ເມືອງ ເງິນ ສໍາເລັດກອງປະຊຸມ ຄົບຄະນະ ບໍລິຫານງານພັກ ຄັ້ງທີ 8 ສະໄໝທີ V

ພາຍຫຼັງທີ່ໄດ້ດໍາເນີນ ກອງປະຊຸມ ຄົບຄະນະຄັ້ງທີ 8 ສະໄໝທີ V ຂອງຄະນະບໍລິຫານງານພັກເມືອງ ເງິນ ແຂວງ ໄຊຍະບູລີ ມາເປັນເວລາ 2 ວັນ, ຈຶ່ງໄດ້ສໍາເລັດລົງໃນຕອນເຊົ້າຂອງວັນທີ 5 ມີນາ ປີນີ້, ທີ່ຫ້ອງປະຊຸມໃຫຍ່ຂອງເມືອງດັ່ງກ່າວ, ໂດຍການເປັນປະທານຂອງສະຫາຍ ທະວີສັກ ໄຊຍະວົງ, ວ່າການເລຂາຄະນະບໍລິຫານງານພັກເມືອງ, ວ່າການເຈົ້າເມືອງ, ເຂົ້າຮ່ວມເປັນກຽດມີ ສະຫາຍ ອາເມ ຊົງເຢຍເລັ່ງ, ກໍາມະການປະຈໍາພັກແຂວງ, ຫົວໜ້າ ຄະນະໂອສະນາອົບຮົມແຂວງ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຫ້ອງການ, ກົມກອງ, ລັດວິສາຫະກິດ, ເລຂາພັກບ້ານ ເຂົ້າຮ່ວມຢ່າງພ້ອມພຽງ.

ຕະຫຼອດໄລຍະດໍາເນີນກອງປະຊຸມຜູ້ເຂົ້າຮ່ວມແມ່ນໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດເຫັນ ໃສ່ຮ່າງບົດ ການນໍາພາ-ຊີ້ນໍາວຽກງານການກໍ່ສ້າງພັກ-ພະນັກງານ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ການຈັດຕັ້ງແຜນພັດທະນາ ເສດຖະກິດ-ສັງຄົມ, ບົດສໍາຫຼວດການນໍາພາລວມ ແລະ ແຜນໂຄງການດໍາເນີນງານ, ເຊິ່ງຍົກໃຫ້ເຫັນໄດ້ຜົນງານດ້ານດີ, ດ້ານຕັ້ງໜ້າ ແລະ ວິທີການແກ້ໄຂດ້ານອ່ອນທີ່ຄົງຄ້າງ, ພ້ອມດຽວກັນກໍ່ໄດ້ດໍາເນີນຊີວິດການເມືອງ, ສໍາຫຼວດກວດກາ ຕໍ່ການນໍາພາລວມຂອງຄະນະບໍລິຫານງານພັກເມືອງ, ໂດຍລວມແລ້ວເມືອງເງິນຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ກາຍເປັນຫຼັກຮັບປະກັນໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາເມືອງເງິນກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ເສດຖະກິດສືບຕໍ່ຂະຫຍາຍຕົວ 5,3%, ລວມຍອດ​ມູນ​ຄ່າ​ລາຍຮັບຈາກການຜະລິດບັນລຸໄດ້ 483,88 ຕື້​ກີບ, ​ສະ​ເລ່ຍ​ໃສ່​ຫົວ​ຄົນໜຶ່ງ​ໄດ້ 24,64 ລ້ານ​ກີບຕໍ່ຄົນຕໍ່ປີ ຫຼື ​ເທົ່າ​ກັບ 2.464 ​ໂດ​ລາ​ສະຫະລັດ, ບັນດາໂຄງການຕ່າງໆໄດ້ຖືກຈັດຕັ້ງປະຕິບັດ, ການຜະລິດສະບຽງອາຫານ, ການຜະລິດເປັນສິນຄ້າໄດ້ມີທ່າອ່ຽງຂະຫຍາຍຕົວດີຂຶ້ນ; ຂະບວນການລ້ຽງສັດໃຫຍ່ປະເພດ (ງົວ, ຄວາຍ) ໄດ້ຫັນມາລ້ຽງເປັນກຸ່ມແບບຄອບຄົວ ຕິດພັນກັບການປູກຫຍ້າໄດ້ແຜ່ຂະຫຍາຍເປັນວົງກວ້າງ; ພື້ນຖານໂຄງລ່າງທີ່ຈໍາເປັນເຊັ່ນ: ເສັ້ນທາງ, ໄຟຟ້າ, ນໍ້າປະປາ, ໂທລະຄົມມະນາຄົມ-ການສື່ສານ, ສິ່ງສາທາລະນະປະໂຫຍດ ແລະ ອື່ນໆ ໄດ້ຮັບການປັບປຸງຍົກລະດັບດີຂຶ້ນເປັນກ້າວໆ.

 

 

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

Loading...