ວັນທີ 26 ເມສາ 2021 ຜ່ານມານີ້ ເມືອງຮົ່ມໄດ້ຈັດກອງປະຊຸມເຊື່ອມຊືມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ຢູ່ທີ່ສະໂມສອນເມືອງຮົ່ມ, ແຂວງໄຊສົມບູນ. ໂດຍການເປັນປະທານຂອງທ່ານ ຄຳເພັດ ດວງມາລາ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆຮົ່ມ, ມີທ່ານ ເລັງຊົ່ງ ຕົ່ງສີ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງໄຊສົມບູນ, ທ່ານ ນາງ ເພັດສະໄໝ ໂພໄຊຍະວົງ ຄະນະປະຈຳພັກແຂວງ, ປະທານອົງການ ກວດກາພັກ-ລັດ ແຂວງໄຊສົມບູນ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າຫ້ອງການຂອງເມືອງເຂົ້າຮ່ວມຈຳນວນ 40 ກວ່າທ່ານ.

ໃນປະຊຸມໄດ້ເຊື່ອມຊືມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ຈາກ ການຜັນຂະຫຍາຍຂອງທ່ານ ນາງ ເພັດສະໄໝ ໂພໄຊຍະວົງ ຄະນະປະຈຳພັກແຂວງ, ປະທານອົງການກວດກາພັກ-ລັດ ແຂວງ ໄຊສົມບູນ ຊຶ່ງທ່ານໄດ້ເໜັ້ນໃຫ້ເຫັນບາງຈຸດທີ່ສຳຄັນເປັນຕົ້ນແມ່ນການສ້າງການຫັນປ່ຽນຢ່າງຮູນແຮງ ເລິກເຊິ່ງ ແລະຮອບດ້ານ ແນໃສ່ເຮັດໃຫ້ການນຳແຕ່ລະຂັ້ນ ໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ກຳແໜ້ນຕໍ່ເນື້ອໃນຂອງມະຕິ 11 ຂອງພັກ, ໂດຍສະເພາະ ແມ່ນວຽກງານຈຸດສຸມທີ່ຕ້ອງໄດ້ເອົາໃຈໃສ່ຊິ້ນຳ-ນຳພາໃນແຕ່ລະຂົງເຂດວຽກງານ ຕາມຄວາມຮັບຜິດຊອບຂອງຕົນ ຕິດພັນກັບ ການເສີມຂະຫຍາຍຄວາມເປັນເຈົ້າການຂອງບັນດາກະຊວງ-ອົງການ, ບັນດາແຂວງ, ນະຄອນຫຼວງ ກໍ່ຄືຂະແໜງການ ແລະ ທ້ອງຖິ່ນຕ່າງໆ ໃນການຫັນມະຕິກອງປະຊຸມໃຫຍ່ ຄັ້ງທີ່ 11 ຂອງພັກ ໃຫ້ເປັນແຜນງານ, ໂຄງການ ແລະ ກິດຈະກຳລະອຽດ ຂອງຕົນ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ເກີດໝາກຜົນຕົວຈິງ ພ້ອມທັງຍົກສູງຄວາມສາມາດນຳພາຂອງພັກ, ເພີ່ມທະວີຄວາມ ສາມັກຄີເປັນປຶກແຜ່ນຂອງປະຊາຊົນ, ຮັບປະກັນສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ຜັນຂະຫຍາຍແນວທາງ ການປ່ຽນແປງໃໝ່ເຂົ້າສູ່ລວງເລິກ, ສ້າງການຫັນປ່ຽນການພັດທະນາເສດຖະກິດ-ສັງຄົມໄປສູ່ຄຸນນະພາບຢ່າງແຂງແຮງ, ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ສູງຂຶ້ນ, ສືບຕໍ່ນຳພາປະເທດຊາດໃຫ້ພົ້ນຈາກສະຖານນະພາບດ້ວຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ. ນອກນີ້ແລ້ວຍັງໄດ້ເຊື່ອມຊືມມະຕິກອງປະຊຸມໃຫຍ່ ຄັ້ງທີ່ 1 ຂອງອົງຄະນະພັກ ແຂວງ ໄຊສົມບູນ ແລະ ລາຍງານແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ຄັ້ງທີ່ 9 ປີ 2021-2025 ແລະ ແຜນງົບປະມານ ແຫ່ງລັດ 5 ປີ ແຕ່ປີ 2021-2025.

ກອງປະຊຸມໄດ້ດຳເນີນເປັນເວລາ 2 ວັນເຕັມ ຈຶ່ງສຳເລັດ

Loading...