ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ກອງປະຊຸມ ຄົບຄະນະຄັ້ງທີ 7 (ສະໄໝທີ V) ຂອງຄະນະບໍລິຫານງານພັກເມືອງ ຄອບ ແຂວງ ໄຊຍະບູລີ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 24 ກຸມພາ ປີນີ້, ທີ່ຫ້ອງປະຊຸມໃຫຍ່ຂອງເມືອງດັ່ງກ່າວ, ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ແພງຊ້ອຍ ແພງເມືອງ, ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງ, ເຂົ້າຮ່ວມເປັນກຽດມີ ສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍທີມງານ, ມີບັນດາກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຫ້ອງການ, ກົມກອງ, ລັດວິສາຫະກິດ ແລະ ເລຂາພັກບ້ານທົ່ວເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ສະຫາຍ ແພງຊ້ອຍ ແພງເມືອງ ໄດ້ຂຶ້ນກ່າວໄຂກອງປະຊຸມ ຊຶ່ງສະຫາຍໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ດໍາເນີນໄປເປັນເວລາ 3 ວັນ ແລະ ຈະໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດເຫັນ ໃສ່ຮ່າງບົດລາຍງານການລົງກວດກາ, ປະເມີນຜົນການສ້າງໜ່ວຍພັກປອດໄສ, ເຂັ້ມແຂງ ແລະໜັກແໜ້ນປະຈຳປີ 2021, ບົດລາຍງານການນຳພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ປະຈຳປີ 2021  ແລະທິດທາງແຜນການປີ 2022 ແລະຮ່າງໂຄງການດຳເນີນງານຂອງຄະນະບໍລິຫານງານພັກເມືອງຄອບປະຈຳປີ 2022  ເພື່ອພ້ອມກັນຕີລາຄາໃຫ້ເຫັນດ້ານດີເພື່ອເສີມຂະຫຍາຍ ແລະຊອກວິທີທາງໃນການແກ້ໄຂດ້ານອອ່ນ, ຂໍ້ຄົງຄ້າງ ໃນຕໍ່ໜ້າ, ຈາກນັ້ນ ສະຫາຍ ສົມນຶກ ສິງຄໍາ ຮອງເລຂາພັກເມືອງກໍ່ໄດ້ຂຶ້ນຜ່ານຮ່າງບົດລາຍງານການລົງກວດກາ, ປະເມີນຜົນການສ້າງໜ່ວຍພັກປອດໄສ, ເຂັ້ມແຂງ ແລະໜັກແໜ້ນປະຈຳປີ 2021, ທົ່ວເມືອງມີພະນັກງານທັງໝົດ 456 ທ່ານ, ຍິງ 150 ທ່ານ; ໃນນັ້ນ, ພະນັກງານສົມບູນ 451 ທ່ານ, ຍິງ 148 ທ່ານ, ພະນັກງານ 95%  5  ທ່ານຍິງ 2 ທ່ານແລະພະນັກງານອາສາສະໝັກ 109 ທ່ານ, ຍິງ 56 ທ່ານ, ມີ 3 ຄະນະພັກຮາກຖານ, ​ມີ 70 ໜ່ວຍ​ພັກ,​ ມີສະມະຊິກພັກທັງໝົດ 831 ສະຫາຍ, ຍິງ 171 ສະຫາຍ, ປີຜ່ານມາຂະຫຍາຍສະມາຊິກພັກໄດ້ 55 ສະຫາຍ ຍິງ 13 ສະຫາຍ, ຜ່ານການລົງກວດກາສາມາດຕີລາຄາແບ່ງປະເພດສະມາຊິກພັກ: ແຂງ 762 ສະຫາຍ, ຍິງ 162 ສະຫາຍ, ກາງ 49 ສະຫາຍ, ຍິງ 6 ສະຫາຍ, ອ່ອນ 4 ສະຫາຍ,ບໍ່ໄດ້ແບ່ງປະເພດ 15 ສະຫາຍ, ຍິງ 3 ສະຫາຍ ແລະ ເສຍທາດ 1 ສະຫາຍ, ປະ​ເພດ​ໜ່ວຍ​ພັກໄດ້ເປັນໜ່ວຍ​ພັກປອດໃສ, ​ເຂັ້ມ​ແຂງ, ໜັກແໜ້ນ 59 ໜ່ວຍ, ​ກາງ 10 ໜ່ວຍ ແລະ ອ່ອນ 1 ໜ່ວຍ, ປະເພດພະນັກງານລັດຖະກອນໄດ້ປະເພດແຂງ 251 ທ່ານ, ຍິງ 65 ທ່ານ, ກາງ  2 ທ່ານ ແລະ ບໍ່ແບ່ງ  6  ທ່ານ, ກອງປະຊຸມດັ່ງກ່າວຍັງຈະໄດ້ດໍາເນີນຊີວິດການເມືອງ, ຜ່ານໃບສໍາຫຼວດຂອງເລຂາ, ຮອງເລຂາຄະນະບໍລິຫານງານພັກເມືອງ ແລະ ຈະໄດ້ຮັບຟັງການໂອ້ລົມຂອງສະຫາຍເລຂາພັກແຂວງຕື່ມອີກ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ