ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ 20 ກໍລະກົດ ຄົບຮອບ 68 ປີ ໄດ້ຈັດຂື້ນຕອນເຊົ້າວັນທີ 19 ກໍລະກົດ 2023 ນີ້ທີ່ຢູ່ຫໍປະຊຸມໃຫຍ່ຂອງເມືອງປາກລາຍ ແຂວງໄຊຍະບູລີ ໂດຍການເຂົ້້າຮ່ວມຂອງທ່ານ ກອງສີ ວົງສີ ກໍາມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆປາກລາຍ ເຂົ້າຮວ່ມມີຄະນະປະຈໍາພັກເມືອງ ກໍາມະການພັກເມືອງ ຫົວໜ້າຫ້ອງການ ,ພະນັກງານອາວຸໂສບໍານານ, ແລະ ສະຫະພັນແມ່ຍິງຮາກຖານ ຈາກກົມກອງ ແລະ ບ້ານເທດສະບານເມືອງ.
ທ່ານ ກອງສີ ວົງສີ ເຈົ້າເມືອງໆປາກລາຍ ກ່າວວ່າ: ເພື່ອຫວນຄືນມູນເຊື້ອການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວ, ຜົນງານການເຄື່ອນໄຫວຂອງອົງການຈັດຕັ້ງສະຫະພັນແມ່ຍິງ ທີ່ໄດ້ອຸທິດຕົນເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ປົກປັກຮັກສາສ້າງສາພັດທະນາປະເທດຊາດ ກໍຄືພາລະກິດການພັດທະນາແມ່ຍິງລາວໃນແຕ່ລະຂັ້ນ ຕະຫຼອດໄລຍະ 65 ປີທີ່ຜ່ານມາ ເຊິ່ງເອື້ອຍ-ນ້ອງແມ່ຍິງເຮົາ ໄດ້ຕັ້ງໜ້າເຂົ້າຮ່ວມໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໜ່ ດ້ວຍຫຼາຍຮູບການ, ການຈັດຕັ້ງແມ່ຍິງໄດ້ຮັບການສ້າງຕັ້ງຂຶ້ນໄປພ້ອມກັນກັບການປະຕິວັດ ແມ່ຍິງໄດ້ສະໝັກເຂົ້າເປັນກອງຫຼອນ, ເຂົ້າຮ່ວມລໍາລຽງຂົນສົ່ງສະບຽງອາຫານ, ຢາ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ທີ່ຈໍາເປັນອື່ນໆໃຫ້ກໍາລັງປະຕິວັດ, ແມ່ຍິງລາວທີ່ຢູ່ເຂດປົກຄອງຂອງພວກສັດຕູ ກໍໄດ້ຕໍ່ສູ້ປະເຊີນໜ້າກັບພວກສັດຕູໃນແຕ່ລະວັນ, ເຖິງວ່າພວກສັດຕູຈະປາບປາມ, ຈັບກຸມຄຸມຂັງ ແຕ່ກໍບໍສາມາດເອົາຊະນະນໍ້າໃຈຮັກຊາດ, ຄວາມອົງອາດກ້າຫານ, ນໍ້າໃຈເສຍສະຫຼະ ແລະ ຄວາມຈົງຮັກພັກດີຕໍ່ການປະຕິວັດຂອງແມ່ຍິງລາວໄດ້, ກົງກັນຂ້າມ ຍິ່ງຖືກປາບປາມເທົ່າໃດ ແປວໄຟແຫ່ງຄວາມຮັກຊາດ ແລະ ຄວາມຄຽດແຄ້ນສັດຕູກໍຍິງເພີ່ມທະວີຂຶ້ນ; ພາຍໃຕ້ການນໍາພາຂອງພັກ ອົງການຈັດຕັ້ງແມ່ຍິງຢູ່ຂັ້ນຮາກຖານ ໄດ້ມີການເຄື່ອນໄຫວ ແລະ ເຕີບໃຫຍ່ຂະຫຍາຍຕົວນັບມື້ນັບກວ້າງຂວາງ ເປັນຕົ້ນການກໍາເນີດຂອງຄະນະຂົນຂວາຍສ້າງຕັ້ງສະມາຄົມແມ່ຍິງລາວຮັກຊາດ ເຊິ່ງໄດ້ປະກາດຢ່າງເປັນທາງການໃນວັນທີ 20 ກໍລະກົດ 1955 ຢູ່ເຂດທີ່ໝັ້ນຂອງການປະຕິວັດແຂວງຫົວພັນ,ໃນການສະເຫີລມສະຫລອງວັນທີ20 ກໍລະກົດ ຄັ້ງນີ້ຍັງໄດ້ມີກິດຈະການປະກວດອາຫານພື້ນບ້ານຂອງເອຶື້ອຍນ້ອງແມ່ຍິງບ້ານເທດສະບານ ຊົມການສະແດງສິນລະປະຂອງນ້ອງນ້ອຍຈາກສູນພັດທະນາເດັກ ແລະ ແຂງຂັນກິລາເປຕັ້ງຊິງຂັນຂອງທ່ານເຈົ້າເມືອງຢ່າງເປັນຂະບວນການຟົດຟື້ນ.
ຂ່າວ: ນັກຂ່າວເມືອງປາກລາຍ