ຕີລາຄາຜົນການຈັດຕັ້ງປະຕິບັດມາດຕະການເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ໄລຍະ 9 ເດືອນ ແລະ ແຜນການ 3 ເດືອນທ້າຍປີ 2021, ຢູ່ເມືອງປາກລາຍ ແຂວງໄຊຍະບູລີ, ເພື່ອເປັນການຕ້ານການແຜ່ລະບາດຂອງພະຍາດດັ່ງກ່າວໃຫ້ຢຸດຕິລົງໂດຍໄວ , ສະຫາຍ ບຸນພະລັງ ວິໄລສັກ ກໍາມະການປະຈຳພັກເມືອງ ຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານ ວັດທະນະທຳສັງຄົມ ຍຸຕິທຳ ແລະ ຕຸລາການ, ໄດ້ປະກອບຄໍາເຫັນລາຍງານຢູ່ໃນວາລະດຳເນີນກອງປະຊຸມຄົບຄະນະບໍລິຫານວງານພັກເມືອງປາກລາຍ ຄັ້ງທີ 7 ສະໄໝທີ VIII ຄັ້ງວັນທີ 1-2 ພະຈິກ 2021 ຜ່ານມານີ້, ເນື່ອງຈາກ ເມືອງ ປາກລາຍ ມີປະ ຊາກອນ ແລະ ພົນລະເມືອງຈໍານວນຫລາຍຖ້າ ທຽບໃສ່ເມືອງອື່ນໆ ພາຍໃນແຂວງມີເຖິງ 74.737 ຄົນ, ຍິງ 36.841 ຄົນມີທີ່ຕັ້ງເຊື່ອມຕໍ່ກັບຫລາຍ ແຂວງມີຊາຍແດນສ່ວນໜຶ່ງຕິດກັບປະເທດໄທ ມີຄວາມຍາວປະມານ 34 ກິໂລແມັດ ມີຄວາມສ່ຽງໃນການລັກລອບຂອງ ເຂົ້າມາຂອງແຮງງານບໍ່ຖືກຕ້ອງຕໍ່ສະພາບດັ່ງກ່າວເຫັນວ່າເປັນບັນຫາ ແລະ ສິ່ງ ທ້າທາຍຕໍ່ການປ້ອງກັນຄວບຄຸມໃນການແຜ່ລະບາດຂອງພະຍາດໂຄວິດ 19 ໃນປະຈຸບັນເຊິ່ງມີຄວາມ ຈໍາເປັນຕ້ອງໄດ້ຖືເອົາວຽກງານເຝົ້າລະວັງ ແລະ ປ້ອງກັນ ເປັນບັນຫາສໍາຄັນ ແລະ ເປັນຄວາມຮັບຜິດຊອບຂອງຄະນະ ພັກທຸກຂັນ. ສະເພາະຢູ່ເມືອງປາກລາຍໃນໄລຍະ 09 ເດືອນຜ່ານມາ ໄດ້ເກັບຕົວຢ່າງໄປວິເຄາະຫາເຊື້ອໂຄວິດ-19 ທັງໝົດ 1.034 ຕົວຢ່າງ, ຜົນກວດເປັນບວກ(ຕິດເຊື້ອ) 10 ກໍລະນີ ນໍາເຂົ້າ, ມາຮອດປະຈຸບັນ ເມືອງປາກລາຍມີຜູ້ຕິດເຊື້ອພະຍາດໂຄວິດ-19 ແຕ່ປີ່ນປົວຫາຍດີທັງໝົດ 56 ຄົນ, ຍິງ 31 ຄົນ (ທັງໝົດແມ່ນປິ່ນປົວຢູ່ໂຮງໝໍພາກສະໜາມລ້ານຊ້າງ, ດົງໂດກ, ຫຼັກ 27 ນະຄອນຫຼວງວຽງຈັນ ແລະ ໂຮງໝໍແຂວງໄຊຍະບູລີ) ແລະ ປະຈຸບັນຍັງປິ່ນປົວຢູ່ໂຮງໝໍພາກສະໝາມເຮືອນພັກພູຝ້າຍ 03 ຄົນ, ຍິງ 02 ຄົນ, ສະນັ້ນ ເພື່ອຫຼຸດຜ່ອນດ້ານເສດຖະກິດ-ສັງຄົມ ແລະ ບັນລຸຄາດໝາຍໃນການເຮັດໃຫ້ມີຜູ້ຕິດເຊື້ອພະຍາດ COVID-19 ໜ້ອຍທີ່ສຸດ, ໃຫ້ມີຜູ້ເສຍຊີວິດໜ້ອຍທີ່ສຸດ ແລະ ໃຫ້ສັງຄົມໄດ້ຫັນໄປສູ່ການດໍາລົງຊີວິດປົກກະຕິພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິໃໝ່ໄດ້ໄວ ແລະ ທົ່ວເຖິງ ຄະນະສະເພາະກິດຂັ້ນເມືອງ ໄດ້ຄົ້ນຄວ້າກຳນົດແຜນວຽກຈຸດສຸມ ແລະ ມາດຕະການ 3 ເດືອນທ້າຍປີ 2021, ມາດຕະການເຟົ້າລະວັງ, ຄວບຄຸມການລະບາດຂອງພະຍາດ COVID-19, ການຄວບຄຸມ ແລະ ຕອບໂຕ້ຕໍ່ການລະບາດ, ການຈຳກັດບໍລິເວນ, ການປິ່ນປົວ, ການອະນາໄມ ແລະ ຂ້າເຊື້ອ, ການສັກວັກຊິນ, ໃຫ້ອົງການຈັດຕັ້ງບ້ານ ເປັນເຈົ້າການຄວບຄຸມ, ຄຸ້ມຄອງຢ່າງເຂັ້ມງວດໃຫ້ເຈົ້າໜ້າທີ່ ປກຊ-ປກສ ເອົາໃຈໃສ່ຢ່າງເຂັ້ມງວດໃນການຄວບຄຸມການເຂົ້າ-ອອກເມືອງ ໃຫ້ຄະນະສະເພາະກິດ ເປັນເຈົ້າການຜັດປ່ຽນກັນປະຈໍາການເປັນປົກກະຕິຈຸດກວດກາຄົນເຂົ້າ-ອອກທີ່ມີການຕັ້ງດ່ານຈຸດກວດກາ,ເພື່ອລາຍງານສະພາບການແຜ່ລະບາດພະຍາດດັ່ງກ່າວໃຫ້ທັນການ ເພື່ອພ້ອມກັນຄວບຄຸມບໍ່ໃຫ້ການແຜ່ລະບາດອອກສູ່ວົງກວ້າງ ແລະ ບໍ່ໃຫ້ມີກໍລະນີເສຍຊີວິດ,ເພື່ອເຮັດໃຫ້ເມືອງປາກລາຍເປັນເມືອງທີ່ພົ້ນຈາກເຊື້ອພະຍາດ COVID-19.
ຂ່າວ-ພາບ : ຕົ້ນ ສອນເພັດ.

