
ໃນວັນທີ 19 ສິງຫາ 2022 ນີ້ເມືອງລະຄອນເພັງ ແຂວງສາລະວັນ ຈັດກອງອົງການປົກຄອງ, ຄັ້ງທີ 7 ຊຸດທີ VIII ເພື່ອສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດວຽກງານບໍລິຫານລັດ ກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສຖະກິດ-ສັງ ຄົມ ແລະແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະວາງແຜນການສືບຕໍ່ຈັດຕັ້ງປະຕິບັດ 6 ເດືອນທ້າຍປີ 2022 ຢູ່ສະໂມສອນຂອງເມືອງ ໂດຍການເປັນປະທານ ຂອງທ່ານ ທອງດີ ຈັນທະວົງ ເຈົ້າເມືອງລະຄອນເພັງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ພວ ພູວັນ ພິມມະຈັນ ຄະນະປະຈໍາພັກແຂວງ ຜູ້ຊີ້ນໍາເມືອງລະຄອນເພັງ ມີທ່ານຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງ, ຫົວໜ້າຫ້ອງການ-ອົງການທຽບເທົ່າອ້ອມຂ້າງເມືອງ, ພະນັກງານຫຼັກແຫຼ່ງຜູ້ຊ່ວຍບ້ານ ແລະນາຍບ້ານ 75 ບ້ານທົ່ວເມືອງເຂົ້າຮ່ວມ.


ທ່ານ ພູນສຸກ ຣັຖະເຮົ້າ ຮອງເຈົ້າເມືອງລະຄອນເພັງ ຜູ້ຊີ້ນໍາວຽກງານເສຖະກິດ ໄດ້ສະຫຼຸບລາຍງານຕໍ່ກອງປະຊຸມ ໂດຍໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຜ່ານມາ ອົງການປົກຄອງເມືອງ ໄດ້ສຸມໃສ່ ຈັດຕັ້ງປະຕິບັດແຜນພັດທະນາເສຖະກິດ – ສັງຄົມ ຄຽງຄູ່ກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ ແລະແກ້ໄຂບັນຫາຢາເສບຕິດຢ່າງແຂງ ແຮງ ແລະເຂັ້ມງວດຕາມກົດໜາຍ ເຮັດໃຫ້ທົ່ວເມືອງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ, ຍຸຕິທໍາ, ເສຖະກິດຂະຫຍາຍຕົວຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງແກ້ໄຂດີຂຶ້ນ ອັດຕາຂະຫຍາຍຕົວຂອງເສ ຖະກິິດເພີ່ມຂຶ້ນ 9%, ລວມຍອດຜະລິດຕະພັນພາຍໃນໄດ້ 1.017 ຕື້ກວ່າກີບ, ສະເລ່ຍລາຍຮັບ/ຄົນໄດ້ 17.889.038 ກີບ/ຄົນ ຫຼື ເທົ່າກັບ 1.191 ໂດລາ, ເກັບລາຍຮັບເຂົ້າງົບປະມານໄດ້ 2,76 ຕື້ກວ່າກີບ, ເທົ່າກັບ 63% ຂອງແຜນການປີ, ຄຸ້ມຄອງລາຍຈ່າຍໄດ້ 4,37 ຕື້ກວ່າກີບ, ເທົ່າກັບ 30% ຂອງແຜນປີ, ປະຕິບັດການລົງທຶນໄດ້ 62 ໂຄງການ, ມູນຄ່າ 141,85 ຕື້ກວ່າກີບ ເທົ່າ 41% ຂອງແຜນປີ, ປະຕິບັດມູນຄ່າສົ່ງອອກສິນຄ້າໄດ້ 4,752 ຕື້ກວ່າກີບ ເທົ່າ 50% ຂອງແຜນປີ, ເກັບກູ້ຜົນຜະລິດມັນຕົ້ນໄດ້ 60 ພັນໂຕນ ເທົາ 100% ຂອງແຜນປີ, ປະເມີນ ແລະສະ ເໜີລຶບລ້າງບ້ານທຸກຍາກ 10 ບ້ານ, ປະກາດລຶບລ້າງໄດ້ 185 ຄອບຄົວ ທຽບແຜນປີລຶ່ນ 24%, ອອກໃບຕາດິນເປັນລະບົບໄດ້ 1.533 ຕອນ ໃນ 26 ບ້ານ ເທົ່າ 61% ຂອງແຜນປີ, ສັກຢາວັກຊີນ ໂຄວິດ-19ເຂັມ1 ສັກໄດ້ 37.168 ຄົນ ເທົ່າ 69,03%, ເຂັມ2 ສັກໄດ້ 34.699 ຄົນ ເທົ່າ 64,44%, ເຂັມ3 ສັກໄດ້ 18.193 ຄົນ ເທົ່າ 33,79% ແລະເຂັມ4 ສັກໄດ້ 2.204 ຄົນ ເທົ່າ 4,09% ຂອງເປົ້າໜາຍ, ສ້າງຄອບຄົວວັດ ທະນະທໍາໃໜ່ໄດ້ 147 ຄອບຄົວ ທຽບແຜນປີລື່ນ 17,6%, ບ້ານວັດທະນະທໍາ 5 ບ້ານ ແລະ 2 ກົມກອງ ເທ່ົາ 100% ຂອງແຜນປີ.

ນອກຈາກນີ້, ປະຊຸມຍັງໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ, ບົດລາຍງານການກະກຽມຄວາມພ້ອມຮັບມືຕອບໂຕ້ການລະບາດໄຂ້ຍູງລາຍ, ຕອບໂຕ້ໄພພິບັດ, ການຕ້ານແລ້ງຕ້ານຖ້ວມ ພ້ອມທັງຄົ້ນຄ້ວາແລກປ່ຽນປະກອບຄໍາຄິດ ແລະອື່ນໆ.
Cr: ສື່ມວນຊົນລະຄອນເພັງ