ເມື່ອບໍ່ດົນມານີ້, ທ່ານໂພຄຳ ຈັນທະສຸກ ຮອງເຈົ້າເມືອງປາກຊັນ ແຂວງບໍລິຄຳໄຊ ຫົວໜ້າຄະນະສະເພາະກິດຂັ້ນເມືອງໃຫ້ຮູ້ວ່າ: ການນຳໃຊ້ເຮືອຫາປາ ຈຳນວນ 14 ບ້ານ ຕາມລຳແມ່ນ້ຳຂອງ ໃຫ້ໄດ້ຮັບຜົນດີ, ຖືກຕ້ອງຕາມມາດຕະການຜ່ອນຜັນ ໃນໄລຍະປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19.
ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ສຸມໃສ່ຕິດຕາມກວດກາວຽກງານດັ່ງກ່າວຢ່າງເຂັ້ມງວດ ຊຶ່ງໄລຍະຜ່ານມາ ຄະນະສະ ເພາະກິດຂັ້ນເມືອງ ໄດ້ລົງເຄື່ອນໄຫວແນະນຳໃນການທ້ອນ ໂຮມ, ຂຶ້ນສະຖິ ຕິເຮືອພາຍໃນເມືອງ ແລະ ແບ່ງເປັນເຂດໃນການຕິດຕາມຄຸ້ມຄອງ. ໃນນັ້ນ, ເຂດເທດສະບານ 1 ມີ 2 ບ້ານ, ມີຈຸດທ້ອນໂຮມເຮືອ 7 ຈຸດ, ມີເຮືອ 143 ລຳ, ເຂດເທດສະບານ 2 ແລະ ກ້ວຍອຸດົມ ມີ 6 ບ້ານ, ມີຈຸດທ້ອນໂຮມເຮືອ 9 ຈຸດ, ມີເຮືອ 217 ລຳ ແລະ ເຂດໂພນໄຊໃຕ້ມີ 6 ບ້ານ, ມີຈຸດທ້ອນໂຮມເຮືອ 9 ຈຸດ, ມີເຮືອ 341 ລຳ, ລວມສາມເຂດມີ 14 ບ້ານ, ມີ 25 ຈຸດ, ມີເຮືອທັງໝົດ 701 ລຳ.
ພ້ອມດຽວກັນຍັງໄດ້ນຳອົາຄຳສັ່ງ, ແຈ້ງ ການ ແລະ ນິຕິກຳຕ່າງໆຂອງທາງການກ່ຽວກັບການເຝົ້າລະວັງ, ຄວບຄຸມ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ລົງໄປຈັດຕັ້ງຜັນຂະຫຍາຍ ແລະ ເຜີຍແຜ່ຢູ່ຂັ້ນຮາກຖານຢ່າງທົ່ວເຖິງ. ສຳລັບມາດຕະການຜ່ອນຜັນ ກ່ຽວກັບການຄຸ້ມຄອງເຮືອຫາປາຕາມລຳແມ່ນ້ຳຂອງ ໄດ້ອະ ນຸຍາດໃຫ້ຊາວປະມົງ 14 ບ້ານ ສາມາດນຳໃຊ້ເຮືອຈັກ, ເຮືອພາຍໄດ້ ເພື່ອນຳໃຊ້ໃນການຫາປາ ແລະ ໄປທຳການຜະລິດແຕ່ 6 ໂມງເຊົ້າ ຫາ 6 ໂມງແລງ ແລະ ໃຫ້ເຕົ້າ ໂຮມເຮືອໄວ້ຈຸດເກົ່າ ໂດຍໄດ້ມອບໃຫ້ຊາວປະມົງແຕ່ລະບ້ານ ເປັນເຈົ້າການກຳນົດມາດຕະການຄວບຄຸມ, ການນຳໃຊ້ເຮືອໃນແຕ່ລະວັນ, ແບ່ງເປັນຈຸ, ເປັນໜ່ວຍ, ຈັດຕາມຄີວ, ມອບໃຫ້ອຳນາດການປົກຄອງແຕ່ລະບ້ານ ແຕ່ງຕັ້ງຄະນະຮັບຜິດຊອບເຮືອ ເພື່ອຄຸ້ມຄອງໃນແຕ່ລະຈຸດ, ຜັດປ່ຽນກັນຮັບຜິດຊອບຕິດຕາມ, ຈົດບັນທຶກເຮືອອອກ-ເຮືອເຂົ້າ ຕາມໂມງເວລາ ແລະ ມອບໃຫ້ໜ່ວຍກໍ່ສ້າງຮາກ ຖານ ປະຈຳຢູ່ແຕ່ລະເຂດ, ແຕ່ລະບ້ານ ລົງຕິດຕາມກວດກາຢ່າງເປັນປະຈຳ.
ເພື່ອເຮັດໃຫ້ການນຳໃຊ້ເຮືອໃນຈຳນວນ 14 ບ້ານ ຕາມລຳແມ່ນ້ຳຂອງ ໃຫ້ໄດ້ຮັບຜົນດີ, ຖືກຕ້ອງຕາມມາດຕະການຜ່ອນ ຜັນ ຄະນະສະເພາະກິດຂັ້ນເມືອງ ໄດ້ນຳໃຊ້ມາດຕະການ ແລະ ລະບຽບການຈຳ ນວນໜຶ່ງ ເປັນຕົ້ນແມ່ນ ຖ້າບຸກຄົນໃດບຸກຄົນໜຶ່ງ ນຳໃຊ້ເຮືອໄປໃນທາງບໍ່ຖືກ ຕ້ອງ ເຊັ່ນ: ຂົນສົ່ງສິນຄ້າຜິດກົດໝາຍ, ລັກເອົາຄົນຂ້າມເຂົ້າ-ອອກ ແມ່ນຈະໄດ້ໂຈະຈຸດການນຳໃຊ້ເຮືອທັງໝົດພາຍໃນບ້ານ, ຕໍ່ກັບບຸກຄົນຜູ້ກະທຳຜິດ ກໍຈະຖືກສືບສວນ-ສອບສວນ ແລະ ລົງໂທດຕາມລະບຽບກົດໝາຍ.
(ຂ່າວ-ພາບ: ວຽງສະຫວັນ)