ພາຍຫລັງທີ່ມີຂ່າວອອກຜ່ານສື່ສັງຄົມອອນລາຍກ່ຽວ ກັບ ມີນາຍທຶນເຂົ້າໄປບຸກລຸກເນື້ອທີ່ທໍາການຜະລິດຂອງ ປະຊາຊົນຢູ່ເມືອງສະໜາມໄຊ, ແຂວງອັດຕະປື ໃນວັນທີ 13 ພຶດສະພາ 2023 ນີ້ ເຮັດໃຫ້ເກີດມີຫາງສຽງວິພາກວິ ຈານຫລາຍສົມຄົມຜ່ານສື່ດັ່ງກ່າວ.
ຕໍ່ບັນຫາທີ່ເກີດຂຶ້ນ, ທ່ານ ພູວັນ ມະນີໂຊດ ຮອງເລຂາພັກເມືອງສະໜາມໄຊ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນ ທີ 15 ພຶດສະພາ 2023 ນີ້ ວ່າ: ຄະນະພັກ-ອົງການປົກ ຄອງເມືອງ ແລະ ແຂວງ ໄດ້ຮັບຮູ້ເລື່ອງນີ້ແລ້ວໂດຍຜ່ານການລົງຂ່າວຜ່ານສື່ສັງຄົມອອນລາຍຂອງພົນລະເມືອງວ່າມີບໍລິ ສັດເຂົ້າໄປບຸກລຸກເນື້ອທີ່ທໍາການຜະລິດຂອງປະຊາ ຊົນ, ເຊີ່ງປັດຈຸບັນກໍາລັງໃຫ້ເຈົ້າໜ້າທີ່ກ່ຽວຂ້ອງເຄື່ອນໄຫວເກັບກໍາຂໍ້ມູນ ແລະ ກວດກາກ່ຽວກັບສາເຫດວ່າເກີດຂຶ້ນໄດ້ແນວໃດ, ແຕ່ປັດຈຸບັນຍັງບໍ່ທັນຮູ້ຢ່າງລະອຽດ ແລະ ບໍ່ທັນສາມາດສະຫລຸບໄດ້ເທື່ອວ່າເປັນການບຸກລຸກແທ້ ຫລື ພາກສ່ວນໃດທີ່ມີການເຄື່ອນໄຫວບໍ່ຖືກຕ້ອງຈົນເຮັດໃຫ້ມີບັນຫາເກີດຂຶ້ນ.
ສໍາລັບຈຸດທີ່ເກີດເຫດແມ່ນຢູ່ເຂດບ້ານໜອງຫີນ-ບ້ານໄຊດອນໂຂງ, ເຂດດັ່ງກ່າວເປັນພື້ນທີ່ປ່າປ້ອງກັນພູພຽງບໍລະເວນຕິດກັບປ່າຜະລິດເຊຄໍາພໍ-ແປງວິໄລ, ແຕ່ຈຸດທີ່ມີບັນຫາອາດນອນໃນເຂດປ່າຜະລິດເຊຄໍາພໍ-ແປງວິໄລ ທີ່ລັດຈັດສັນໄວ້ໃຫ້ທໍາການຜະລິດ ເຊີ່ງປະຊາຊົນທໍາການຜະລິດຫລາຍຢ່າງໃນການການປູກຝັງ ເປັນຕົ້ນ: ກາ ເຟ, ປູກມັນຕົ້ນ ແລະ ອື່ນໆ.
ທ່ານຢືນຢັນວ່າ: ກ່ຽວກັບບັນຫາທີ່ເກີດຂຶ້ນ ທາງພາກລັດ ກໍຄື ຄະນະພັກ-ອົງການປົກຄອງເມືອງ ແລະ ບ້ານທີ່ກ່ຽວຂ້ອງແມ່ນເອົາໃຈໃສ່ ແລະ ບໍ່ໄດ້ປ່ອຍປະໃນເລື່ອງນີ້ແຕ່ຢ່າງໃດ. ຢ່າງໃດກໍຕາມ ໃນການຄຸ້ມຄອງກ່ຽວກັບທີ່ດິນປ່າ ໄມ້ເປັນເລື່ອງທີ່ສັບສົນ ເຊີ່ງພາກລັດ ກໍຄື ພາກສ່ວນກ່ຽວຂ້ອງຕ້ອງໄດ້ອອກແຮງຄຸ້ມຄອງໃຫ້ດີ, ດັ່ງນັ້ນ ທ່ານໄດ້ຮຽກຮ້ອງມາຍັງສັງຄົມ ເມື່ອໄດ້ຮັບຮູ້ຂ່າວຜ່ານສື່ສັງຄົມອອນລາຍຕ້ອງໄດ້ພິຈາລະນາໃຫ້ລະອຽດກ່ອນວ່າສາເຫດມາຈາກໃສ ແລະ ອັນໃດເປັນຄວາມຈິງ ເພາະບາງຄັ້ງຜູ້ທີ່ລົງຂ່າວຜ່ານສື່ດັ່ງກ່າວບໍ່ໄດ້ພິຈາລະນາຢ່າງລະອຽດ ຈະເຮັດໃຫ້ຂ່າວດັ່ງກ່າວບໍ່ຖືກຕ້ອງຕາມຄວາມເປັນຈິງ ແລະ ສົ່ງຜົນໃຫ້ສັງຄົມບໍ່ເຂົ້າໃຈ ແລະ ວິພາກວິຈານຕໍ່ພາກສ່ວນຕ່າງໆ ເພາະໃນຄວາມເປັນຈິງແລ້ວ ກ່ຽວກັບການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ບໍ່ວ່າໃນຂັ້ນໃດໃນປັດຈຸບັນ ແມ່ນມີຄວາມເອົາໃຈໃສ່ເປັນປົກ ກະຕິ ແລະ ບໍ່ໄດ້ປະປ່ອຍ, ເອົາ ໃຈໃສ່ແກ້ໄຂບັນຫາເຊີ່ງອາດຈະໄວ ຫລື ຊ້າ ແມ່ນຂຶ້ນກັບແຕ່ລະກໍລະນີ, ສະນັ້ນ ທຸກພາກສ່ວນທີ່ຮັບຮູ້ຂ່າວຈົ່ງພິຈາ ລະນາ, ຖ້າວ່າມີຈຸດປະສົງຢາກເຂົ້າຮ່ວມແກ້ໄຂບັນຫາໃດໃຫ້ໄປພົວພັນກັບພາກສ່ວນທີ່ກ່ຽວຂ້ອງໂດຍກົງຈຶ່ງຈະໄດ້ຄໍາຕອບທີ່ຈະແຈ້ງ.