ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຄະນະສະ ເພາະກິດເພື່ອປ້ອງກັນ ແລະ ຄວາມຄຸມການລະ ບາດຂອງພະຍາດຂອງໂຄວິດ-19 ເມືອງເຊບັ້ງໄຟ ໄດ້ສົມທົບກັບ ກຳລັງ ປກຊ- ປກສ ລົງຕັ້ງດ່ານກວດກາຄັດກອງຄົນເຂົ້າ-ອອກ ຢູ່ທີ່ຂົວເຊບັ້ງໄຟ ເຊິ່ງເປັນຊາຍແດນເຊື່ອມຕໍ່ລະຫວ່າງ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ແລະ ເມືອງໄຊບູລີ ແຂວງສະຫວັນນະເຂດ ທັງນີ້ ກໍເພື່ອເປັນການເພີ່ມທະວີຄວາມເຂັ້ມງວດມາດຕະການປ້ອງກັນການລະບາດຂອງພະຍາດດັ່ງກ່າວ.
ການລົງຕັ້ງດ່ານກວດກາຄັດກອງຄົນເຂົ້າ-ອອກເມືອງໃນຄັ້ງນີ້, ຄະນະສະເພາະກິດຂັ້ນເມືອງກໍໄດ້ຜ່ານແຈ້ງການຂອງຄະນະສະເພາະກິດແຂວງຄຳມ່ວນ ສະບັບເລກທີ 06/ສພກ, ລົງວັນທີ 15 ກັນຍາ 2021 ກ່ຽວກັບການຈັດຕັ້ງປະຕິບັດມາດຕະການຕໍ່ຜູ້ລະເມີດ ຄໍາສັ່ງເຈົ້າແຂວງຄໍາມ່ວນ ເລກທີ 08/ຈຂ ລົງວັນທີ 14 ກັນຍາ 2021 ພ້ອມທັງບັນດາມາດຕະການຕ່າງໆທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ. ພ້ອມນັ້ນ ກໍໄດ້ເນັ້ນໜັກໃຫ້ເຈົ້າໜ້າທີ່ປະຈຳຢູ່ຈຸດດັ່ງກ່າວ ເອົາໃຈໃສ່ເພີ່ມທະວີຫ້າມບຸກຄົນຢູ່ເມືອງເຊບັ້ງໄຟເດີນທາງອອກໄປ ເມືອງໄຊບູລີ ແລະ ຫ້າມບຸກຄົນເມືອງໄຊບູລີ ຂ້າມມາເມືອງເຊບັ້ງໄຟ ຖ້າກໍລະນີຈໍາເປັນ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນເມືອງ ຫລື ການຈັດ ຕັ້ງທີ່ກ່ຽວຂ້ອງ.
ໂອກາດນີ້, ຄະນະສະເພາະກິດຂັ້ນເມືອງ ກໍໄດ້ຮຽກຮ້ອງມາຍັງພະນັກງານ, ທະ ຫານ, ຕໍາຫລວດ ແລະ ການຈັດຕັ້ງທຸກພາກສ່ວນ ທີ່ພວມປະຕິບັດໜ້າທີ່ຢູ່ເມືອງເຊບັ້ງໄຟ ຈົ່ງຮ່ວມແຮງຮ່ວມໃຈປະຕິບັດມາດຕະການ ທີ່ຄະນະສະເພາະກິດວາງອອກ ແລະ ຕໍ່ຜູ້ລະ ເມີດ ແມ່ນໃຫ້ເຈົ້າໜ້າທີ່ປະຕິບັດຕາມມາດຕະການຕ່າງໆ ທີ່ໄດ້ລະບຸໄວ້ໃນແຈ້ງການຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ສະບັບເລກທີ 06/ສພກ, ລົງວັນທີ 15 ກັນຍາ 2021 ຢ່າງເຂັ້ມງວດ.
ຂ່າວ: ເມືອງເຊບັ້ງໄຟ
Loading...