ແຜນວຽກຈຸດສຸມແຕ່ນີ້ຮອດປີ2025,ບົດສຳຫຼວດການນຳພາຂອງຄະນະບໍລິຫານງານພັກເມືອງປາກງື່ມ ກາງສະໄໝ,ເພື່ອເປັນການຢັ້ງຢືນຜົນງານການເຄື່ອນໄຫວຂອງຄະນະບໍລິຫານງານເມືອງປາກງື່ມ ໃນໄລຍະຜ່ານມາ ແລະວຽກງານອື່ນໆ.ກອງປະຊຸມຄົບຄະນະບໍລິຫານງານພັກເມືອງປາກງື່ມ ກາງສະໄຫມ ຈະດຳເນີນໄປຈົນຮອດວັນທີ 8 ກຸມພາ ຈຶ່ງສຳເລັດ
