ໃນປີ 2020 ເມືອງໂຂງ ແຂວງຈຳປາສັກ ໄດ້ພົບເຫັນການບຸກລຸກເນື້ອທີ່ປ່າສະ ຫງວນແຫ່ງຊາດເຊປຽນຈຳນວນ 389,89 ເຮັກຕາ, ໃນນີ້ມີຈຳນວນ 12 ບ້ານຄື: ນາຝັ່ງ, ສົງເປືອຍ, ແກ້ງ, ບຸ່ນນ້ອຍ, ຫໍ່ເຂົ້າ, ທ່າໂພ, ໂພນສະອາດ, ນາແວງ, ນາແສນພັນ, ນາເຊືອກ, ນາສົ້ມໂຮງ ແລະ ບ້ານໂສດ, ມີ 317 ຄອບຄົວ, ປູກມັນຕົ້ນມີ 249 ຄອບຄົວ, ເຮັດນາ 43 ຄອບຄົວ ແລະ ເຮັດສະຖານທີ່ລ້ຽງສັດ 1 ຄອບຄົວ.
ໂຕເລກດັ່ງກ່າວໄດ້ຖືກລາຍງານຈາກທ່ານນາງ ຄຳພູ ລິດທິສັກ ເຈົ້າເມືອງໆໂຂງ ຕໍ່ກອງປະຊຸມແລກປ່ຽນການຈັດຕັ້ງປະຕິບັດຄຳສ່ັງເລກທີ 011/ຈຂ.ຈສ ໃນວັນທີ 4 ສິງຫາ 2021 ຢູ່ສະໂມສອນຂອງເມືອງ, ເຂົ້າຮ່ວມມີບັນດາທ່ານໃນຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ 9 ກຸ່ມ 3 ຈຸດດອນໂຂງ, ມີນາຍບ້ານ-ຮອງນາຍບ້ານມາຈາກ 4 ກຸ່ມຝັ່ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ; ການບຸກລຸກເນື້ອທີ່ປ່າປ້ອງກັນແຫ່ງຊາດຫ້ວຍເສັດ-ຫ້ວຍໂສດ ປີ 2020 ມີ 1 ບ້ານຄື: ບ້ານໂສດ ມີ 15 ຄອບຄົວ, ເນື້ອທີ່ 63,70 ເຮັກຕາ, ປູກໝາກມ່ວງຫິມະພານຈຳນວນ 3 ຄອບຄົວ, ເຮັດນາ 6 ຄອບຄົວ, ເຮັດສະຖານທີ່ລ້ຽງສັດ 6 ຄອບຄົວ; ການບຸກລຸກປ່າສະຫງວນແຂວງ (ພູໂຂງ) ມີ 3 ບ້ານ, ຈຳນວນ 32 ຄອບຄົວ, ເນື້ອທີ 33,9 ເຮັກຕາ, ປູກໝາກມ່ວງຫິມະພານ 29 ຄອບຄົວ ແລະ ເຮັດສ່ວນ 3 ຄອບຄົວ; ການບຸກລຸກປ່າສະຫງວນຂອງເມືອງ (ພູຫາງໂຂງ) ຈຳນວນ 18 ຄອບຄົວ, ເນື້ອທີ່ 5,70 ເຮັກຕາ. ເຈົ້າເມືອງໆໂຂງ ຍັງໃຫ້ຮູ້ຕື່ມອີກວ່າ: ມາດຕະການໃນການແກ້ໄຂຕໍ່ໜ້ານີ້ ແມ່ນກວດກາຄືນທີ່ຕັ້ງຕອນດິນ, ຖ້າຫາກຢູ່ໃນ 3 ປະເພດປ່າ ແລະ ບໍ່ປະຕິບັດຕາມບົດບັນທຶກທີ່ໄດ້ສ້າງໃນປີຜ່ານມາ ກໍຈະໄດ້ນຳເຂົ້າສູ່ການດຳເນີນຄະດີຕາມຂະບວນການຍຸຕິທຳ ແລະ ໃນກໍລະນີຍັງສືບຕໍ່ບຸກລຸກໃໝ່ (ຖາກຖາງໃນປີ 2021) ແມ່ນຈະນຳເຂົ້າສູ່ການບັງຄັບໃຊ້ກົດໝາຍໂດຍກົງ (ໂດຍໃຫ້ປະຕິບັດການທົບແທນຄືນຄວາມເສຍຫາຍ ແລະ ຟື້ນຟູສະພາບປ່ານັ້ນໆຄືນ).
ຂ່າວຍັງໃຫ້ຮູ້ຕື່ມວ່າ: ໃນກອງປະຊຸມ ຍັງໄດ້ມີການນຳສະເໜີກ່ຽວກັບບາງມາດຕະການຂອງກົດໝາຍວ່າດ້ວຍທີ່ດິນ, ກົດໝາຍປ່າໄມ້, ກົດໝາຍອາຍາ, ກົດໝາຍວ່າດ້ວຍການດຳເນີນຄະດີ ແລະ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ ສະຖານີວິທະຍຸ-ໂທລະພາບເມືອງໂຂງ


