ນະຄອນຫລວງປັກກິ່ງຂອງຈີນ ມີຫລາຍສະຖານທີ່ທ່ອງທ່ຽວທັງທາງທໍາມະຊາດ, ປະຫວັດສາດ, ວັດທະນະທໍາ ແລະ ສະຖານທີ່ທ່ອງທ່ຽວອື່ນໆ ທີ່ໜ້າທ່ຽວຊົມ ແລະ ສໍາຜັດຢ່າງຫລວງຫລາຍ, ໃນນັ້ນ ເມື່ອເວົ້າເຖີງສະຖານທີ່ທີ່ຢູ່ແຄມນໍ້າທີ່ສວຍງາມ ແລະ ສໍາຜັດກັບວັດທະນະທໍາແບບດັ່ງເດີມຂອງຈີນ ນັກທ່ອງທ່ຽວຈໍານວນຫລວງຫລາຍແມ່ນຄິດເຖີງເມືອງເກົ່າບູຮານແຄມນໍ້າກຸ໋ຍເປີ່ຍ ເຊີ່ງຖືເປັນສະຖານທີ່ທ່ອງທ່ຽວສ້າງຂຶ້ນ ຫລື ເນລະມິດຂຶ້ນມາໃໝ່ ທີ່ກາຍເປັນຈຸດສໍາຄັນທີ່ມີນັກທ່ອງທ່ຽວໄປທ່ອງທ່ຽວ ເພື່ອພັກຜ່ອນຈໍານວນຫລວງຫລາຍໃນແຕ່ລະປີ.
ເມືອງເກົ່າບູຮານແຄມນໍ້າກຸ໋ຍເປີ່ຍ ຕັ້ງຢູ່ແຄມນໍ້າຕອນໃຕ້ແມ່ນໍ້າແຢງຊີໃນເຂດກູ່ເປີ່ຍໂຂ່ວ, ເມືອງໝີ່ຢວນທີ່ຂຶ້ນກັບນະຄອນຫລວງປັກກິ່ງ, ຕິດກັບກໍາແພງເມືອງຈີນດ່ານຊື່ໝ່າໄຖ, ໃຊ້ເວລາເດີນທາງຈາກນະຄອນຫລວງປັກກິ່ງດ້ວຍລົດໄປຫາເມືອງບູຮານດັ່ງກ່າວປະມານ 2 ຊົ່ວໂມງກວ່າ, ເຊີ່ງເປັນເຂດການທ່ອງທ່ຽວທີ່ສ້າງຂຶ້ນໃໝ່ໃນປີ 2010, ມີເນື້ອທີ່ທັງໝົດ 9 ກວ່າກິໂລຕາແມັດ ໂດຍສ້າງຂຶ້ນໃຫ້ມີລັກສະນະຄ້າຍຄືເມືອງແຄມນໍ້າອູ້ເຈິ້ນ ທີ່ຢູ່ຕອນໃຕ້ແມ່ນໍ້າແຢງຊີ ທີ່ເຕັມໄປດ້ວຍອາຄານເກົ່າແກ່ຕັ້ງຢູ່ແຄມນໍ້າທີ່ເບິ່ງແລ້ວມີຄວາມສວຍງາມດີ.
ກຸ໋ຍເປີ່ຍ ແມ່ນເມືອງເກົ່າບູຮານແຄມນໍ້າທີ່ສ້າງຂຶ້ນດ້ວຍການຮວມ 5 ບ້ານທີ່ຕັ້ງຢູ່ແຄມນໍ້າມາແຕ່ບູຮານນະການ ໂດຍນໍາໃຊ້ງົບປະມານສ້າງສູງເຖີງ 20 ຕື້ຢວນ. ພາຍໃນສະຖານທີ່ດັ່ງກ່າວ ແມ່ນມີຊາກບູຮານສະຖານຫລົງເຫລືອຢູ່ຢ່າງຫລວງຫລາຍ ໂດຍສະເພາະເຮືອນຢູ່ອາໃສແບບສະຖາປັດຕະຍາກໍາສະໄໝລາດຊະວົງໝິງ ແລະ ລາດຊະວົງຊິງ. ນອກຈາກນີ້ ຍັງມີໂຮງແຮມ ແລະ ເຮືອນພັກແບບບູຮານ, ຮ້ານອາຫານ ແລະ ຮ້ານຄ້າຫລາຍຮ້ອຍຮ້ານ, ມີການບໍລິການຂີ່ເຮືອ ແລະ ພາຍເຮືອ ເພື່ອທ່ຽວຊົມບັນຍາກາດອ້ອມຮອບເມືອງເກົ່າ ແລະ ອື່ນໆ. ສໍາລັບສິ່ງປຸກສ້າງຕາມແຄມນໍ້າ ໄດ້ແຍກອອກເປັນເຂດ ຄື: ເຂດວາງສະແດງວັດທະນະທໍາເກົ່າແກ່, ຮ້ານຄ້າ ແລະ ອື່ນໆ. ບັນດາອາຄານທີ່ສ້າງຂຶ້ນ ແມ່ນມີການປູກເຄືອໄມ້ຕາມຝາດ້ານນອກ ເຊີ່ງສະແດງໃຫ້ເຫັນພາບທີ່ມີເອກະລັກສະເພາະຕົວຂອງຕອນໃຕ້ແມ່ນໍ້າແຢງຊີ, ປະກອບກັບກໍາແພງເມືອງຈີນທີ່ຢູ່ດ້ານຫລັງ ເຊີ່ງເປັນພາບທີ່ສວຍງາມ ແລະ ຫາເບິ່ງໄດ້ຍາກ.
ນອກຈາກນີ້, ພາຍໃນເມືອງບູຮານດັ່ງກ່າວ ຍັງໂຮງງານກັ່ນເຫລົ້າ Sima ແລະ ເຫລົົ້າ Wu ທີ່ມີຊື່ສຽງໃນນະຄອນຫລວງປັກກິ່ງ, ເຮືອນເກົ່າທີ່ຍ້ອມສີແລະຕາກຜ້າຢັງຊຸ ແລະ ອື່ນໆ ເຊີ່ງໃນນີ້ລວມເຖີງມີບໍ່ນໍ້າພຸ 2 ແຫ່ງ (ບໍ່ນໍ້າພຸເຢັນ 1 ແຫ່ງ ແລະ ບໍ່ນໍ້າພຸຮ້ອນ 1 ແຫ່ງ) ເຊີ່ງທັງສອງລວມກັນໄຫລປ່ອງໃສ່ທະເລສາບຢາງຫູ, ດັ່ງນັ້ນ ການສ້າງເມືອງແຄມນໍ້າແຫ່ງນີ້ຈິ່ງໃຊ້ນໍ້າທີ່ໄຫລຈາກທະເລສາບເປັນຫລັກ.
ເມືອງເກົ່າບູຮານແຄມນໍ້າກຸ໋ຍເປີ່ຍຖືເປັນຈຸດໝາຍປາຍທາງສໍາຄັນຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະຜູ້ທີ່ໄປທ່ອງທ່ຽວກໍາແພງເມືອງຈີນແລ້ວບໍ່ທັນຢາກກັບ ສາມາດໄປພັກຄ້າງຄືນຢູ່ທີ່ນັ້ນ ເພື່ອຊົມກິດຈະກໍາຕ່າງໆ ພ້ອມທັງຊົມຕາເວັນຕົກດິນ ຫລື ຕາເວັນຂຶ້ນ ແລະ ຊົມດວງຈັນໃນຍາມຄໍ່າຄືນ, ແຕ່ຖ້າບໍ່ຢາກຄ້າງຄືນກໍ່ສາມາດໄປທ່ອງທ່ຽວມື້ດຽວແລ້ວກັບຄືນກໍໄດ້ເພາະຢູ່ບໍ່ໄກຈາກນະຄອນຫລວງປັກກິ່ງ
ດັ່ງນັ້ນ, ຈິ່ງເຮັດໃຫ້ໄລຍະຜ່ານມາເມືອງເກົ່າບູຮານແຄມນໍ້າກຸ໋ຍເປີ່ຍ ເປັນອີກສະຖານທີ່ທ່ອງທ່ຽວສໍາຄັນທີ່ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າໄປທ່ອງທ່ຽວນະຄອນຫລວງປັກກິ່ງໄດ້ຈໍານວນບໍ່ໜ້ອຍໃນແຕ່ລະປີ ແລະ ນັກທ່ອງທ່ຽວກໍບໍ່ຜິດຫວັງທີ່ໄດ້ໄປສໍາຜັດກັບສະຖານທີ່ທ່ອງທ່ຽວດັ່ງກ່າວ.