ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 21 ເມສາ 2022 ນີ້ທີ່ສະໂມສອນເມືອງລະຄອນເພັງ ໄດ້ມີກອງປະຊຸມເພື່ອກຽມຄວາມພ້ອມໃຫ້ແກ່ເປີດຂະບວນການໃຫ້ວັກຊີນກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍຕິດພັນກັບການໃຫ້ວັກຊີນກັນພະຍາດໂຄວິດ-19 ແລະວັກຊີນຮອບປົກກະຕິແບບຕະລຸມບອນ ໂດຍການເປັນປະທານຮ່ວມ ຂອງທ່ານ ໄຊຊະນະ ສີສະຫວັດ ຮອງເຈົ້າເມືອງລະຄອນເພັງ ຜູ້ຊີ້ນໍາວຽກວັດທະນະທໍາ-ສັງຄົມ, ທ່ານ ນາງ ບຸນໂຮມ ໂງນກະເສີມສຸກ ຮອງຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ ແລະທ່ານ ພູວຽງ ຜິ່ນຄໍາຜິວ ຫົວໜ້າຫ້ອງການສາທາລະນະສຸກເມືອງລະຄອນເພັງ ມີຫົວໜ້າ-ຮອງຫ້ອງການອ້ອມຂ້າງເມືອງ, ຫົວໜ້າໂຮງໝໍຊຸມຊົນ-ໂຮງໝໍນ້ອຍ, ກອງເລຂາຂັ້ນແຂວງ-ເມືອງ ແລະວິຊາການກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ເພັດສະໝອນ ແກ້ວດາລາ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ ໄດ້ລາຍງານສະພາບການ ຈັດຕັ້ງປະຕິບັດ ວຽກງານໃຫ້ວັກຊີນກັນພະຍາດໂຄວິດ-19 ແລະວັກຊີນຮອບປົກກະຕິ, ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດ, ດ້ານດີ-ອ່ອນ, ຂໍ້ຄົງຄ້າງ, ສິ່ງທ້າທາຍ, ບົດຮຽນ, ທິດທາງແກ້ໄຂ ແລະແຜນການເຄື່ອນໄຫວໃຫ້ວັກຊີນກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ຕິດພັນກັບການໃຫ້ວັກຊີນກັນພະຍາດໂຄວິດ-19 ແລະວັກຊີນຮອບປົກ ກະຕິ ເຊິ່ງຈະໄດ້ຈັດຕັ້ງປະຕິບັດໃນລະຫວ່າງວັນທີ 25 ເມສາ-ວັນທີ 5 ພຶດສະພາ 2022 ໂດຍໄດ້ວາງຄາດໝາຍໃຫ້ບັນລຸຫຼາຍກວ່າ 96%… ຈາກນັ້ນ, ເພື່ອເຮັດໃຫ້ຂະບວນການໃຫ້ວັກຊີນກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍຕິດພັນກັບການໃຫ້ວັກຊີນກັນພະຍາດໂຄວິດ-19 ແລະວັກຊີນຮອບປົກກະຕິ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມິປະສິດທິພາບ ແລະບັນລຸຕາມເປົ້າໝາຍ ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນຄົ້ນຄ້ວາແລກປ່ຽນປະກອມຄໍາຄິດເຫັນໂດຍແນ່ໃສ່ແກ້ໄຂບັນດາຂໍ້ຄົງຄ້າງ, ຂອດປະສານງານ ແລະມາດຕະການໃນການຈັດຕັ້ງປະຕິບັດ ແລະຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການມີຄໍາເຫັນຊີ້ນໍາຂອງຄະນະປະທານກອງປະຊຸມຕື່ມອີກ.