ໃນຕອນເຊົ້າຂອງວັນທີ 1 ຕຸລາ 2021 ນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະໄດ້ລົງຢ້ຽມຢາມ ແລະ ເຮັດວຽກ ຢູ່ບ້ານ ທອງ ເມືອງ ເງິນ, ໃຫ້ການຕ້ອນຮັບມີ ທ່ານ ທະວີສັກ ໄຊຍະວົງ ວ່າການເຈົ້າເມືອງ, ມີການນໍາທຸກພາກສ່ວນຂອງເມືອງ ແລະ ອໍານາດການປົກຄອງບ້ານ ທອງ.
ທ່ານ ທະວີສັກ ໄຊຍະວົງ ວ່າການເຈົ້າເມືອງ ໄດ້ຂຶ້ນລາຍງານສະພາບລວມຂອງເມືອງໂດຍໄດ້ລົງເລິກວຽກງານການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ເປັນຕົ້ນແມ່ນບັນຫາຢາເສບຕິດ ແລະ ອຸບັດຕິເຫດຕາມທ້ອງທະໜົນ, ຮອດປະຈຸບັນເມືອງ ເງິນ ມີເປົ້າໝາຍ ກຸ່ມຄົນບໍດີໃນການຊື້-ຂາຍຢາເສບຕິດລາຍຍ່ອຍ ແລະ ຜູ້ເສບຢາທັງໝົດ 472 ຄົນ, ຍິງ 26 ຄົນ ໃນນີ້: ເປົ້າໝາຍຊື້-ຂາຍ 61 ຄົນ, ເປົ້າໝາຍເສບ 411 ຄົນ, ໃນໄລຍະຜ່ານມາໄດ້ແກ້ໄຂເປົ້າໝາຍຊື້-ຂາຍ ແລະ ເສບຢາເສບຕິດ ທັງໝົດ 287 ຄົນ, ໃນນີ້: ເປົ້າໝາຍຊື້-ຂາຍ 19 ຄົນ, ເປົ້າໝາຍເສບ 268 ຄົນ, ສະເພາະເດືອນ 7 ຫາ ເດືອນ 8 ນີ້ໄດ້ແກ້ໄຂເປົ້າໝາຍຜູ້ກະທໍາຜິດຄື: ເປົ້າໝາຍຊື້້-ຂາຍ 5 ລາຍ, ກັກຕົວຜູ້ກະທໍາຜິດ 5 ຄົນ, ຍຶດຂອງກາງຢາບ້າໄດ້ 1.361 ເມັດ, ດໍາເນີນການເລີກຮື້ເປົ້າໝາຍເສບໄດ້ 44 ຄົນ, ນໍາເຂົ້າສູນດັດສ້າງໄດ້ 10 ຄົນ ແລະ ສຶກສາອົບຮົມຢູ່ຂັ້ນຄອບຄົວ, ບ້ານ ແລະ ບໍລິສັດ 34 ຄົນ.
ດ້ານປະກົດການຫຍໍ້ທໍ້ ທາງຖະໜົນ ມີອຸປະຕິເຫດເກີດຂຶ້ນ 15 ຄັ້ງ, ໄດ້ຮັບບາດເຈັບ 25 ຄົນ, ເສຍຊີວິດ 2 ຄົນ; ພາຫະນະເປ່ເພ 19 ຄັນ ມູນຄ່າເສຍຫາຍປະມານ 767.750.000 ກີບ, ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ກໍ່ໄດ້ເນັ້ນໜັກໃຫ້ການນໍາຂອງເມືອງທຸກພາກສ່ວນ ໂດຍສະເພາະແມ່ນເຈົ້າໜ້າທີ່ກໍາລັງປະກອບອາວຸດ ຈົ່ງເລັ່ງຕິດຕາມກວດກາ, ເລີກຮື້ ແລະ ແກ້ໄຂບັນດາເປົ້າໝາຍ ຄ້າ-ຂາຍ ແລະ ຜູ້ເສບຢາບ້າໃຫ້ໄດ້ຕາມແຜນການ, ເຮັດວຽກວິຊາສະເພາະຢ່າງມີສະຕິ, ມີແຜນການຢ່າງລະອຽດຮອບຄອບ, ພ້ອມດຽວກັນຕ້ອງລົງເຜີຍແຜ່ກົດໝາຍວ່າດ້ວຍຢາເສບຕິດ ແລະ ຜົນຮ້າຍຂອງຢາເສບຕິດ ຢູ່ທ້ອງຖິ່ນ, ຮາກບ້ານໃນທົ່ວເມືອງ, ເອົາໃຈໃສ່ຮັກສາເສັ້ນຊາຍແດນໃຫ້ເປັນປົກກະຕິເພື່ອບໍ່ໃຫ້ເປັນເສັ້ນທາງລໍາລຽງສິ່ງເສບຕິດຜ່ານຊ່ອງທາງຕ່າງໆຕາມແລວຊາຍແດນ, ນອກນັ້ນຈົ່ງສືບຕໍ່ຮັກສາຄວາມສາມັກຄີ, ມີຄວາມເປັນຢ່າງທີ່ດີໃຫ້ມະຫາຊົນ, ສືບຕໍ່ຊຸກຍູ້ສົ່ງເສີມປະຊາຊົນເກັບກູ້ພືດລະດູຝົນໃຫ້ສໍາເລັດ ແລະ ກະກຽມເຂົ້າສູ່ການຜະລິດລະດູແລ້ງໃຫ້ເປັນຂະບວນກ້ວາງຂວາງ, ສົ່ງເສີມລູກ-ຫຼານໃຫ້ໄດ້ເຂົ້າຮຽນ ແລະ ເອົາໃຈໃສ່ຕິດຕາມເຝົ້າລະວັງການແຜ່ລະບາດຂອງພະຍາດຕາມລະດູການ ແລະ ພະຍາດໂຄວິດ-19.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ
