ເມືອງໄຊຍະບູລີ ຈັດພິທີມອບ-ຮັບໜ້າ ທີ່ວຽກງານລະຫວ່າງ ຮອງເຈົ້າເມືອງຜູ້ເກົ່າ-ຜູ້ໃໝ່ ຂຶ້ນໃນ ວັນທີ 30 ມິຖຸນາ 2021, ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການເມືອງໄຊຍະບູລີ ໂດຍການເປັນກຽດເຂົ້າ ຮ່ວມຂອງ ທ່ານ ບຸນແທນ ທີແກ້ວ ກຳມະ ການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຍະບູລີ, ມີຄະນະປະຈໍາພັກເມືອງ, ກໍາ ມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ ພ້ອມດ້ວຍພະນັກງານທີ່ກ່ຽວ ຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ສອນສະຫວັນ ຈັນທະວົງ ຮອງເຈົ້າເມືອງໄຊຍະບູລີ ຜູ້ເກົ່າ ໄດ້ຂຶ້ນຜ່ານບົດບັນທຶກການມອບ-ຮັບໜ້າທີ່ວຽກງານໃນຂົງເຂດເສດຖະກິດ ໃຫ້ ທ່ານ ຄໍາພຸດ ອິນທະວົງ ຮອງເຈົ້າເມືອງໄຊຍະບູລີຜູ້ໃໝ່ ທ່ານໄດ້ໃຫ້ຮູ້ວ່າ: ຕ້ອງສືບຕໍ່ສູ້ຊົນສ້າງເມືອງໄຊຍະບູລີໃຫ້ກາຍເປັນເມືອງຜະລິດສະບຽງອາຫານ, ປູກພືດເປັນສິນ ຄ້າຕິດພັນກັບການປຸງແຕ່ງ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ, ສົ່ງເສີມການຜະລິດຫັດຖະກຳທີ່ມີມູນເຊື້ອຕິດພັນກັບການບໍລິການ ແລະ ທ່ອງທ່ຽວ, ສືບຕໍ່ອອກແຮງຈັດຕັ້ງຜັນຂະຫຍາຍເປັນອັນລະອຽດໃຫ້ບັນລຸຕາມ 6 ເປົ້າໝາຍ, 16 ແຜນງານ, 81 ໂຄງການທີ່ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊຍະບູລີ ໄດ້ກຳນົດໄວ້ຮອດປີ 2024. ໃນສົກປີ 2021 ເປັນສົກປີທີ 2 ຂອງການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດ ຖະກິດ-ສັງຄົມ ຕ້ອງໄດ້ສູ້ຊົນໃຫ້ອັດຕາການຂະຫຍາຍຕົວຢູ່ໃນລະດັບ 6% ແລະ ສ້າງມູນຄ່າເພີ່ມພາຍໃນປີໃຫ້ໄດ້ 1.622 ຕື້ກີບ ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 2.600 ໂດລາ ໃນນັ້ນຂະແໜງກະສິກຳກວມເອົາ 30%, ຂະແໜງອຸດສາກະກຳ ແລະ ການຄ້າກວມເອົາ 31%, ການບໍລິການກວມເອົາ 39% ຂອງລວມຍອດຜະລິດຕະພັນພາຍໃນ ແລະ ຕ້ອງສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ລື່ນຄາດໝາຍ, ຈໍາກັດການຮົ່ວໄຫຼ, ຄຸ້ມຄອງລາຍຈ່າຍຢ່າງເຂັ້ມ ງວດ, ຊຸກຍູ້ສົ່ງເສີມໂຄງການລົງທຶນຂອງລັດທັງພາຍໃນ ແລະ ຕ່າງປະເທດ ທຶນຊ່ວຍເຫຼືອໃຫ້ປະຕິບັດຢ່າງແຂງແຮງຕາມທິດລວມສູນການຊີ້ນໍາ-ນໍາພາ, ຊຸກຍູ້ການປູກເຂົ້າໃຫ້ໄດ້ຕາມຄາດໝາຍ, ​ສູ້ຊົນການລ້ຽງສັດໃຫ້ເປັນສິນຄ້າເພື່ອຕອບສະໜອງພາຍໃນໃຫ້ເພີ່ມຂຶ້ນ, ຊຸກຍູ້ການລ້ຽງແບບເປັນຟາມ, ຄຸ້ມຄອງການເຄື່ອນຍ້າຍສັດປະເພດງົວ, ຄວາຍ ໃຫ້ເຂົ້າສູ່ລະບຽບການ ເພື່ອສາມາດສະໜອງສະ ບຽງອາຫານຢູ່ພາຍໃນເມືອງໃຫ້ພຽງພໍ, ຊຸກຍູ້ການຟື້ນຟູປ່າໃຫ້ໄດ້ 1.350 ເຮັກຕາຕໍ່ປີ ແນໃສ່ປັບປຸງລະບົບນິເວດໃຫ້ມີຄວາມສົມດຸນ, ເອົາໃຈໃສ່ໃນການດຸ່ນດ່ຽງຄວາມຕ້ອງການເຄື່ອງອຸປະໂພກ, ບໍລິໂພກໃຫ້ພຽງພໍ, ຄຸ້ມຄອງລາຄາສິນຄ້າ, ສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ກຸ່ມການຄ້າ ແລະ ການບໍລິການໄປພ້ອມກັບການພັດທະນາຍົກລະດັບບັນດາຜະລິດຕະພັນຂອງກຸ່ມຕ່າງໆ ໃຫ້ໄດ້ຮັບກາໝາຍເລກໜຶ່ງລາວ ( ODOP ) ຂອງເມືອງ, ສືບຕໍ່ຍົກລະດັບເສັ້ນທາງປູຢາງ, ປູຫີນ, ປູເບຕົງ ຕາມທິດລັດ ແລະ ປະ ຊາຊົນພ້ອມກັນເຮັດ ອອກໄປສູ່ຊົນນະບົດ, ​ຈຸດສຸມ, ກຸ່ມບ້ານພັດທະນາ, ຕິດຕາມໂຄງການກໍ່ສ້າງນໍ້າປະປາ ແລະ ສຸຂາ ພິບານ ເມືອງໃຫ້ສໍາເລັດ 100%, ຕິດຕາມກວດກາດິນ 8 ປະເພດ ຕິດພັນກັບການຂຶ້ນສໍາມະໂນພ້ອມທັງອອກໃບແຈ້ງເນື້ອທີ່ດິນໃຫ້ບັນລຸຕາມແຜນ, ສິ່ງສໍາຄັນຕ້ອງໄດ້ຍູ້ແຮງຂະບວນການສ້າງບ້ານສີຂຽວ, ສະອາດງາມຕາໃຫ້ບັນລຸ ຫັນເອົາພະ ນັກງານລົງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຢ່າງ ຮອບດ້ານ.
ຈາກນັ້ນ, ໃນພິທີກໍໄດ້ມີການມອບ-ຮັບໜ້າທີ່ວຽກງານລະຫວ່າງ ຮອງເຈົ້າເມືອງຜູ້ເກົ່າ ແລະ ຜູ້ ໃໝ່ ພ້ອມກັນເຊັນບົດບັນທຶກ ໂດຍການເປັນສັກຂີພິຍານ ຂອງທ່ານເຈົ້າເມືອງໄຊຍະບູລີ ແລະ ຜູ້ເຂົ້າ ຮ່ວມ. ໃນຕອນທ້າຍຂອງພິທີທ່ານເຈົ້າເມືອງໄຊຍະບູລີ ຍັງໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ພິທີດັ່ງກ່າວຕື່ມອີກ.
(ຂ່າວ-ພາບ: ລັດດາວອນ ແກ້ວໄພທູນ)
Loading...