
ໃນວັນທີ 6 ເມສາ 2022ນີ້ ທີ່ສະໂມສອນເມືອງລະຄອນເພັງ ໄດ້ມີກອງປະຊຸມສ້າງແຜນປະຕິບັດງານແບບບຸກທະລຸໃນວຽກງານຢຸດຕິການຖ່າຍຊະຊາຍ ໂດຍການເປັນປະທ່ານຮ່ວມ ຂອງທ່ານ ທອງດີ ຈັນທະວົງ ເຈົ້າເມືອງລະຄອນເພັງ ແລະທ່ານ ດຣ ອາຄົມ ລໍ່າວິຈິດ ຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ ມີຄະນະກໍາມະການຊີ້ນໍາວຽກ (ຊຈສ) ຂັ້ນເມືອງ, ກອງເລຂາຊ່ວຍວຽກ, ຜູ້ຊ່ວຍບ້ານ, ນາຍບ້ານ 17 ບ້ານກ່ຽວຂ້ອງ ແລະວິຊາການສາທາລະນະສຸກຂັ້ນແຂວງ ແລະຂັ້ນເມືອງເຂົ້າຮ່ວມ.


ໃນກອງປະຊຸມ ທ່ານ ສົມພອນ ຄໍາໂສພາ ຫົວໜ້າຫ້ອງວ່າການເມືອງ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າເມືອງລະຄອນເພັງ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການ ແລະກອງເລຂາຊ່ວຍວຽກ (ຊຈສ) ຂັ້ນເມືອງ ເຊິ່ງປະກອບມີ 9 ຫ້ອງການ ໂດຍແມ່ນທ່ານ ຮອງເຈົ້າເມືອງຜູ້ຊີ້ນໍາວຽກວັດທະນະທໍາ-ສັງຄົມ ເປັນປະທານຊີ້ນໍາ, ທ່ານ ດຣ ສາລີ ວົງຄໍາແພງ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ ໄດ້ຜ່ານບົດສະຫຼຸບ ແລະແຜນດໍາເນີນງານແບບບຸກທະລຸວຽກງານ ຊຸມຊົນເປັນເຈົ້າການດ້ານສຸຂະອະນາໄມ ແລະສຸຂາພິບານ ເຊິ່ງມາຮອດປັດຈຸບັນ ເມືອງລະຄອນເພັງມີບ້ານຊຸມຊົນເປັນເຈົ້າການດ້ານສຸຂະອະນາໄມ ແລະສຸຂາພິບານ 58 ບ້ານ, ກວມເອົາ 77,33% ຂອງຈໍານວນບ້ານທັງໝົດ ແລະແຜນສືບຕໍ່ສ້າງໃຫ້ສໍາເລັດໃນປີ 2022 ອີກ 17 ບ້ານ ເພື່ອຮອງຮັບໃຫ້ແກ້ການປະກາດເມືອງລະຄອນເພັງ ເປັນເມືອງຢຸດຕິການຖ່າຍຊະຊາຍ ໃນທ້າຍປີ 2022. ເພື່ອໃຫ້ບັນລຸເປົ້າໝາຍໃນການປະກາດຮັບຮອງ 75 ບ້ານທົ່ວເມືອງ ເປັນບ້ານຢຸດຕິການຖ່າຍຊະ ຊາຍ ແລະປະກາດເປັນເມືອງຢຸດຕິການຖ່າຍຊະຊາຍໃນທ້າຍປີ 2022 ແມ່ນຈະໄດ້ສຸມໃສ່ແຕ່ງຕັ້ງທີມງານລົງກະຕຸ້ນຊຸມຊົນ, ລົງນໍາພາກໍ່ສ້າງວິດຖ່າຍ, ລາຍງານ ແລະຂໍທິດຈາກຄະນະຊີ້ນໍາຂັ້ນເມືອງ ເພື່ອແກ້ໄຂບັນຫາຕ່າງໆ.


ຈາກນັ້ນ, ກອງປະຊຸມໄດ້ປືກສາຫາລື ແລກປ່ຽນປະກອບຄໍາຄິດເຫັນ, ຮັບຟັງບັນຫາ, ຂໍ້ຫຍຸ້ງຍາກ ແລະຄໍາສະ ເໜີຂອງບ້ານ, ນາຍບ້ານ 17 ບ້ານ, ຜູ້ຊ່ວຍບ້ານ ແລະຂະແໜງການ ເຊັນບົດບັນທຶກໃນການສ້າງບ້ານຢຸດຕິການຖ່າຍຊະຊາຍ ແລະກອງປະຊຸມຍັງໄດ້ຮັບຟັງການມີຄໍາເຫັນຊີ້້ນໍາ ຂອງຄະນະປະທານກອງປະຊຸມຕື່ມອີກ.
Cr: ສື່ມວນຊົນລະຄອນເພັງ