ລະຫວ່າງວັນທີ 7-8 ກັນຍາ 2022 ນີ້ ຄະນະນຳຂອງເມືອງນານ ນຳພາໂດຍທ່ານ ຄຳເກັ່ງ ຈັນທະວີສຸກ ,ເຈົ້າເມືອງໆນານ ແຂວງຫລວງພະບາງພ້ອມດ້ວຍຄະນະ ໄດ້ເດີນທາງແລກປ່ຽນບົດຮຽນ ຢູ່ເມືອງປາກລາຍ ແຂວງໄຊຍະບູລີ ເຊິ່ງໃຫ້ການຕ້ອນຮັບໂດຍທ່ານ ກອງສີ ວົງສີ, ເຈົ້າເມືອງໆປາກລາຍ ພ້ອມດ້ວຍຄະນະ ຕະຫລອດຮອດນັກທຸລະກິດ, ຜູ້ປະກອບການທຸລະກິດດ້ານຫົວມັນຕົ້ນ.
ຈຸດປະສົງໃນການເຄື່ອນໄຫວຢ້ຽມຢາມ ພົບປະແລກປ່ຽນບົດຮຽນຂອງຄະນະນໍາ ເມືອງນານ ແຂວງຫລວງພະບາງໃນຄັ້ງນີ້ ກໍ່ເພື່ອລົງສຶກສາແລກປ່ຽນບົດຮຽນ, ຄຸ້ມຄອງການລົງທຶນປູກມັນຕົ້ນຢູ່ເມືອງປາກລາຍ ທັງທົບທວນຄືນບັນດານະໂຍບາຍຕ່າງໆ ທີ່ໄດ້ຮັບຈາກຂັ້ນແຂວງ, ໂດຍສະເພາະແມ່ນການຜະລິດແປ້ງມັນຕົ້ນ, ຄວາມຮັບຜິດຊອບແຕ່ລະຂະແໜງການ ທີ່ມີສ່ວນຮ່ວມເຂົ້າໃນການຜະລິດກະສິກຳ (ກຸ່ມຊາວກະສິກອນ, ການເຂົ້າເຖິງສິນເຊື່ອ, ສັນຍາຊື້-ຂາຍ ແລະ ອື່ນໆ). ແຜນຍຸດທະສາດແຕ່ລະຂະແໜງການ ທີ່ພົວພັນເຖິງວຽກງານການຜະລິດ ແລະ ການຄ້າ ລຽບຕາມຊາຍແດນລາວ-ໄທ ລວມທັງຈຸດດີ, ຈຸດອ່ອນ ແລະ ການປະເມີນຜົນການແກ້ໄຂບັນຫາດັ່ງກ່າວ.
ຈາກນັ້ນ ການນຳທັງສອງເມືອງ ໄດ້ພ້ອມທັງລົງຢ້ຽມຊົມການປູກມັນຕົ້ນຂອງຊາວກະສິກອນ, ສະຖານທີ່ເກັບຊື້ມັນຕົ້ນ ແລະ ໂຮງງານຜະລິດແປ້ງມັນຕົ້ນຂອງນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ທີ່ມາລົງທຶນຢູ່ເມືອງປາກລາຍຕື່ມອີກ.
ໂດຍ: ທອງສະຫວັດ ໄຊຍະລາດ


