ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າວັນທີ 11 ສິງຫາ 2021 ພະແນກສາທາລະນະສຸກ ແຂວງຈຳປາສັກໄດ້ນຳເອົາລົດອຳບູລັງ ສົ່ງຄົນເຈັບຈຳນວນ 1 ຄັນ ໄປມອບໃຫ້ເມືອງໂຂງແຂວງຈຳປາສັກ ເພື່ອນຳໃຊ້ເຂົ້າໃນວຽກງານຮັບສົ່ງຄົນເຈັບພາຍໃນເມືອງໂຂງ, ເປັນກຽດເຂົ້າຮ່ວມໃນການມອບຮັບໃນຄັ້ງນີ້ ມີ ທ່ານນາງ ຄຳພູ ລິດທິສັກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໂຂງ ພ້ອມດ້ວຍຫົວໜ້າຫ້ອງການສາທາລະນະສຸກເມືອງ ແລະ ອຳນວຍການໂຮງໝໍຊຸມຊົນໂຂງ ພ້ອມຄະນະ ໂດຍແມ່ນ ດຣ ວຽງສີ ສຸພັກດີກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງຈຳປາສັກ ເປັນຜູ້ມອບ.
ໂອກາດນີ້, ຫົວໜ້າພະແນກສາທາລະນະສຸກແຂວງ ໃຫ້ຮູ້ວ່າ: ລົດອຳບູລັງ ສົ່ງຄົນເຈັບ ນີ້ ແມ່ນ 1 ໃນຈຳນວນ 7 ຄັນທີ່ລັດຖະບານ ສປປ ລາວ ກໍຄືກະຊວງສາທາລະນະສຸກ ໄດ້ຮັບການຊ່ວຍເຫຼືອລ້າຈາກປະເທດຍີປຸ່ນ ໂດຍມີເປົ້າໝາຍສົ່ງມາຮັບໃຊ້ຢູ່ແຂວງພາກໃຕ້ເປັນຕົ້ນ: ສະຫວັນນະເຂດ, ຈຳປາສັກ ແລະ ແຂວງອັດຕະປື; ໃນປີ 2020, ລັດຖະບານຍີ່ປຸ່ນ ໄດ້ປະກາດໃຫ້ການຊ່ວຍເຫລືອລ້າ ແກ່ ສປປ ລາວ ເປັນຈຳນວນເງິນ 1 ຕື້ກວ່າເຢນ (ຫລື ປະມານ 13 ລ້ານ 7 ແສນໂດລາສະຫະລັດ) ເພື່ຶອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານສາທາລະນະສຸກ ໃນການຕໍ່ສູ້ກັບພະຍາດໂຄວິດ-19,
ທ່ານເຈົ້າເມືອງໆໂຂງ ກໍສະແດງຄວາມຂອບໃຈມາຍັງຫົວໜ້າພະແນກສາທາ ລະນະສຸກແຂວງ ກໍຄືການນຳຂັ້ນສູງ ຊຶ່ງຍາມໃດກໍເປັນຫ່ວງເປັນໄຍ ແລະ ໃຫ້ຄຳໝັ້ນສັນຍາວ່າ: ຈະນຳໃຊ້ລົດຄັນດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ ແລະ ຈະເປັນການຍົກລະດັບຂີດຄວາມສາມາດໃນການຮັບມືກັບສະຖານະການສຸກເສີນໃນທ້ອງຖິ່ນໄດ້ດີຂຶ້ນກວ່າເກົ່າຢ່າງແນ່ນອນ.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ ສະຖານີວິທະຍຸ-ໂທລະພາບເມືອງໂຂງ