ເມືອງສັງທອງ, ນະຄອນຫລວງວຽງຈັນ ເອົາໃຈໃສ່ປ້ອງ ກັນການລັກລອບເດີນ ທາງກັບຄືນປະເທດຂອງແຮງງານລາວຈາກປະເທດໃກ້ຄຽງຢ່າງເຂັ້ມງວດທີ່ສຸດ ເພື່ອແນໃສ່ປ້ອງກັນການລະບາດຂອງພະຍາດໂຄວິດ-19 ເຊີ່ງມາ ຮອດປັດຈຸບັນ ກວດພົບແຮງງານລາວທີ່ລັກລອບເດີນທາງກັບມາຈາກປະເທດໃກ້ຄຽງແລ້ວ 26 ຄົນ, ຍິງ 24 ຄົນ ເຊີ່ງມີແຮງງານພາຍໃນເມືອງສັງທອງ ແລະ ແຮງງານຈາກທ້ອງຖິ່ນອື່ນ.
ທ່ານ ພົງສະຫວັນ ສິລິພັນ ເຈົ້າເມືອງສັງທອງ ໃຫ້ສໍາພາດວ່າ: ເນື່ອງຈາກສັງທອງເປັນເມືອງທີ່ມີຊາຍແດນຕິດກັບປະເທດໃກ້ຄຽງ ມີຄວາມຍາວ 52,3 ກິໂລແມັດ ແລະ ມີ 13 ບ້ານຕັ້ງຢູ່ຕາມລຽບແຄມແມ່ນໍ້າຂອງເຂດຊາຍແດນ ເຮັດໃຫ້ເປັນເມືອງທີ່ມີຄວາມສ່ຽງສູງຕໍ່ການລັກລອບເດີນ ທາງກັບຄືນປະເທດຂອງແຮງງານລາວຈາກປະເທດໃກ້ ຄຽງ ໂດຍນໍາໃຊ້ເຮືອ ຫລື ຍ່າງຂ້າມຢູ່ບາງຈຸດທີ່ມີນໍ້າບົກແຫ້ງ ແລະ ແຄບ. ດັ່ງນັ້ນ ນອກຈາກປະຕິບັດຕາມແຈ້ງ ການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກໍຄື ບັນດາມາດຕະການທີ່ຄະນະສະເພາະກິດກ່ຽວຂ້ອງຂັ້ນສູນກາງວາງອອກ, ອົງການປົກຄອງເມືອງ ໄດ້ອອກແຈ້ງ ການສະເພາະບໍ່ອະນຸຍາດໃຫ້ບຸກຄົນ ຫລື ນິຕິບຸກຄົນລັກລອບຂ້າມໄປ-ມາຕາມຊາຍແດນຢ່າງເດັດຂາດ, ຖ້າພົບເຫັນແມ່ນປະຕິບັດຕາມລະບຽບການຢ່າງເຂັ້ມງວດ, ເຊັ່ນດຽວກັບແຮງງານລາວຢູ່ປະເທດໃກ້ຄຽງທີ່ລັກລອບຂ້າມມາ ຖ້າພົບເຫັນແມ່ນໃຫ້ເຈົ້າໜ້າທີ່ກ່ຽວຂ້ອງເຂົ້າໄປກວດກາ ແລະ ສົ່ງໄປຈຳກັດຢູ່ສູນກັກກັນ ຫລັກ 27 ທັນທີ ໂດຍມອບໃຫ້ກໍາລັງ ປກຊ-ປກສ ຮ່ວມກັບອົງການປົກຄອງທັງ 13 ບ້ານກວດກາ ແລະ ລາດຕະເວນຕະ ຫລອດ 24 ຊົ່ວໂມງ, ໄປພ້ອມໆ ກັບການເຜີຍແຜ່ບັນດານິຕິກໍາທີ່ກ່ຽວຂ້ອງ ເພື່ອໃຫ້ປະຊາຊົນຮັບຮູ້ຄວາມອັນຕະລາຍຂອງພະຍາດໂຄວິດ-19 ເຮັດໃຫ້ປະຊາຊົນໃຫ້ການຮ່ວມມືທຸກວຽກງານເພື່ອປ້ອງກັນພະຍາດດັ່ງກ່າວເປັນຢ່າງດີ.
ເຈົ້າເມືອງສັງທອງ ໃຫ້ຮູ້ຕື່ມວ່າ: ພາຍໃນເມືອງສັງທອງ ມີແຮງງານເດີນທາງໄປເຮັດວຽກຢູ່ປະເທດໃກ້ຄຽງຫລາຍກວ່າ 360 ຄົນ, ໃນນີ້ ເດີນທາງກັບຄືນມາແລ້ວຈຳນວນໜຶ່ງ ແລະ ຄາດວ່າຍັງຈະມີອີກຫລາຍຄົນເດີນທາງກັບຄືນປະເທດ, ດັ່ງນັ້ນ ທ່ານໄດ້ຮຽກຮ້ອງມາຍັງຍາດພີ່ນ້ອງຂອງຜູ້ໄປອອກແຮງງານຢູ່ປະເທດໃກ້ຄຽງ ຈົ່ງແນະນໍາພີ່ນ້ອງຂອງຕົນ ຖ້າຕ້ອງການເດີນທາງກັບຄືນປະເທດໃຫ້ປະຕິບັດຖືກຕ້ອງຕາມລະບຽບການທີ່ຄະນະສະເພາະກິດກ່ຽວຂ້ອງຊອງລາວກໍານົດໄວ້ ເພື່ອຮັບປະກັນບໍ່ໃຫ້ນໍາເອົາເຊື້ອພະຍາດໂຄວິດ-19 ເຂົ້າມາແຜ່ລະບາດພາຍໃນປະເທດເຮົາ.
ຂ່າວ: ບຸນຕຽງ ຈັນທະວົງ
Loading...