ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ຜົນຮ້າຍຂອງພະຍາດໄຂ້ຍຸງລາຍ ແລະ ການປຸກລະດົມຂະບວນການອະນາໄມ ທຳລາຍແຫຼ່ງແຜ່ພັນໜອນນໍ້າຍຸງ ປະຈຳປີ 2022 ໃນວັນທີ 16 ກໍລະກົດ 2022 ນີ້ ທີ່ສະໂມສອນເມືອງ ໄຊທານີ ນະຄອນຫຼວງວຽຈັນ, ໂດຍມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງ ສາທາລະນະສຸກ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຄຳປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ພ້ອມດ້ວຍຄະນະສູນ ອົງການປົກຄອງນະຄອນຫຼວງວຽງຈັນ, ພະແນກສາທາລະນະສຸກ, ອົງການປົກຄອງເມືອງແລະ ບ້ານ ເຂົ້າຮ່ວມ.
ໃນການເຜີຍແຜ່ຜົນຮ້າຍດັ່ງກ່າວໃຫ້ກັບອຳນາດການປົກຄອງໃນ 104 ບ້ານ ແລະ ປຸກລະດົມການສ້າງຂະບວນການອະນາໄມທຳລາຍແຫຼ່ງແຜ່ພັນໜອນນໍ້າຍຸງລາຍທົ່ວເມືອງ. ທ່ານ ບຸນແຝງ ພູມມະໄລສິດ ໄດ້ແນະນຳ ວຽກງານກັນ, ຄວບຄຸ້ມ ແລະ ແກ້ໄຂການລະບາດຂອງພະຍາດໄຂ້ຍຸງລາຍ ໂດຍໄດ້ເນັ້ນໃຫ້ທຸກພາກສ່ວນຕ້ອງເປັນເຈົ້າການນຳພາ ແລະ ໃຫ້ການຮ່ວມມືໃນການສະກັດກັ້ນ ແລະ ຕ້ານພະຍາດໄຂ້ຍຸງລາຍ ໂດຍໃຊ້ມາດຕະການທີ່ສຳຄັນ ຫັນເອົາການມີສ່ວນຮ່ວມ ແລະ ເປັນເຈົ້າການຂອງບຸກຄົນ, ຄອບຄົວ ໃນການປະຕິບັດຫຼັກການ 5 ປ, ສິ່ງສຳຄັນຫ້າມເດັດຂາດເວລາເຈັບເປັນບໍ່ໃຫ້ຊື້ຢາມາກິນເອງ ແລະ ປິ່ນປົວຕົນເອງຢູ່ບ້ານ ໂດຍການໃສ່ນໍ້າທະເລ ເພາະອາດຈະພາໃຫ້ມີອາການສົນ ແລະ ເປັນສາເຫດໃຫ້ເສຍຊີວິດໄດ້ .
(ສູນຂ່າວສານການແພດສຸຂະສຶກສາ)

