ວັນທີ 27 ພຶດສະພາ 2021 ນີ້ ຢູ່ທີ່ຫ້ອງປະຊຸມເມືອງເງິນ ແຂວງ ໄຊຍະບູລີ  ໄດ້ຈັດພິທີເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງໄຊຍະບູລີ. ໂດຍໃຫ້ກຽດເຂົ້າຮ່ວມເຜີຍແຜ່ຂອງ ສະຫາຍ ອາເມ ຊົງເຢຍເລັງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ    , ມີສະມາຊິກພັກ, ພະນັກງານຫຼັກແຫຼ່ງ ໃນທົ່ວເມືອງເຂົ້າຮ່ວມ.

ເອກະສານທີ່ນໍາມາເຊື່ອມຊຶມໃນຄັ້ງນີ້ປະກອບມີ: ຄໍາແນະນໍາ ສະບັບເລກທີ 08/ຄອສພ, ລົງວັນທີ 19 ເມສາ 2021 ກ່ຽວກັບການຈັດຕັ້ງ, ເຊື່ອມຊືມ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຂອງຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ຜ່ານຄສັ່ງແນະນຳ ເລກທີ 05/ຄພມ ມງ ລົງວັນທີ 18 ພຶດສະພາ 2021, ຜ່ານເອກະສານຈັດຕັ້ງເຊື່ອມຊືມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ຜ່ານແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ  5 ປີຄັ້ງທີ IX . ຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII ຂອງແຂວງ ແລະ  ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ Vຂອງເມືອງ, ເຊື່ອມຊຶມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝ XI. ຈຸດປະສົງ ການເຊື່ອມຊຶມໃນຄັ້ງນີ້ ກໍ່ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບເນື້ອໃນ ແລະ ຄາດໝາຍຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ , ກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VII ກໍ່ຄື ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V ຂອງເມືອງ ເພື່ອພ້ອມກັນນໍາເອົາເນື້ອໃນຈິດໃຈ ຂອງກອງປະຊຸມ ແລະ ມະຕິຕ່າງໆ ທີ່ສູນກາງ , ແຂວງ ກໍ່ຄື ເມືອງວາງອອກ ໄປຜັນຂະຫຍາຍເຂົ້າສູ່ລວງເລິກ, ຜັນເປັນແຜນງານ-ແຜນການລະອຽດ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ແລະ ເປັນຮູບປະທໍາ.

ໂດຍ: ອິນແປງ ແຫວນຄຳ

Loading...