ວັນທີ 25 ຕຸລາ 2022 ຢູ່ຫໍປະຊຸມບ້ານໄຊຍະມຸງຄຸນ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດພິທີເປີດຂະບວນການວັນສັກຢາກັນພະຍາດ ໃຫ້ບໍລິ ການວັກຊິນກັນພະຍາດໂຄວິດ-19ໃນເດັກກຸ່ມອາຍຸ5-11ປີ ແລະ12ປີຂຶ້ນໄປ ເຊື່ອມສານກັບການໃຫ້ວັກຊິນກັນມະເຮັງປາກມົດລູກ ແລະ ວັກຊິນທົ່ວໄປຂຶ້ນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນພະລັງ ວິໄລສັກ ກຳມະການປະຈຳພັກເມືອງ ຮອງເຈົ້າເມືອງໆປາກລາຍຜູ້ຊີ້ນຳຂົງເຂດວຽກງານວັດຖະນະທຳ-ສັງ ຄົມ, ຍຸຕິທຳ ແລະ ຕຸລາການ,ມີບັນດາທ່ານກໍາມະການພັກເມືອງ, ຫົວໜ້າຫ້ອງການ ອຳນວຍການໂຮງຮຽນປະຖົມ, ອານຸ ບານ,ພະນັກງານວິຊາການທີ່ກ່ຽວຂ້ອງ, ນາຍບ້ານ, ຄູອາຈານ, ນ້ອງນັກຮຽນຕະ ຫຼອດຮອດພໍ່ແມ່ຜູປົກຄອງເຂົ້້າຮ່ວມ.
ໃນພິທີທ່ານ ບຸນພະລັງ ວິໄລສັກ ເຈົ້າເມືອງກໍ່ໄດ້ໃຫ້ກຽດຂຶ້ນກ່າວເປີດພິທີ ເປີດຂະບວນການວັນສັກຢາກັນພະຍາດແຫ່ງ ຊາດ ວສຊ ໃຫ້ບໍລິການວັກຊິນກັນພະຍາດໂຄວິດ-19ໃນເດັກກຸ່ມອາຍຸ5-11ປີ ແລະ12ປີຂຶ້ນໄປ ເຊື່ອມສານກັບການໃຫ້ວັກຊິນກັນມະເຮັງປາກມົດລູກ ແລະ ວັກຊິນທົ່ວໄປເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ການສັກຢາກັນພະຍາດໃນຄັ້ງນີ້ ແມ່ນພວກເຮົາຈະໄດ້ສຸມໃສ່ການສັກຢາກັນໂຄວິດ19 ໃຫ້ແກ່ເປົ້າໝາຍເດັກທີ່ມີອາຍຸ 6-11 ປີ ແລະ ອາຍຸ12 ປີ ຂື້ນໄປທີ່ພາດໂອກາດຍັງບໍ່ທັນໄດ້ສັກ ຫຼື ສັກບໍ່ທັນຄົບ ເນື່ອງຈາກໃນໄລຍະຜ່ານມາແມ່ນໄດ້ສັກໃຫ້ເປົ້າໝາຍອາຍຸ 6 ປີຂຶ້ນໄປ ສະນັ້ນເປົ້າໝາຍທີ່ຈະ ສັກໃນຊຸດນີ້ສ່ວນຫຼາຍຈະແມ່ນຢູ່ໂຮງ ຮຽນອະນຸບານ ແລະ ຫ້ອງປ1 ແລະ ຜູ້ພາດໂອກາດຢູ່ຫ້ອງອື່ນຈຳນວນໜຶ່ງ ໄປຄຽງຄູ່ກັນນີ້ ການສັກຢາໃນຄັ້ງນີ້ຈະໄດ້ເຊື່ອມສານການສັກຢາກັນມະເຮັງປາກມົດລູກໃຫ້ແກ່ນັກຮຽນ ຍິງຜູ້ທີ່ມີອາຍຸ ຄົບ 10 ປີ ຂຶ້ນໄປ ເຊິ່ງເລີ່ມສັກແຕ່ວັນທີ 25 ຕຸລາ 2022 ເປັນຕົ້ນໄປຈົນສຳເລັດທຸກບ້ານ ແລະ ທຸກໆໂຮງຮຽນ ສະນັ້ນ ການສັກຢາກັນພະຍາດແຫ່ງຊາດຊຸດນີ້ແມ່ນໄດ້ມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ຈະເປັນເພີ່ມອັດຕາການສັກຢາກັນພະຍາດໂຄວິດ19 ໃຫ້ແກ່ເປົ້າໝາຍເພີ່ມຂຶ້ນ, ກວດກາ ແລະ ສັກຄືນບາງເປົ້າໜາຍພາດໂອກາດ, ແມ່ຍິງໃນເກນອາຍຸກໍຈະໄດ້ສັກຢາກັນມະເຮັງປາກມົດລູກໄປພ້ອມ ເຊິ່ງຈະຊ່ວຍປ້ອງກັນ ພະຍາດ ແລະ ເສີມສ້າງພູມຄຸ້ມກັນຂອງຮ່າງກາຍໃຫ້ສູງຂຶ້ນ,ສະນັ້ນຈີ່ງມີຄວາມຈຳເປັນຕ້ອງໄດ້ສັກຄົບຕາມຈຳນວນກຸ່ມເປົ້າໝາຍພ້ອມນີ້ທ່ານ ບຸນພະລັງວິໄລສັກຍັງໄດ້ຮຽກຮ້ອງມາຍັງຜູ້ອຳນວຍການໂຮງຮຽນປະຖົມ,ຄູປະຈຳຫ້ອງເອົາໃຈໃສ່ໃຫ້ການຮ່ວມໄມ້ຮ່ວມມື ໃຫ້ຂໍ້ມູນຈຳນວນນ້ອງນ້ອຍນັກຮຽນລະອຽດ ພ້ອມທັງຊ່ວຍລະດົມໃຫ້ນັກຮຽນໃນກຸ່ມເປົ້າໝາຍ ໃຫ້ໄດ້ຮັບການສັກຢາວັກຊິນ ຢ່າງທົ່ວເຖີງ ແລະ ກ່າວເປີດຂະບວນການສັກຢາຢ່າງເປັນທາງການ
ພາບ-ຂ່າວ: ດາວປະດິດ ເສດຖາລາດ
Loading...