ວັນທີ 29 ທັນວາ 2021 ຜ່ານມານີ້ ຢູ່ທີ່ ຫ້ອງປະຊຸມຫ້ອງວ່າການເມືອງວຽງພູຄາ ແຂວງຫຼວງນໍ້າທາໄດ້ ເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ເພື່ອ ສໍາຫຼວດອອກແບບຄວາມເປັນໄປໄດ້ ໃນການພັດທະນາສະຖານທີ່ທ່ອງ ທ່ຽວສວນບໍ່ກຸ້ງ ຢູ່ເຂດບ້ານດົງວຽງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ, ໂດຍການເຂົ້າຮ່ວມ ຂອງທ່ານ ພູມອນ ຄຸນສີລິເຮືອງ ກຳ ມະການປະຈໍາພັກເມືອງ ຮອງເຈົ້າເມືອງຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ, ທ່ານ ກົວເຟິງຊາຍ ອໍານວຍການບໍລິສັດເຈວາຍ ຂາ ເຂົ້າ-ຂາອອກຈໍາກັດຜູ້ດຽວ, ມີຫົວໜ້າຫ້ອງການ – ຮອງຫົວໜ້າຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ທອງວັນ ອໍລະດົມ ຮອງຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງໄດ້ ຜ່ານຂໍ້ຕົກລົງຂອງເຈົ້າເມືອງໆວຽງພູຄາ ສະບັບເລກທີ 334/ຈມ ວ່າດ້ວຍການອະນຸມັດໃຫ້ບໍລິສັດ ເຈວາຍຂາ ເຂົ້າ-ຂາອອກຈຳກັດຜູດຽວ ສຳຫຼວດອອກແບບ ສຶກສາຄວາມເປັນໄປໄດ້ໃນການພັດທະ ນາສະຖານທີ່ທ່ອງທ່ຽວສວນບໍ່ກຸ້ງ ພ້ອມທັງຜ່ານບົດບັນທຶກຄວາມເຂົ້າໃຈ MOU ແລະ ເນື້ອໃນຂອງບົດບັນທຶກ ທີ່ຈະໄດ້ລົງນາມກັນ ຊຶ່ງໂຄງການດັ່ງກ່າວແມ່ນໂຄງການ ພັດທະນາສະ ຖານທີ່ທ່ອງທ່ຽວສວນບໍ່ກຸ້ງ ຢູ່ເຂດບ້ານດົງວຽງເມືອງວຽງພູຄາ ໃນນັ້ນ ໜ້າວຽກໂຄງການ ຂອງບໍລິສັດທີ່ຈະຕ້ອງໄດ້ຈັດຕັ້ງປະ ຕິບັດ,ຄື ສຶກສາສໍາຫລວດອອກແບບ, ຂຽນບົດໂຄງການ ແລະ ອື່ນໆໃຫ້ຖືກຕ້ອງຕາມລະບຽບການ ເປັນເວລາ 6 ເດືອນ ຖ້າບໍ່ສໍາເລັດສາມາດຕໍ່ສັນຍາໄດ້, ພ້ອມນັ້ນທາງບໍລິສັດຕ້ອງໄດ້ວາງເງິນຄໍ້າປະກັນ 50 ລ້ານກິບ, ສະຖານ ທີ່ທ່ອງທ່ຽວສວນບໍ່ກຸ້ງມີເນື້ອທີ່ 9 ເຮັກຕາ, ຈາກນັ້ນທັງສອງຝ່າຍ ກໍໄດ້ລົງນາມເຊັນບົດບັນທຶກຮ່ວມກັນ ລະຫວ່າງອົງການປົກຄອງ ເມືອງວຽງພູຄາ ໂດຍທ່ານ ສິງທອງຕັນສາລິຄູນ, ຫົວ ໜ້າ ຫ້ອງການແຜນການ ແລະ ການລົງທຶນ ເມືອງ ແລະ ທ່ານ ກົວເຟິງຊາຍ ອໍານວຍການບໍລິສັດເຈວາຍ ຂາເຂົ້າ-ຂາອອກຈໍາກັດຜູ້ດຽວ.

ຂ່າວ: ສົມພອນ