ລາວ-ຫວຽດນາມ ຫວຽດນາມ-ລາວ ເປັນຕົ້ນແມ່ນວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ( 5 ກັນຍາ 1962 – 5 ກັນຍາ 2022 ) ແລະ ວັນວັນເຊັນສົນທິສັນຍາມິດຕະ ພາບ ແລະ ການຮ່ວມມື ລາວ-ຫວຽດ ນາມ ຄົບຮອບ 45 ປີ ( 18 ກໍລະກົດ 1962 – 18 ກໍລະກົດ 2022 ) ໃຫ້ມີຄວາມໝາຍ ແລະ ຄວາມສຳຄັນຢ່າງເລິກເຊິງ ມາໃນຕອນເຊົ້າວັນທີ 6 ມິຖຸນາ 2022 ນີ້ ທີ່ຫໍປະຊຸມໃຫຍ່ຂອງເມືອງປາກລາຍແຂວງໄຊຍະບູລີ ໄດ້ຈັດພິທີປາຖະ ກະຖາມູນເຊື້ອສອງວັນດັ່ງກ່າວ ໃຫ້ກຽດຂຶ້ນປາຖະກະຖາໂດຍທ່ານ ກອງສີ ວົງສີ ກໍາມະການພັກແຂວງເລຂາພັກເມືອງເຈົ້າເມືອງໆປາກລາຍ,ເຂົ້າຮວ່ມມີຄະນະປະຈໍາພັກເມືອງ,ກໍາມມະການພັກເມືອງ, ຫົວໜ້າ- ຮອງຫົວໜ້າຫ້ອງ ການ, ພະນັກງານປະຕິວັດອາວຸໂສບໍານານ,ລັດວິສາຫະກິດ,ພະນັກງານຫຼັກແຫຼ່ງອອ້ມຂ້າງເມືອງ ແລະ ບໍລິສັດຜູ້ປະກອບການຊາວຫວຽດນາມທີ່ປະຈໍາຢູ່ເມືອງເຂົ້າຮວ່ມ.
ໃນພິທີທ່ານເຈົ້າເມືອງໆປາກລາຍກໍໄດ້ຍົກໃຫ້ຮູ້ເຖິງ ມູນເຊື້ອປະຫວັດສາດຂອງການພົວພັນຮ່ວມມືມາແຕ່ຍາວນານ ຂອງສອງພັກສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ພາຍໃຕ້ການນຳພາຂອງຜູ້ນຳສອງປະເທດທີ່ມີຄວາມກ້າຫານ ສະຫຼາດສ່ອງໃສ່ ເປັນຈິດໜື່ງໃຈດຽວກັນ ພ້ອມກັນຕໍ່ສູ້ເພື່ອປົດປ່ອຍປະເທດຊາດ ຍາດເອົາເອກະລາດຈາກພວກຈັກກະພັດຜູ້ຮຸກຮານ ຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປະນາປະເທດຂອງຕົນຂຶ້ນ ການພົວພັນຮ່ວມມືຂອງສອງຊາດ ລາວ-ຫວຽດນາມ ເປັນຕົວແບບແຫ່ງການພົວພັນທີ່ຍິ່ງໃຫຍ່ ເປັນການພົວພັນທີ່ບໍລິສຸດຜຸດຜ່ອງ ແລະ ຫາຍາກຢູ່ໃນໂລກ ເຊິງຜູ້ນຳພັກ ລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ ກໍໄດ້ຖະນຸຖະໜອມເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບອັນຍິ່ງໃຫຍ່ ແລະ ການພົວພັນຮ່ວມມືແບບພິເສດ ຢ່າງສະເໝີຕົ້ນສະ ເໝີປາຍ ການເລົ່າ ຄືນມູນເຊື້ອການພົວພັນຮ່ວມມື ມິດຕະພາບ ຂອງສອງຊາດລາວ-ຫວຽດນາມໃນຄັ້ງນີ້ ກໍ່ເພື່ອເປັນການໂຄສະນາ-ສຶກສາອົບຮົມ ໃຫ້ພະນັກງານລັດຖະກອນ ທະຫານ ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ເລິກເຊິງໜັກແໜ້ນ ເພື່ອພ້ອມກັນສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງສອງຊາດລາວ- ຫວຽດນາມ ໃຫ້ໝັ້ນຄົງຖະໜົງແກ່ນ ແລະ ພ້ອມກັນສືບຕໍ່ໃນການພົວພັນຮ່ວມມື ແລກປ່ຽນບົດຮຽນນຳກັນຢ່າງຮອບດ້ານ ສ້າງຄວາມເຊື່ອໝັ້ນເຊິງ ກັນແລະ ກັນ ພ້ອມກັນປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ.
ຂ່າວ: ກ່າ ຄຸດທະວົງສັກ
