ພິທີປະກາດຮັບຮອງ 2 ຫ້ອງການ ແລະ 5 ບ້ານຕົວແບບວັດທະນະທໍາ ຂອງເມືອງລະຄອນເພັງ ໄດ້ຈັດຂຶ້ນທີ່ສະໂມສອນຂອງເມືອງ ໃນວັນທີ 22 ກັນຍາ 2022 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ພົວ ພູວັນ ພິມມະຈັນ ຄະນະປະຈໍາພັກແຂວງ ຫົວໜ້າກອງບັນຊາການທະຫານ ແຂວງສາລະວັນ ຜູ້ຊີ້ນໍາເມືອງລະຄອນເພັງ, ທ່ານ ທອງດີ ຈັນທະວົງ ເລຂາພັກເມືອງ ເຈົ້າເມືອງລະຄອນເພັງ, ມີທ່ານ ໄຊຊະນະ ສີສະຫວັດ ຮອງເຈົ້າເມືອງລະຄອນເພັງ ຜູ້ຊີ້ນໍາຂົງເຂດວັດທະນະທໍາສັງຄົມເມືອງ, ບັນດາທ່ານໃນຄະນະບໍລິຫານງານພັກເມືອງ, ຕາງໜ້າການຈັດຕັ້ງ 5 ບ້ານ, ຫົວໜ້າຫ້ອງການ, ຮອງຫ້ອງການພ້ອມດ້ວຍພະນັກງານລັດຖະກອນ 2 ຫ້ອງການ ແລະແຂກຂັ້ນແຂວງ, ຂັ້ນເມືອງ ແລະເມືອງອ້ອມຂ້າງເຂົ້າຮ່ວມ.
ໃນພິທີ ພາຍຫຼັງ ທ່ານ ບຸນລັນ ສີຫາພົມ ຫົວໜ້າຫ້ອງການແຜນການ ແລະການລົງທຶນເມືອງ ຕ່າງໃຫ້ 2 ຫ້ອງການ ແລະ 5 ບ້ານ ໄດ້ຜ່ານບົດສະຫຼຸບຫຍໍ້ການສ້າງຫ້ອງການ ແລະບ້ານຕົວແບບວັດທະນະທໍາແລ້ວ. ທ່ານ ຄໍາພອນ ບຸນສະຫວັດ ຫົວໜ້າຫ້ອງການພາຍໃນເມືອງ ໄດ້ຜ່ານຂໍ້ຕົກລົງ ຂອງເຈົ້າແຂວງສາລະວັນ, ສະບັບເລກທີ 288 ແລະ289/ຈຂ.ສວ ວ່າດ້ວຍການຮັບຮອງເອົາ ຫ້ອງການອຸດສະຫະກໍາ ແລະການຄ້າ ແລະຫ້ອງການແຜນການ ແລະການລົງທຶນເມືອງລະຄອນເພັງ ເປັນຫ້ອງການຕົວແບບວັດທະນະທໍາໃໝ່ ລໍາດັບທີ 41 ແລະ42 ຂອງແຂວງ, ລໍາດັບທີ 7-8 ຂອງເມືອງ, ຂໍ້ຕົກລົງເລກທີ 152, 153, 494, 495 ແລະ496/ຈຂ.ສວ ວ່າດ້ວຍການຮັບຮອງເອົາບ້ານວັດທະນະທໍາໃໝ່ ລໍາດັບທີ 321, 322, 328, 329 ແລະ330 ຂອງແຂວງ, ລໍາດັບທີ 56, 57, 58, 59 ແລະ60 ຂອງເມືອງ.
ຈາກນັ້ນ, ຂອງທ່ານ ພົວ ພູວັນ ພິມມະຈັນ ຄະນະປະຈໍາພັກແຂວງ ຫົວໜ້າກອງບັນຊາການທະຫານແຂວງ ຜູ້ຊີ້ນໍາເມືອງລະຄອນເພັງ ໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢື້ນ ຫ້ອການ ແລະບ້ານວັດທະນະທໍາໃໝ່ ໂດຍມີຫົວໜ້າ ຂອງ 2 ຫ້ອງການ ແລະນາຍບ້ານ 5 ບ້ານ ຂຶ້ນຮັບຢ່າງສົມກຽດ ແລະເພື່ອເຮັດໃຫ້ພິທີປະກາດຮັບຮອງ 2 ຫ້ອງການ ແລະ 5 ບ້ານວັດທະນະທໍາ ມີຄວາມໝາຍສໍາຄັນ ທ່ານ ພວ ພູວັນ ພິມມະຈັນ ຄະນະປະຈໍາພັກແຂວງ ຜູ້ຊີ້ນໍາເມືອງລະຄອນເພັງ ຍັງໄດ້ໃຫ້ກຽດໂອ້ລົມ ແລະຮ່ວມຕັດແຖບຜ້າເປີດປ້າຍ ແລະລັ່ນຄ້ອງເກົ້າບາດ ເພື່ອເປັນສິລິມຸງຄຸນ ແລະນິມິດໝາຍອັນດີ ໃຫ້ແກ່ຫ້ອງການ ແລະບ້ານວັດທະນະທໍາໃໝ່ຕື່ມອີກ.
Cr: ສື່ມວນຊົນລະຄອນເພັງ


