ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 15 ພຶດສະພາ 2022, ໄດ້ມີພິທີ ມອບ-ຮັບ ຫໍສະໝຸດ ພະໄຊ ຮູບຊົງແບບເຮືອນຊົນເຜົ່າລາວເດີມ ທີ່ວັດປ່າວິເວກ ໂພນກຸງ ບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງອັດຕະປື.
ເປັນກຽດເຂົ້າຮ່ວມພິທີມອບ-ຮັບມີ ພຣະອາຈານໃຫຍ່ມະຫາເຫວດ ມະເສໃນ ຮອງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປລາວ, ມີທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື, ມີອຳນາດການປົກຄອງເມືອງ ແລະ ບ້ານ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມ.
ຫໍສະໝຸດ ພະໄຊ ຮູບຊົງແບບເຮືອນຊົນເຜົ່າລາວເດີມ ທີ່ວັດປ່າວິເວກໂພນກຸງ ບ້ານຫາດຊາຍຂາວ, ເປັນການ ຟື້ນຟູສິນລະປະວັດທະນະທຳ-ອາລິຍະທຳອັນເກົ່າແກ່ ທີ່ເປັນມູນເຊື້ອ ຂອງຊາວແຂວງອັດຕະປືຕະຫຼອດມາ. ໄລຍະຫຼາຍສິບປີຜ່ານມາ ຮ່ອງ ຮອຍທາງດ້ານວັດທະ ນະທຳ-ອາລິຍະທຳ, ວິຖີຊີວິດ ຂອງປະຊາຊົນບັນດາເຜົ່າ ທີ່ເກົ່າແກ່ດັ້ງເດີມ ທີ່ເປັນເອກະລັກ ຫຼື ເປັນມູນເຊື້ອເຜົ່າຕ່າງໆ ຂອງເມືອງ ໄຊເສດຖາ ເກືອບເວົ້າໄດ້ວ່າອາດມີຈະບໍ່ມີໂອກາດໄດ້ພົບພໍ້, ຮ່ອງຮອຍ ແລະ ວິຖີຊີວິດຂອງຄົນລຸ້ນ ກ່ອນ. ເຊິ່ງ ການມອບ-ຮັບ ຄັ້ງນີ້ ເປັນເຫດການໜຶ່ງ ທີ່ໄດ້ມີການຂຸດຄົ້ນມູນເຊື້ອປະຫວັດສາດ ແລະ ຟື້ນຟູສິນລະປະ ວັດທະນະ ທຳ-ອາ ລິຍະທຳອັນເກົ່າແກ່ ທີ່ເປັນມູນເຊື້ອ, ຂຸດຄົ້ນເອົາວິຖີຊີວິດ ທີ່ເປັນຮີດເກົ່າຄອງເດີມມາເລົ່າ, ມາສ້າງຂຶ້ນ ຊຶ່ງໄດ້ຮັບຮູ້ເຖິງປະຫວັດສາດຄວາມເປັນມາຂອງວັດປ່າ ວິເວກໂພນກຸງແຫ່ງນີ້ ທີ່ມີປະຫວັດສາດ ຍາວນານ 84 ປີ, ທັງເປັນບ່ອນສຶກສາຮຽນຮູ້ ແລະ ເຜີຍແຜ່ສິນລະທຳ, ທັງເປັນ ຖານທີ່ໝັ້ນຂອງການຕໍ່ສູ້ ຂອງບັນພະບູລຸດຫຼາຍອົງ, ຫຼາຍທ່ານທີ່ໄດ້ມີການຕໍ່ສູ້ຢ່າງອົງອາດ ແລະ ພິລະອາດຫານໃນສະໄໝກ່ອນ ໃນດິນແດນອັດຕະປືແຫ່ງນີ້.
ແລະ ທີ່ສໍາຄັນການກໍ່ສ້າງຫໍສະໝຸດ ພະໄຊ ຮູບຊົງແບບເຮືອນຊົນເຜົ່າລາວເດີມ ໄດ້ເກີດຂຶ້ນ ເພື່ອໃຫ້ຄົນລຸ້ນໃໝ່ໄດ້ສຶກສາຮຽນຮູ້ປະຫວັດສາດທາງດ້ານວັດທະ ນະທຳ, ເປັນບ່ອນຄົ້ນຄ້ວາ ປະຫວັດສາດ ແລະ ທັງເປັນບ່ອນທ່ຽວທ່ຽວປະຫວັດ ສາດທາງດ້ານວັດທະນະທຳ ໄປຄຽງຄູ່ກັບແຫຼ່ງ ທ່ອງທ່ຽວເຈົ້າໄຊຍະເຊດຖາທິຣາດ ແລະ ແຫຼ່ງທ່ອງທ່ຽວອື່ນໆອີກຫຼາຍດ້ານຂອງເມືອງໄຊເສດຖາ, ເປັນການສ້າງເງື່ອນໄຂໃຫ້ເມືອງໄຊເສດຖາມີລາຍຮັບຈາກການທ່ອງທ່ຽວ ເວົ້າລວມ, ເວົ້າສະເພາະ ຈະສ້າງລາຍໄດ້ ໃຫ້ປະຊາຊົນບັນດາເຜົ່າຊາວບ້ານຫາດຊາຍຂາວອີກດ້ວຍ.
ໂອກາດດັ່ງກ່າວກໍ່ໄດ້ມີການຕັດແຖບຜ້າແລະລັ່ງຄ້ອງ9ບາດ,ປູກຕົ້ນໄມ້ 5ຕົ້ນແລະມອບຮັບຫໍສະໜຸດຢ່າງເປັນທາງການການ,ຈາກນັ້ນ ຕາງໜ້າອານາດການປົກຄອງເມືອງໄຊເສດຖາ, ໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະຄຸ້ມຄອງ, ປັກປັກຮັກສາ ແລະ ພັດທະນາ ຫໍສະໝຸດ ພະໄຊ ແຫ່ງນີ້ໃຫ້ຍືນຍົງຕະຫຼອດໄປ.
ຂ່າວ ໄຊຈະເລີນ