ຄະນະພັກ – ອົງການປົກຄອງ ເມືອງປາກຊ່ອງ ແຂວງຈຳປາສັກ ຮ່ວມກັບໂຄງ ການຄຸ້ມຄອງອ່າງຮັບນໍ້າເຊປຽນ – ເຊນໍ້ານ້ອຍ ໄດ້ຈັດພິທີປູກຕົ້ນໄມ້ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ທີ 1 ມິຖຸນາ ຢູ່ທີ່(ຈຸດທັບອາລັກ) ບ້ານຫ້ວຍຊອຍ ເມືອງປາກຊ່ອງ ແຂວງຈຳປາສັກ ໃນຕອນເຊົ້າວັນທີ 6 ມິຖຸນາ 2022 ໂດຍມີທ່ານ ບຸນລິດ ເທບບຸນສູງ ຄະນະປະຈຳພັກເມືອງ,ຮອງເຈົ້າເມືອງປາກຊ່ອງ,ທ່ານ ຄຳພຽນ ເພຍສາຂາ ຕາງໜ້າພະແນກກະ ສິກຳ ແລະ ປ່າໄມ້,ຫົວໜ້າກອງຄຸ້ມຄອງປ່າສະຫງວນປ່າປ້ອງກັນ ເຊປຽນ – ເຊນໍ້ານ້ອຍ ພ້ອມຄະນະ,ມີທ່ານ ຄຳຮູ້ ມຸກດາຣາ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງປາກຊ່ອງ,ພະນັກງານຂະ ແໜງການຕ່າງໆ,ອຳນາດການປົກຄອງ ແລະປະຊາຊົນບ້ານຫ້ວຍຊອຍ (ຈຸດທັບອາລັກ) ກຸ່ມ 9 ເມືອງປາກຊ່ອງເຂົ້າຮ່ວມ.
ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຟັງຄຸນປະ ໂຫຍດຂຶງປ່າໄມ້,ຄວາມສຳຄັນໃນການປູກຕົ້ນໄມ້ ທີ່ມີຕໍ່ລະບົບນິເວດວິທະຍາ, ສະພາບແວດລ້ອມ, ເສດຖະກິດ – ສັງຄົມ ແລະ ຟັງລາຍງານສະພາບການກະກຽມການປູກຕົ້ນໄມ້ໃນຄັ້ງນີ້,ຊຶ່ງເບ້ຍໄມ້ທີ່ນຳມາປູກໃນຈຸດທັບອາລັກໃນຄັ້ງນີ້ ແມ່ນປະເພດໄມ້ເສດຖະກິດ ເຊັ່ນ: ໄມ້ຍາງ,ໄມ້ຂະຍູງ ລວມມີ ຈຳນວນທັງໝົດ 2 000 ຕົ້ນ ແລະປູກໃນເນື້ອທີ່ 2 ເຮັກຕາ.
ທ່ານ ບຸນລິດ ເທບບຸນສູງ ຮອງເຈົ້າເມືອງໆປາກຊ່ອງ ກ່າວວ່າ: ຈຸດປະສົງໃນການປູກຕົ້ນໄມ້ແມ່ນເພື່ອສະເຫຼີມສະ ຫຼອງວັນປູກຕົ້ນໄມ້ແຫ່ງຊາດ ທີ 1 ມິຖຸນາ ແລະທັງເປັນການຟື້ນຟູທົບແທນປ່າໄມ້ທີ່ຖືກທຳລາຍ ໃນຜ່ານມາ ທັງເປັນການປູກຈິດສຳນຶກໃຫ້ປະຊາຊົນ,ອະນຸຊົນ ແລະຄົນຮຸ່ນຫຼັງໄດ້ພ້ອມກັນເປັນເຈົ້າການໃນການປູກ ແລະ ປົກປັກຮັກສາປ່າໄມ້ຢ່າງເປັນຂະບວນກ້ວາງຂວາງຕອບສະໜອງຕາມແນວທາງນະໂຍບາຍຂອງພັກ,ແຜນ ການການປົກປັກຮັກສາປ່າໄມ້ທີ່ລັດຖະ ບານວາງອອກໃຫ້ປະກົດຜົນເປັນຈິງ.ເປັນຕົ້ນຍົກລະດັບຄວາມປົກຫຸ້ມປ່າໄມ້ໃຫ້ໄດ້ 73% ໃນປີ 2025 .ສ້າງໃຫ້ທົ່ວສັງຄົມປົກປັກຮັກສາປ່າໄມ້ເພື່ອເພີ່ມພື້ນທີ່ສີຂຽວ, ເພີ່ມເນື້ອທີ່ປ່າໄມ້ ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການສ້າງສາພັດທະນາປະເທດຊາດ.
ໃນຕອນທ້າຍພິທີຜູ້ເຂົ້າຮ່ວມໄດ້ພ້ອມ ກັນນຸ່ງເສື້ອສີຂຽວ ທີ່ມີເນື້ອໃນສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດທີ 1 ມິຖຸນາ ປີ 2022 ແລະ ສາມັກຄີກັນປູກຕົ້ນໄມ້ ທີ່ກຽມໄວ້ລຽບແຄມອ່າງຮັບນໍ້າເຊປຽນ – ເຊນໍ້ານໍ້ານ້ອຍ ທີ່ຈຸດທັບອາລັກ ບ້ານຫ້ວຍຊອຍ ກຸ່ມ 9 ເມືອງປາກຊ່ອງຢ່າງເປັນຂະບວນ ແລະ ສຳເລັດຕາມແຜນການທີ່ວາງໄວ້.
ເກດສະໜາ ແກ້ວສຸວັນນະແສງ


