ພາຍຫຼັງທີ່ໄດ້ດໍາເນີນ ກອງປະຊຸມ ຄົບຄະນະຄັ້ງທີ 8 (ສະໄໝທີ VIII) ຂອງຄະນະບໍລິຫານງານພັກເມືອງ ຫົງສາ ແຂວງ ໄຊຍະບູລີ ມາເປັນເວລາ 2 ວັນເຄິ່ງ, ຈຶ່ງໄດ້ສໍາເລັດລົງໃນຕອນເຊົ້າຂອງວັນທີ 2 ມີນາ 2022, ທີ່ຫ້ອງປະຊຸມໃຫຍ່ຂອງເມືອງດັ່ງກ່າວ, ໂດຍການເປັນປະທານຂອງສະຫາຍ ຄໍາຫຼ້າ ຜີວວັນນາ, ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງ, ເຂົ້າຮ່ວມເປັນກຽດມີ ສະຫາຍເພັງນິລັນ ຄໍາພັນເພັງຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ໄຊຍະບູລີ ພ້ອມຄະນະ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຫ້ອງການ, ກົມກອງ, ລັດວິສາຫະກິດ, ເລຂາພັກບ້ານ ແລະ ຄອບຄົວຕົວແບບ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຜູ້ເຂົ້າຮ່ວມແມ່ນໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດເຫັນ ໃສ່ຮ່າງບົດຕ່າງໆເຊິ່ງຍົກໃຫ້ເຫັນໄດ້ຜົນງານດ້ານດີ, ດ້ານຕັ້ງໜ້າ ແລະ ວິທີການແກ້ໄຂດ້ານອ່ອນທີ່ຄົງຄ້າງ, ໃນໄລຍະຜ່ານມາພາຍໃຕ້ການນຳພາ-ຊີ້ນຳຢ່າງໃກ້ຊິດຂອງອົງຄະນະພັກເມືອງ, ຄວາມເປັນເຈົ້າການຂອງບັນດາຂະແໜງການແລະຄວາມຮັບຜິດຊອບສູງຂອງພະນັກງານຈຶ່ງເຮັດໃຫ້ຫຼາຍຄາດໝາຍບັນລຸຕາມແຜນວາງໄວ້, ເຮັດໃຫ້ເສດຖະກິດຂອງເມືອງສືບຕໍ່ຂະຫຍາຍຕົວໃນລະດັບດີ, ລວມຍອດລາຍໄດ້ທັງໝົດ 752,74 ຕື້ກີບ ລາຍໄດ້ສະເລ່ຍຕໍ່ຫົວຄົນໜຶ່ງໄດ້ 24,5 ລ້ານກີບ ເທົ່າກັບ 2.556 ໂດລາສະຫະລັດ, ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 5,16 ຕື້ກີບ ເທົ່າກັບ 129,81%, ໄດ້ຊຸກຍູ້ສົ່ງເສີມການຜະລິດແລະການຈໍາໜ່າຍສິນຄ້າ (ODOP) ຂອງເມືອງຕິດພັນກັບກຸ່ມຜະລິດຂອງສະຫະກອນມີມູນຄ່າການຜະລິດ 601,7 ລ້ານກວ່າກີບ ແລະ ຈໍາໜ່າຍສູ່ຕະຫຼາດໄດ້ 855 ລ້ານກວ່າກີບ, ສາມາດຜະລິດເຂົ້າໄດ້ທັງໝົດ 9.207 ໂຕນ, ພືດສະບຽງອາຫານປະຕິບັດໄດ້ 2.731 ໂຕນ, ຜະລິດສິນຄ້າກະສິກໍາໄດ້ທັງໝົດ 15.660 ໂຕນ, ສ່ວນວຽກງານວັດທະນະທໍາ-ສັງຄົມກໍ່ໄດ້ຮັບການຊຸກຍູ້-ສົ່ງເສີມ ແລະ ພັດທະນາ, ຕອນທ້າຍຂອງກອງປະຊຸມແມ່ນໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ, ເຊິ່ງສະຫາຍໄດ້ເໜັ້ນໜັກໃຫ້ຄະນະພັກແຕ່ລະຂັ້ນເອົາໃຈໃສ່ ສືບຕໍ່ປົກປັກຮັກສາເສັ້ນຊາຍແດນບໍ່ໃຫ້ສັດຕູ, ກຸ່ມຄົນບໍ່ດີກໍ່ຄວາມບໍ່ສະຫງົບຕາມບໍລິເວນຊາຍແດນ, ການລັກລອບເຂົ້າ-ອອກເມືອງບໍ່ຖືກຕ້ອງ, ສຶກສາອົບຮົມປະຊາຊົນພົນລະເມືອງບໍ່ໃຫ້ລັກລອບຕັດໄມ້, ນໍາສັດໄປລ້ຽງ ແລະຊອກຢູ່ຫາກິນຕາມບໍລິເວນຊາຍແດນ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໂດຍສະເພາະບັນຫາຢາເສບຕິດ, ຂີ້ລັກງັດແງະ, ຂໍ້ຂັດແຍ່ງໃນສັງຄົມ ແລະ ອື່ນໆ, ສືບຕໍ່ຍູ້ຂະບວນການຍົກສະມັດຕະພາບເຂົ້ານາປີ, ນາແຊງໃຫ້ສູງຂຶ້ນ, ຂົນຂວາຍຍາດແຍ່ງ ເອົາຜູ້ປະກອບການເຂົ້າມາມີສ່ວນຮ່ວມຊຸກຍູ້ສົ່ງເສີມ, ການປູກ-ການລ້ຽງໃຫ້ເພີ່ມຂຶ້ນຕິດພັນກັບການປຸງແຕ່ງຜະລິດຕະພັນສິນຄ້າໂອດອບ; ຍູ້ແຮງຂະບວນການປູກພືດໄລຍະຍາວ ໂດຍສະເພາະ ຢາງພະລາ ແລະ ໄມ້ໃຫ້ໝາກ, ເອົາໃຈໃສ່ປ້ອງກັນ, ສະກັດກັ້ນໄຟໄໝ້ລາມປ່າ ແລະ ຕ້ານພະຍາດ ໂຄວິດ-19.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ