ເມືອງໂຂງ ແຂວງຈຳປາສັກ ກໍຄືຫ້ອງ ການກະສິກຳ ແລະ ປ່າໄມ້ເມືອງ ແລະ ຫ້ອງການອ້ອມຂ້າງເມືອງ ໄດ້ຈັດພິທີປ່ອຍປາລົງສູ່ແຫຼ່ງທຳມະຊາດ (ນ້ຳຂອງ) ໃນຕອນເຊົ້າວັນທີ 13 ກໍລະກົດ 2021 ນີ້ ທີ່ທ່າບັກເກົ່າ, ບ້ານກາງໂຂງ ໂດຍການເຂົ້າຮ່ວມຂອງ ທ່ານ ພູວັນ ສີສຸພົນ ຮອງເລຂາພັກເມືອງ, ຜູ້ຮັບຜິດຊອບວຽກພັກ-ພະນັກງານ, ມີອຳນາດການປົກຄອງບ້ານອ້ອມຂ້າງ,ນ້ອງນັກຮຽນ ຕະຫຼອດຮອດປະຊາຊົນພາຍໃນບ້ານກາງໂຂງ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້ທ່ານ ທອງໃສ ສິມຈະເລີນ ຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງ ໄດ້ຍົກໃຫ້ເຫັນຫຼາຍບັນຫາສຳຄັນເປັນຕົ້ນແມ່ນ: ໄດ້ຮຽກຮ້ອງມາຍັງປະຊາຊົນບໍ່ໃຫ້ລ່າສັດປ່າທຸກຊະນິດໃນຊ່ວງໄລຍະເຂົ້າພັນສາຊຶ່ງເປັນລະດູທີ່ສັດນ້ຳ ແລະ ສັດປ່າກຳລັງໄຂ່ ແລະ ຖືພາມານ, ຫ້າມບໍ່ໃຫ້ຊື້ – ຂາຍສັດປ່າທີ່ມີຊີວິດຕະຫຼອດເຖິງຊາກ, ຊິ້ນສ່ວນ, ອະໄວຍະວະສັດທຸກຢ່າງຕາມທ້ອງຕະຫຼາດ, ຫ້າມບໍ່ໃຫ້ຫາປາໃນລະດູປາຂຶ້ນວາງໄຂ່, ຫ້າມຕັນທາງເດີນຂອງປາທີ່ຈະຂຶ້ນວ່າງໄຂ່ຕາມສາຍຫ້ວຍ ແລະ ແມ່ນ້ຳລຳຄອງດ້ວຍວິທີການໃດໆກໍ່ຕາມ, ຫ້າມເດັດຂາດບໍ່ໃຫ້ນຳເຄື່ອງຫາປາທີ່ມີລັກສະນະດັບສູນເປັນຕົ້າແມ່ນໃຊ້ລະເບີດ, ໄຟຟ້າຊັອດ, ເບືອປາ, ໃຊ້ດາງກວາດ ຫຼືໃຊ້ມອງທີ່ມີຂະໜາດຖີ່ເກີນໄປ ຖ້າຫາກວ່າປະຊາຊົນພົບເຫັນປະກົດການດັ່ງກ່າວແມ່ນຕ້ອງໄດ້ລາຍງານໃຫ້ການຈັດຕັ້ງອຳນາດການປົກຄອງປະຕິບັດມາດຕະການຕາມລະບຽບກົດມາຍ. ທັງນີ້, ກໍ່ເພື່ອເປັນການສ້າງຈິດສຳນຶກໃຫ້ແກ່ຊາວໜຸ່ມເຍົາວະຊົນ ແລະ ປະຊາຊົນໃຫ້ມີນ້ຳໃຈຮັກທຳມະຊາດ, ຮັກຫ້ວຍໜອງຄອງບຶງ ແລະຫວງແຫນຫ້ວຍນ້ຳວັງປາຂອງຕົນເອງ ເພື່ອເປັນການເສີມສ້າງຄວາມຮູ້ຄວາມເຂົ້າໃຈໃນການຂະຫຍາຍພັນສັດນ້ຳ-ສັດປ່າ, ຮູ້ປົກປັກຮັກສາຊັບພະຍາກອນທຳມະຊາດ ແລະສະພາບແວດລ້ອມໃຫ້ຍືນຍົງຕະຫຼອດໄປ ແລະ ທີ່ສຳຄັນ ວັນທີ 13 ກໍລະກົດ ກໍແມ່ນວັນໜຶ່ງທີ່ຄັນຂອງປວງຊົນລາວທັງຊາດ ນັ້ນກໍແມ່ນວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 112 ປີ ( 13 ກໍລະກົດ 1909 – 13 ກໍລະກົດ 2021).
ຈາກນັ້ນ; ຮອງເລຂາພັກເມືອງກໍ່ໄດ້ນຳພາປະຊາຊົນລົງປ່ອຍປາລົງສູ່ນ້ຳຂອງ ໃນຈຳນວນ 36.200 ໂຕ, ລູກປາທີ່ນຳມາປ່ອຍໃນຄັ້ງນີ້ແມ່ນໄດ້ຈາກການປະກອບສ່ວນຂອງບໍລິສັດເຂື່ອນໄຟຟ້າດອນເຊໂຮງຈຳນວນ 30.000 ໂຕ, ສະຖານີຂະຫຍາຍພັນປາບ້ານນາຈຳນວນ 5.000 ໂຕ ແລະ ໂຄງການປະມົງອົງປະກອບ 3.2 ຈຳນວນ 1.200 ໂຕ ເປັນຊະນິດປາປາກທັງໝົດ.
ພາບ – ຂ່າວ: ພຸດທະສິນ ວົງວິໄລທອງ


