ເມືອງລະຄອນເພັງ, ແຂວງສາລະວັນ ຈັດພິທີປາຖະ ກະຖາ 5 ວັນສໍາຄັນໃນວັນທີ 3 ມີນາ 2021 ທີ່ສະໂມ ສອນເມືອງ ໂດຍການເປັນປະທານຂອງທ່ານ ໜູໄຊ ຈັນດາວົງ ຮອງເລຂາພັກ ປະທານກວດກາພັກ-ລັດເມືອງ.
ໃນພິທີ ທ່ານ ນາງ ສົມຫັວງ ເນັນທະເພັດ ປະທານສະຫະ ພັນແມ່ຍິງເມືອງ ໄດ້ຂຶ້ນຜ່ານເອກະສານວັນແມ່ຍິງສາກົນ ທີ 8/3/1910-8/3/2021ຄົບຮອບ 111 ປີ ໂດຍໄດ້ຍົກໃຫ້ເຫັນເຖິງປະຫັວດຄວາມເປັນມາຂອງວັນແມ່ຍິງສາກົນ ເຊິ່ງໄດ້ກຳເນີດເກີດຂຶ້ນໃນທ່າມກາງສະພາບເສດຖະກິດຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວແຕ່ຊ້ຳພັດເພີ່ມຄວາມທຸກຍາກລຳບາກໃຫ້ແກ່ຊາວຜູ້ອອກແຮງງານໂດຍສະເພາະແມ່ຍິງ ຖືກກົດຂີ່ຂູດຮີດຢ່າງໜັກ ຈົນຮອດວັນທີ 8ມີນາ 1908 ຊາວກຳມະກອນແມ່ຍິງໄດ້ເດີນຂະບວນທວງໃຫ້ຢຸດເຊົາການຂູດຮີດແຮງແມ່ຍິງ ແລະ ເດັກນ້ອຍ , ເຊິ່ງວັນທີ 8 ມີນາ ແມ່ນເຫດການການເມືອງທີ່ສຳຄັນເປັນຂີດໝາຍແຫ່ງໄຊຊະນະອັນພື້ນ ຖານຂອງຂະ ບວນການແມ່ຍິງສາກົນໃນການທວງເອົາສິດຜົນປະໂຫຍດອັນເປັນທຳໃຫ້ແມ່ຍິງໃນທົ່ວໂລກເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງເພື່ອປົດປ່ອຍຕົນເອງ ແລະ ທວງສິດສະເໝີພາບ ປະຊາທິປະໄຕຄືກັນກັບຜູ້ຊາຍ ນອກນັ້ນເພິ່ນຍັງໃຫ້ຮູ້ເຖິງນະໂຍບາຍ ແລະ ກົນໄກສົ່ງເສີມຄວາມກ້າວ ໜ້າຂອງແມ່ຍິງໃນ ສ ປ ປ ລາວ ອີກດ້ວຍ.
ຈາກ ທ່ານ ສີປະເສີດ ສຸວັນນະທອງສາ ປະທານຄະນະບໍລິຫານງານສະຫະພັນກຳມະບານເມືອງ ຂຶ້ນຜ່ານເອກະສານ ວັນສ້າງຕັ້ງກຳມະບານ 1/2/1956 – 1/2/2021 ຄົບຮອບ 65 ປີ.
ທ່ານ ນາງ ສຸວັນນີ ລາຊະວົງເມືອງ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຂຶ້ນຜ່ານເອກະ ສານວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫຼະຊີວິດເພື່ອປະເທດຊາດ 21/3/1946-21/3/2021 ຄົບຮອບ 75 ປີ.
ໃນທ້າຍພິທີ ທ່ານ ໜູໄຊ ຈົນດາວົງ ຮອງເລຂາພັກປະທານກວດກາພັກ-ລັດເມືອງ ໄດ້ຜ່ານເອກະສານວັນສ້າງຕັ້ງພັກກອມມູນິດອິນດູຈີນ 3/2/1930-3/2/2021 ຄົບຮອບ 91 ປີ ແລະ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955 – 22/3/2021 ຄົບຮອບ 66 ປີ.
Cr: ນາງ ຈັນດາວອນ ສີນາມົນຕີ, ຖວທ ເມືອງລະຄອນເພັງ
Loading...