ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 20 ເມສາ 2022 ນີ້ ທີ່ສະໂມສອນເມືອງ ທ່ານ ພູວຽງ ຜິ່ນຄໍາຜິວ ກໍາມະການພັກເມືອງ ຫົວໜ້າຫ້ອງການ ສາທາລະນະສຸກເມືອງລະຄອນເພັງ ໄດ້ໃຫ້ຮູ້ ໃນໂອກາດເຂົ້າຮ່ວມກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ 3 ວຽກສໍາຄັນປະຈໍາເດືອນເມສາ ຂອງຄະນະບໍລິຫານງານພັກເມືອງວ່າ: ວຽກງານຊຸມຊົນເປັນເຈົ້າການດ້ານສຸຂະອານາໄມ (ຊຈສ) ແມ່ນໜຶ່ງໃນຍຸດທະສາດຂອງກະຊວງສາທາລະນະສຸກວາງອອກ, ມີຄວາມສໍາຄັນດ້ານສຸຂະອານາໄມ ແລະສຸຂະພິບານ ໂດຍສະເພາະການບົວລະບັດຮັກສາລະບົບນໍ້າດື່ມ-ນໍ້າໃຊ້, ການນຸ່ງຖື, ການຮັກສາສະພາບແວດລ້ອມ, ການຊົມໃຊ້ວິດຖ່າຍ ແລະການລ້າງມືໃສ່ສະບູ. ການຈັດຕັ້ງປະຕິບັດວຽກງານຊຸມຊົນເປັນເຈົ້າການດ້ານສຸຂະອານາໄມ (ຊຈສ) ຢູ່ເມືອງລະຄອນເພັງ ແມ່ນໄດ້ເລີ່ມໃນປີ 2018 ໂດຍປະຕິບັດຄຽງຄູ່ກັບການສ້າງບ້ານສາທາລະນະສຸກແບບຢ່າງ ພາຍໃຕ້ການຊີ້ນໍາຂອງຄະນະພັກເມືອງ-ພະແນກສາທາລະນະສຸກແຂວງ, ການມີສ່ວນຮ່ວມຂອງແໜງ ການອ້ອມຂ້າງເມືອງ ແລະຄວາມເປັນເຈົ້າການຂອງບ້ານ ເຊິ່ງມາຮອດປັດຈຸບັນທົ່ວເມືອງ ມີບ້ານຊຸມຊົນເປັນເຈົ້າການດ້ານສຸຂະອານາໄມ 58 ບ້ານ, ກວມເອົາ 77,33% ແລະບ້ານສາທາລະນະສຸກແບບຢ່າງ 60 ບ້ານ, ກວມເອົາ 80% ຂອງຈໍານວນບ້ານທົ່ວເມືອງ ເພື່ອຮອງຮັບໃຫ້ແກການປະກາດເມືອງລະຄອນເພັງ ເປັນເມືອງຢຸດຕິການຖ່າຍຊະຊາຍ ແລະເມືອງສາທາລະນະສຸກແບບຢ່າງໃນທ້າຍປີ 2022 ແມ່ນຕ້ອງໄດ້ສຸມໃສ່ສ້າງບ້ານຊຸມຊົນເປັນເຈົ້າການດ້ານສຸຂະອານາໄມທີ່ຍັງຄົງຄ້າງຈໍານວນ 17 ບ້ານໃຫ້ສໍາເລັດ ເຊິ່ງຕາມແຜນແມ່ນຈະໃຫ້ສໍາເລັດພາຍໃນເດືອນກັນຍາ ຈາກນັ້ນ, ເດືອນຕຸລາ ແມ່ນໃຫ້ໄດ້ປະເມີນເມືຶອງ ແລະເດືອນພະຈິກ 2022 ແມ່ນໃຫ້ໄດ້ປະກາດເມືອງລະຄອນເພັງເປັນເມືອງຢຸດຕິການຖ່າຍຊະຊາຍ ແລະເມືອງສາທາລະນະສຸກແບບຢ່າງ. ສໍາລັບຄວາມຄືບໜ້າການຈັດຕັ້ງປະຕິບັດ ມາຮອດປັດ ຈຸບັນແມ່ນໄດ້ສໍາເລັດການຮັບຮອງແຜນການເຄື່ອນໄຫວ, ສໍາເລັດການປັບປຸງແຕ່ງຕັ້ງຄະນະກໍາມະການ ຊຈສ ຂັ້ນເມືອງ, ສ້າງບົດບັນທຶກແຂ່ງຂັນຮ່ວມ 3 ຝ່າຍ (ບ້ານ, ໂຮງໝໍນ້ອຍ ແລະພະນັກງານລົງຊ່ວຍບ້ານ). ສ່ວນການລົງເຄື່ອນໄຫວຊຸກຍູ້ຕົວຈິງ ແມ່ນຈະໄດ້ຈັດຕັ້ງປະຕິບັດເລີມແຕ່ວັນທີ 27 ເມສາເປັນຕົ້ນໄປ ໂດຍແບ່ງເປັນ 2 ຈຸເຄື່ອນໄຫວ.