ວັນທີ 5 ມັງກອນ 2022 ນີ້, ເມືອງລະຄອນເພັງ ແຂວງສາລະວັນ ຈັດພິທີເປີດນຳໃຊ້ຕະຫລາດຄູນມີໄຊ ພ້ອມທັງເປີດເທສະການເຂົ້າຂາວຫອມອ່ອນ ເພື່ອຊຸກຍູ້ສົ່ງເສີມຜະລິດຕະພັນພາຍໃນທີ່ມີທ່າແຮງຂອງເມືອງລະຄອນເພັງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ມີການນໍາຂັ້ນຕ່າງໆທີ່ກ່ຽວຂ້ອງ, ບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການ ແລະ ຊາວຄ້າ-ຂາຍ ເຂົ້າຮ່ວມ.


ທ່ານ ທອງດີ ຈັນທະວົງ ເຈົ້າເມືອງລະຄອນເພັງ ໄດ້ກ່າວວ່າ: ການຈັດງານຄັ້ງນີ້, ນອກຈາກເປີດນຳໃຊ້ຕະຫລາດຄູນມີໄຊ ແລະ ເປີດງານເທສະການເຂົ້າຂາວຫອມອ່ອນເມືອງລະຄອນເພັງ ແລ້ວ, ຍັງເປັນການຊຸກຍູ້ສົ່ງເສີມແລກປ່ຽນຊື້-ຂາຍສິນຄ້າຂອງພໍ່ແມ່ປະຊາຊົນພາຍໃນເມືອງ ນໍາເອົາຜະລິດຕະພັນເຂົ້າຂາວຫອມອ່ອນ ແລະ ສິນຄ້າກະສິກຳ-ຫັດຖະກຳຂອງເມືອງໃຫ້ມີຊື່ສຽງອອກສູ່ສັງຄົມ, ທັງເປັນການສ້າງຈຸດດຶງດູດ ນັກທ່ອງທ່ຽວທີ່ຜ່ານໄປມາ ໄດ້ຊື້ຂອງຕ້ອນ, ຂອງຝາກ, ຂອງທີ່ລະນຶກຈາກເມືອງລະຄອນເພັງ, ເປັນການຍ້ອງຍໍຊົມເຊີຍນັກທຸລະກິດທີ່ດີເດັ່ນ ປະກອບສ່ວນພັດນາເມືອງລະຄອນເພັງ ໃນໜຶ່ງປີຜ່ານມາ ປີ 2021 ແລະ ໃຫ້ບັນລຸເງື່ອນໄຂມາດຖານເມືອງພົ້ນທຸກ ແລະ ພັດທະນາຕາມດຳລັດ 348/ລບ, ສ້າງເມືອງລະຄອນເພັງກາຍເປັນເມືອງພົ້ນທຸກ ກ້າວໄປສູ່ເມືອງພັດທະນາໃນອະນາຄົດ.


ເມືອງລະຄອນເພັງ ມີເນື້ອທີ່ທັງໜົດ 139.000 ເຮັກຕາ, ມີ 75 ບ້ານ, ມີ 8.900 ກວ່າຫລັງຄາເຮືອນ, ມີພົນລະເມືອງ 54.000 ຄົນ, ຍິ 27.000 ກວ່າຄົນ ປະກອບມີສອງຊົນເຜົ່າຄື: ເຜົ່າລາວລຸ່ມກວມ 95% ແລະ ເຜົ່າກະຕາງ ກວມ 5% ອາຊີບຕົ້ນຕໍແມ່ນຊາວກະສິກອນ, ຄ້າຂາຍ ແລະ ອາຊີບອື່ນເປັນສຳຮອງ, ປະຊາຊົນສ່ວນໃຫຍ່ມີມູນເຊື້ອສາມັກຄີ ດຸໜັ່ນ ເປັນເມືອງທີ່ມີທ່າແຮງໃນການປູກ-ການລ້ຽງສັດ ສາມາດຮັບປະກັນສະບຽງອາຫານ ແລະ ສະໜອງໃຫ້ແກ່ການອຸປະໂພກ, ບໍລິໂພກພາຍໃນ. ນອກນັ້ນ ຍັງສາມາດສົ່ງອອກສິນຄ້າກະສິກຳໄປຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດ ໂດຍສະເພາະເຂົ້າຂາວຫອມອ່ອນ, ມັນຕົ້ນ, ຢາງພາລາ, ຂີ່ຊີ, ຖ່ານຂາວ, ຂັນຫວາຍ, ໝາກຂາມຫວານບ້ານທ່າ,ພຶດຜັກລະດູແລ້ງແຄມຂອງ ແລະ ອື່ນໆ.

