ພາຍຫຼັງທີ່ໄດ້ດໍາເນີນ ກອງປະຊຸມຄົບຄະນະບໍລິຫານງານພັກ ເມືອງ ຊຽງຮ່ອນ, ແຂວງ ໄຊຍະບູລີ ຄັ້ງທີ 7 ສະໄໝທີ VII ມາເປັນເວລາ 3 ວັນເຕັມ, ຈຶ່ງໄດ້ສໍາເລັດລົງໃນຕອນບ່າຍຂອງວັນທີ 23 ກຸມພາ 2022 ນີ້, ທີ່ຫ້ອງປະຊຸມໃຫຍ່ຂອງເມືອງດັ່ງກ່າວ, ໂດຍການເປັນປະທານຂອງ ສະຫາຍ ກົງທອງ ສິດທິໄຊ, ວ່າການເລຂາພັກເມືອງ, ວ່າການເຈົ້າເມືອງ ຊຽງຮ່ອນ, ເຂົ້າຮ່ວມເປັນກຽດມີສະຫາຍ ພົງສະຫວັນ ສິດທະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີການນໍາຂອງແຂວງ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກບັນດາຫ້ອງການ, ກົມກອງ, ອົງການ, ລັດວິສາຫະກິດ ແລະ ເລຂາພັກບ້ານ ທົ່ວເມືອງເຂົ້າຮ່ວມ.
ກອງປະຊຸມຜູ້ເຂົ້າຮ່ວມແມ່ນໄດ້ຍົກສູງຄວາມຮັບຜິດຊອບ ໂດຍການປະກອບຄຳຄິດເຫັນ ແລກປ່ຽນບົດ ຮຽນເຊິ່ງກັນ ແລະ ກັນຢ່າງກົງໄປ ກົງມາ ທັງເຫັນດີເປັນເອກະພາບ ເພື່ອຈະສືບຕໍ່ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງໃນຕໍ່ໜ້າ, ກອງປະຊຸມຍັງໄດ້ເຫັນດີເປັນເອກະພາບຕໍ່ເນື້ອໃນບົດສະຫຼຸບການນຳພາ-ຊີ້ນໍາການກວດກາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ບົດສະຫຼຸບລາຍງານການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ2021; ໂຄງການດໍາເນີນງານຂອງຄະນະບໍລິຫານງານພັກເມືອງປະຈໍາປີ 2022 ແລະ ບົດສະຫຼຸບການປ້ອງກັນ,ຄວບຄຸມແລະແກ້ໄຂການລະບາດຂອງພະຍາດໂຄວິດ-19,ໃນໄລຍະ 1 ປີຜ່ານມາເມືອງ ຊຽງຮ່ອນ ແມ່ນສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ,ສັງຄົມມີຄວາມສະຫງົບມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຍັງສືບຕໍ່ຂະຫຍາຍຕົວ,ບັນຍາກາດການຜະລິດຂອງປະຊາຊົນຍັງສືບຕໍ່ເປັນຂະບວນການດີ, ບັນດາຄາດໝາຍສູ້ຊົນລະອຽດຂອງຂະແໜງການແມ່ນໄດ້ຮັບການຈັດຕັ້ງປະຕິບັດແລະບັນລຸໃນຫຼາຍດ້ານ; ບັນດາໂຄງການລົງທຶນຂອງລັດແລະພາກເອກະຊົນແມ່ນໄດ້ດຳເນີນໄປຕາມຂັ້ນຕອນຂອງກົດໝາຍ, ມີຄວາມຄືບໜ້າແລະມີປະສິດທິຜົນເປັນສ່ວນຫຼາຍ, ພື້ນຖານໂຄງລ່າງຢູ່ຊົນນະບົດໄດ້ຮັບການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງປົວແປງ ແລະ ຍົກລະດັບດີຂຶ້ນເທື່ອລະກ້າວ, ຕອນທ້າຍຂອງກອງປະຊຸມ ສະຫາຍ ພົງສະຫວັນ ສິດທະວົງ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມພ້ອມທັງໄດ້ເໜັ້ນໜັກໃຫ້ຄະນະພັກແຕ່ລະຂັ້ນຈົ່ງເອົາໃຈໃສ່ປົກປັກຮັກສາເສັ້ນຊາຍແດນບໍ່ໃຫ້ສັດຕູ,ກຸ່ມຄົນບໍ່ດີກໍ່ຄວາມບໍ່ສະຫງົບຕາມບໍລິເວນຊາຍແດນ; ເອົາໃຈໃສ່ຄຸ້ມຄອງສໍາມະໂນຄົວ,ຄຸ້ມຄອງພົນລະເມືອງ, ຄຸ້ມຄອງຄົນຕ່າງປະເທດ; ສຶກສາອົບຮົມປະຊາຊົນພົນລະເມືອງບໍ່ໃຫ້ລັກລອບຕັດໄມ້, ເຄື່ອງປ່າຂອງດົງ, ຊອກຢູ່ຫາກິນຕາມບໍລິເວນຊາຍແດນ,ລັກລອບນໍາເຂົ້າພາຫະນະ, ລັກລອບເຂົ້າ, ອອກເມືອງບໍ່ຖືກຕ້ອງ, ບໍ່ຖືກຈຸດແລະອື່ນໆ, ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍການນໍາພາປູກ,ນໍາພາລ້ຽງໃຫ້ເກີດເປັນຮູບປະທໍາຕົວຈິງແທ້ໆ, ສືບຕໍ່ຍູ້ຂະບວນການຍົກສະມັດຕະພາບເຂົ້ານາປີ, ນາແຊງໃຫ້ສູງຂຶ້ນ, ຍູ້ແຮງຂະບວນການປູກຢາງພະລາ ແລະ ແຂມໃນເຂດທີ່ມີຄວາມເໝາະສົມ.
ແຫຼ່ງຂ່າວ: ຫ້ອງວ່າການແຂວງ ໄຊຍະບູລີ
