ທ່ານ ອານຸແສງ ຈັນທະລາວົງກຳມະການພັກເມືອງ ຫົວໜ້າຫ້ອງການແຮງງານສະຫວັດດີການ ແລະ ສັງຄົມ ເມືອງໃຫ້ຮູ້ວ່າ: ໃນເວລາປະມານ 20:30 ຂອງວັນທີ 17 ພຶດສະພາ 2021, ໄດ້ເກີດມີພະຍຸລະດູຮ້ອນ ເປັນເຫດເຮັດໃຫ້ເຮືອນຂອງປະຊາຊົນໄດ້ຮັບຜົນກະທົບຈຳນວນ 254 ຄອບຄົວ ແລະ ບໍ່ມີທີ່ຢູ່ອາໄສອີກຈຳນວນໜຶ່ງ.


ດ້ວຍຄວາມເປັນຫ່ວງເປັນໄຍຂອງອຳ ນາດການປົກຄອງຕໍ່ກັບເຫດການຄັ້ງນີ້ ໃນວັນທີ 18 ພຶດສະພາ 2021 ທ່ານນາງ ຄຳພູ ລິດທິສັກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໂຂງ ພ້ອມພາກສ່ວນກ່ຽວຂ້ອງ ໄດ້ລົງຕິດຕາມເບິ່ງຜົນກະທົບໂຕຈິງຢ່າງຮີບດ່ວນເປັນຕົ້ນ: ຫົວສັນ, ຫາງສັນ, ແສນລ່າມ, ໂຂງຫາດງິ້ວ ແລະ ໂຂງແຫຼມ. ໂອກາດນີ້ ຫົວໜ້າຫ້ອງການແຮງງານສະຫວັດດີການ ແລະ ສັງຄົມລາຍງານຕື່ມວ່າ: ພະຍຸລະດູຮ້ອນຄັ້ງນີ້ ໄດ້ສ້າງຄວາມເສຍຫາຍເປັນບໍລິເວນກວ້າງພໍສົມຄວນ ມີຈຳນວນ 9 ບ້ານທີ່ໄດ້ຮັບຜົນກະທົບຄື: ໂຂງຫາດງິ້ວ ມີຈຳນວນ 23 ຄອບຄົວ, ໂຂງແຫຼມ 19 ຄອບຄົວ, ຫົວສັນ 52 ຄອບຄົວ, ຫາງສັນ 36 ຄອບຄົວ, ແສນລ່າມ 37 ຄອບຄົວ, ນາລານ 30 ຄອບຄົວ, ຫ້ວຍໄຮ 52 ຄອບຄົວ, ລົມພັດ 5 ຄອບຄົວ ແລະ ນາແສນພັນ ມີ 28 ຄອບຄົວ.


ຂ່າວໃຫ້ຮູ້ຕື່ມວ່າ: ປັດຈຸບັນ ຄະນະກຳມະການຕ້ານໄພພິບັດຂັ້ນເມືອງພວມສຸມໃສ່ໃນການລົງເກັບກຳເອົາຂໍ້ມູນຜົນເສຍຫາຍຕົວຈິງ ເພື່ອສະຫລຸບ ແລ້ວລາຍງານຕໍ່ອຳນາດການປົກຄອງໃນການຊ່ວຍເຫຼືອຂັ້ນຕົ້ນຢ່າງຮີບດ່ວນ.

