ທ້າຍອາທິດທີ່ຜ່ານມານີ້ ຢູ່ທີ່ເດີ່ນຫ້ອງວ່າການເມືອງ ວິລະບູລີ ແຂວງສະຫວັນນະເຂດໄດ້ມີພິທີວາງສິລາລຶກ ໂຄງການກໍ່ສ້າງອະນຸສາວະລີ ແລະ ສ້າງຕັ້ງຮູບຫລໍ່ເຄິ່ງຄີງປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວເຮົາ. ເຂົ້າຮ່ວມໃນພິທີມີທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາ ຄະນະບໍລິຫານງານພັກແຂວງ ສະຫວັນສະຫວັນະເຂດ.
ທ່ານ ຄໍາຜຸຍ ສີບຸນເຮືອງ ເຈົ້າເມືອງວິລະບູລີ ໄດ້ລາຍງານວ່າ ໃນການຈັດພິທີວາງສີລາລຶກໂຄງການກໍ່ສ້າງອະນຸສາວະລີປະທານໄກສອນພົມວິ ຫານ ທີ່ເມືອງວິລະບູລີ ດິນແດນວິລະຊົນຄົນອາດຫານໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນທາງດ້ານການເມືອງຢ່າງເລິກເຊິ່ງ ທັງເປັນການແຈ້ງຂ່າວໃຫ້ຊາວເມືອງວິລະບູລີ ໄດ້ຮັບຮູ້ແຈ້ງຕື່ມກ່ຽວກັບເສັ້ນທາງປະຕິ ວັດ ແລະ ພາລະກິດອັນຍິ່ງໃຫຍ່ ຂອງປະທານໄກສອນ ພົມວິຫານ ທີ່ມີຕໍ່ການປະຕິວັດກໍາມະຊີບຂອງລາວ ກໍ່ຄືທົ່ວໂລກຮັບຮູ້. ໂຄງການດັ່ງກ່າວນີ້ມີເນື້ອທີ່ທັງໝົດ 1.600 ຕາແມັດ ໂດຍນໍາໃຊ້ທຶນຮອນງົບປະມານຈາກການປະກອບສ່ວນຂອງບໍລິສັດ ລ້ານຊ້າງ ມີໂຣນສ໌ ລິມິເຕັດ, ບັນດານັກທຸລະກິດ ແລະບໍລິສັດພາຍໃນເມືອງ.
ທັງນີ້ເພື່ອໃຫ້ລູກຫລານຜູ້ສືບທອດໄດ້ຮຽນຮູ້ ຄຸນສົມບັດສິນທໍາປະຕິ ວັດ, ທັງເປັນບ່ອນສຶກສາອົບຮົມການເມືອງແນວຄິດ ປູກຈິດສໍານຶກໃຫ້ຄົນຮຸ່ນໃໝ່,ເປັນບ່ອນປະຕິຍານຕົນ ຮັບມະຫາຊົນກ້າວໜ້າເຂົ້າອົງການຈັດ ຕັ້ງມະຫາຊົນ ແລະ ຈັດພິທີທີ່ສໍາຄັນໃນວັນສໍາຄັນຕ່າງໆຂອງຊາດກໍ່ຄືຂອງເມືອງ. ສໍາລັບໂຄງສ້າງຂອງໂຄງການແມ່ນຈະໄດ້ດໍາເນີນກໍ່ສ້າງຕາມແບບຜັງ,ເຕັກນິກ,ຂະໜາດ ແລະ ການຕົບແຕ່ງຖືກຕ້ອງຕາມການກໍານົດຂອງອານຸສອນສະຖານສູນກາງກໍານົດອອກ ໃນທົ່ວປະເທດ, ເຊິ່ງປະກອບມີຮູບຫລໍ່ເຄິ່ງຄີງ ສູງ 0,78 ແມັດ ຂອງປະທານໄກສອນພົມວິຫານ, ໂຄງສ້າງເສດຕະສັດປະກອບມີ ການຕົບແຕ່ງເດີ່ນສວນ,ມີລະບົບໄຟຟ້າ, ນໍ້າປະປະປາ,ມີຮົ້ວອ້ອມ ແລະ ອື່ນໆ. ຈາກນັ້ນບັນດາການນໍາຂັ້ນສູງກໍ່ໄດ້ວາງສີລາລຶກ,ຮ່ວມກັນຕັດແຜ່ນຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອເປີດພິທີວາງສີລາລຶກໂຄງການ ໃນຄັ້ງນີ້ຢ່າງເປັນທາງການ.




3,860
People Reached
141
Engagements
Boost Post
56
1 Comment
2 Shares
Like
Comment
Share