ວັນທີ 6 ພຶດສະພາ 2022. ເມືອງໂຂງ ແຂວງຈຳປາສັກ ໄດ້ມີພິທີມອບ-ຮັບໄຟເຍືອງທາງ (ນຳໃຊ້ພະລັງງານໄຟຟ້າຈາກແສງຕາເວັນ) ຈຳນວນ 30 ຊຸດລວມມູນຄ່າ 100 ລ້ານກວ່າກີບ ໂດຍການສະໜັບສະໜູນທຶນຈາກລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ວາຍອີໄອຈີ ອິນເຕີແນຊັນເນວ ເອັນຈີເນຍລິງຈຳກັດ YEIG; ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ໂດຍທ່ານນາງ ຄຳພູ ລິດທິສັກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໂຂງ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍ ການໃຫຍ່ລັດວິສາຫະກິດໄຟຟ້າລາວ, ແລະ ທ່ານ ຫວງເຟີຍຫາງ ຮອງອຳນວຍການບໍລິສັດ YEIG, ມີບັນດາແຂກຈາກພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ເມືອງ ແລະ ບໍລິສັດເຂົ້າຮ່ວມ.
ທ່ານນາງ ຄຳພູ ລິດທິສັກ ໄດ້ລາຍງານໃຫ້ຮູ້ໂດຍສັງເຂບກ່ຽວ ກັບການຕິດຕັ້ງລະບົບໄຟເຍືອງທາງຄັ້ງນີ້ວ່າ: ຍ້ອນເຫັນໄດ້ເຖິງຄວາມສຳຄັນໃນການໄປຫາຫາສູ່ກັນລະຫວ່າງປະຊາຊົນບ້ານຕໍ່ບ້ານໃນເທສະບານພາຍໃນດອນໂຂງເສັ້ນທາງມີຄວາມມືດ ແລະ ປ່ຽວ ໂດຍສະເພາະທາງໂຄ້ງ ເຮັດໃຫ້ມີຄວາມສ່ຽງໃນການເກີດອຸ ປະຕິເຫດໃນຍາມກາງຄືນ; ດັ່ງ ນັ້ນ ຈຶ່ງໄດ້ຂໍທຶນສະໜັບ ສະໜູນຊ່ວຍເຫຼືອໃນການຕິດຕັ້ງລະບົບໄຟເຍືອງທາງຈາກລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ YEIG ຈຳນວນ 30 ຊຸດ ເພື່ອນຳໄປຕິດຕັ້ງໃສ່ຈຸດທີ່ມີຄວາມສ່ຽງເປັນຕົ້ນ: ທາງປ່ຽວ ແລະ ທາງໂຄ້ງ ບ້ານຫາດ, ຫິນສີ່ວ, ບ້ານເມືອງແສນ, ແສນຫາດ, ໂຂງແຫຼມ, ດົງ, ເວີນທາງ ແລະ ບ້ານກາງໂຂງ; ນອກ ຈາກນີ້ ທາງອົງການປົກຄອງເມືອງກໍໄດ້ປະກອບສ່ວນເປັນແຮ່-ຊາຍ, ຊີມັງ ແລະ ແຮງງານ ລວມທັງແຮງງານຂອງປະຊາຊົນແຕ່ລະບ້ານທີ່ລົງຕິດຕັ້ງໃນແຕ່ລະຈຸດ. ທ່ານ ຫວງເຟີຍຫາງ ຮອງອຳນວຍການບໍລິສັດ YEIG ໄດ້ໃຫ້ຮູ້ກ່ຽວກັບບໍລິສັດຂອງຕົນວ່າ: ປັດຈຸບັນບໍລິສັດຂອງພວກເຮົາພວມຈັດຕັ້ງປະຕິບັດໂຄງການກໍ່ສ້າງສາຍສົ່ງ ແລະ ສະຖານີ, ໂຄງການດັ່ງກ່າວປະກອບມີໂຄງ ການສະຖານີ ແລະ ສາຍສົ່ງທີ່ມີ 3 ລະດັບແຮງດັນຄື: 115 ກິໂລໂວນ, 230 ກິໂລໂວນ ແລະ 500 ກິໂລໂວນ, ຊຶ່ງໂຄງການນີ້ເປັນພາກສ່ວນທີ່ສຳຄັນຂອງຕາຂ່າຍໄຟຟ້າຢູ່ເຂດພາກໃຕ້ຂອງລາວ, ສາມາດຍົກສູງການສະໜອງໄຟຟ້າ ແລະ ຄວາມສະຖຽນລະພາບຂອງໄຟຟ້າຢູ່ພາກໃຕ້ເພື່ອເພີ່ມທະວີການສົ່ງອອກໄຟຟ້າ.
ພາຍຫຼັງສຳເລັດພິທີການມອບ- ຮັບໄຟເຍືອງທາງຢູ່ທີ່ສຳນັກງານເມືອງແລ້ວ ທ່ານເຈົ້າເມືອງໆໂຂງ ກໍໄດ້ນຳພາຄະນະລົງຕິດຕາມເບິ່ງການຕິດຕັ້ງໄຟຟ້າແສງຕາເວັນ (ໂຊລາເຊວ) ຕົວຈິງໃນແຕ່ລະຈຸດທີ່ໄດ້ກຳນົດໄວ້ ຊຶ່ງເຫັນວ່າປັດຈຸ ບັນການຕິດຕັ້ງແມ່ນສຳເລັດເປັນທີ່ຮຽບຮ້ອຍ ແລະ ສາມາດເປີດນຳໃຊ້ໄດ້ຢ່າງເປັນທາງການ.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ ສະຖານີວິທະຍຸ-ໂທລະພາບເມືອງໂຂງ


