ພິທີເປີດງານເທດສະການຫາປາອ່າງເກັບນໍ້າວັງແຄນ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 2 ທັນວາ 2021 ທີ່ອ່າງເກັບນໍ້າວັງແຄນ ບ້ານລະຄອນສີ ເມືອງລະຄອນເພັງ ໂດຍໃຫ້ກຽດກ່າວເປີດງານ ຂອງທ່ານ ທອງດີ ຈັນທະວົງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງລະຄອນເພັງ ມີບັນດາທ່ານໃນຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ແຂກຖືກເຊີນຈາກພະແນກການຂັ້ນແຂວງ ແລະມວນຊົນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ໃນໂອກາດກ່າວເປີດງານຢ່າງເປັນທາງການທ່ານ ອງດີ ຕັນທະວົງ ເຈົ້າເມືອງລະຄອນເພັງ ໄດ້ໃຫ້ຮູ້ວ່າ: ຈຸດປະສົງຂອງການຈັດງານໃນຄັ້ງນີ້ ກໍເພື່ອເປັນການສ້າງຂະບວນການຂໍານັບຮັບຕ້ອນວັນຊາດທີ 2 ທັນວາຄົບຮອບ 46 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ ໃຫ້ມີບັນຍາກາດຟົດຟື້ນ ຕິດພັນກັບການຫາລາຍໄດ້ ເພື່ອສົມທົບທຶນເຂົ້າ ໃນການກໍ່ສ້າງສາລາພັກເຊົາພີ່ນ້ອງຄົນເຈັບທີ່ມາໃຊ້ບໍລິການ ຢູ່ໂຮງໝໍຊຸມຊົນເມືອງລະຄອນເພັງ.
ເທດສະການຫາປາອ່າງເກັບນໍ້າວັງແຄນ ຈະໄດ້ດໍາເນີນຮອດວັນທີ 18 ທັນວາ 2021 ໂດຍແບ່ງເປັນ 3 ໄລຍະຄື: ວັນທີ 2-5 ທັນວາ 2021 ເປີດໃຫ້ຫາປາດ້ວຍການຕຶກເບັດ ເຊິ່ງຄ່າລົງທະບຽນ 50.000 ກີບ/ຄັນ/ມື້; ວັນທີ 9-12 ທັນວາ 2021 ເປີດໃຫ້ຫາປາດ້ວຍມອງ ເຊິ່ງຄ່າລົງທະບຽນ 5.000 ກີບ/ແມັດ/ມື້ ແລະໄລຍະວັນທີ 16-18 ທັນວາ 2021 ເປີດໃຫ້ຫາປາດ້ວຍການຕຶກແຫ່ ເຊິ່ງຄ່າລົງທະບຽນ 100.000 ກີບ/ດາງ/ມື້ ແລະເພື່ອເຮັດໃຫ້ງານຄັ້ງນີ້ມີຄວາມປອດໄພ ຈາກການລະບາດ ຂອງພະຍາດໂຄວິດ-19 ຜູ້ເຂົ້າຮ່ວມງານທຸກຄົນຕ້ອງໄດ້ຜ່ານການວັດແທກອຸນຫະພູມ, ສັກວັກຊິນຄົບໂດສ, ໃສ່ຜ້າອັດປາກດັງ ແລະບໍອະນຸຍາດນໍາເຄື່ອງດື່ມທີ່ມີທາດເຫຼົ້າເຂົ້າມາໃນງານ.
Cr: ສື່ມວນຊົນລະຄອນເພັງ


