ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດງານເທດສະການບຸນຜີໂຂນປະຈຳປີ 2023 ໃນລະຫວ່າງວັນທີ 2 ຫາ ວັນທີ 6 ມີນາ 2023 ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ ເລຂາພັກແຂວງ, ເຈົ້າແຂວງໄຊຍະບູລີ, ມີທ່ານ ກອງສີ ວົງສີ ເລຂາພັກເມືອງ ເຈົ້າເມືອງໆປາກລາຍ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກການ, ບັນດາທ່ານເຈົ້າເມືອງອ້ອມຂ້າງແຂວງ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດມວນຊົນຊາວເມືອງປາກລາຍເຂົ້າຮ່ວມຢ່າງຫຼວງຫຼາຍ.

ຢູ່ພາຍໃນພິທີເປີດງານ ບັນດາຜູ້ເຂົ້າຮ່ວມໄດ້ຮັບຊົມການສວນສະໜາມຂອງກ້ອນກຳລັງຕ່າງໆ, ຮັບຊົມການສະແດງສິນລະປະວັນນະຄະດີ, ຮັບຟັງການລາຍງານການກະກຽມຄວາມພ້ອມໃນການຈັດງານເທດສະການຈາກທ່ານ ບຸນພະລັງ ວິໄລສັກ ຮອງເຈົ້າເມືອງໆປາກລາຍ, ຈາກນັ້ນ ທ່ານ ກອງສີ ວົງສີ ເຈົ້າເມືອງ ທັງເປັນປະທານຈັດງານເທດ ສະ ການບຸນຜີໂຂນປະຈຳປີ 2023 ກໍ່ໄດ້ຂື້ກ່າວຕ້ອນຮັບແຂກ ພ້ອມທັງ ກ່າວເປີດພິທີເປີດງານເທດສະການບຸນຜີໂຂນປະຈຳປີ 2023 ຂື້ນຢ່າງເປັນທາງການ.


ພາຍຫຼັງສຳເລັດ ຄະນະປະທານ ພ້ອມດ້ວຍຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນລັ່ນຄ້ອງເກົ້າບາດ, ຕັດແຖບຜ້າ, ປ່ອຍປູມເປົ້າປ້າຍເປີດງານ ເພື່ອເປັນສັນຍາລັກໃຫ້ແກ່ງານເທດສະການບຸນຜີໂຂນໃນປີນີ້.
ງານເທດສະການບຸນຜີໂຂນທີ່ເມືອງປາກລາຍໃນປີນີ້ ກໍ່ໄດ້ມີຫຼາກຫຼາຍຈິດຈະກຳເປັນຕົ້ນແມ່ນ ພິທີເປີດຕະຫຼາດນັດເພື່ອວາງສະແດງ ແລະ ຊື້ຂາຍສິນຄ້າ ອຸປະ ໂພກ-ບໍລິໂພກ, ສິນຄ້າໂອດັອບ ຈາກບັນດາຫ້ອງການ, ລັດວິສາຫະກິດ ທັງພາຍໃນ ແລະ ຕ່າງປະເທດ, ສວນສະໜຸກສຳລັບເດັກນ້ອຍ, ການແຂ່ງຂັນຊ່ວງເຮືອເພດຊາຍ 20 ສີພາຍ, ການບໍລິການຂີ່ເຮືອຊົມວິວຕາມແມ່ນ້ຳຂອງ, ຊົມການປະກວດນາງທິດາພະເຫວດ ແລະ ການເດີນແບບເດັກສະຫຼາດ-ຄຳຮູ້, ຊົມການສະແດງສິລະປະວັນນະຄະດີ, ການປະກວດນັກຮ້ອງສຽງດີ, ຊົມການປະກວດຈູດບັ້ງໄຟດອກພື້ນບ້ານຢ່າງສວຍສົດງົດງາມ.


ພ້ອມນັ້ນ ກິດຈະກຳອັນຫຼັກໆພາຍໃນງານເທດສະການບຸນຜີໂຂນທີ່ເມືອງປາກລາຍ ນັ້ນກໍ່ແມ່ນພິທີແຫ່ອຸປະຄຸດ, ປ່ອຍຂະບວນຜີໂຂນ, ພິທີແຫ່ພະເຫວດສັນດອນ ແລະ ຂະບວນຂອງຜີໂຂນເຂົ້າເມືອງ, ການໃສ່ບາດ, ຖວາຍເຄື່ອງສັງຄະທານໃຫ້ແກ່ພຣະສົງ, ສຳມະເນນ ຢູ່ທີ່ວັດສີສະຫວ່າງວົງ ເຊິ່ງມີຄະນະນຳຂອງແຂວງ, ຂອງເມືອງ, ຜູ້ຄົນ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ຄວາມສົນໃຈ ແລະ ມີມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ໂດຍ: ທອງສະຫວັດ ໄຊຍະລາດ