ໃນວັນທີ 8 ກຸມພາ ປີນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວກວດກາ-ຊຸກຍູ້ ແລະ ຊີ້ນໍາວຽກງານການຫ້າງຫາກະກຽມໃຫ້ແກ່ການດໍາເນີນການປ່ອນບັດເລືອກຕັ້ງ ສສຊ ແລະ ສສຂ, ການຜະລິກລະດູແລ້ງ ແລະ ການປ້ອງກັນ-ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ເມືອງ ໄຊຍະບູລີ, ໂດຍມີ ທ່ານ ບຸນແທນ ທິແກ້ວ ເຈົ້າເມືອງ ພ້ອມດ້ວຍການນໍາທຸກພາກສ່ວນ ແລະ ພະນັກງານຫຼັກແຫຼ່ງຂອງເມືອງເຂົ້າຮ່ວມ.
ທ່ານບຸນແທນ ທິແກ້ວ ເຈົ້າເມືອງໄຊຍະບູລີ ໄດ້ລາຍງານຫຍໍ້ກ່ຽວກັບຜົນສໍາເລັດການຊີ້ນໍາໆພາລວມຕໍ່ທຸກຂົງເຂດວຽກງານ ໂດຍສະເພາະແມ່ນໄດ້ລົງເລິກວຽກງານ ການຜະລິດລະດູແລ້ງ, ວຽກງານການເລືອກຕັ້ງ ສສຊ ແລະ ສສຂ ແລະ ວຽກງານ ປ້ອງກັນ-ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງທ່ານໄດ້ກ່າວວ່າ: ການຜະລິດລະດູແລ້ງປີນີ້ແມ່ນໄດ້ຫັນຈາກການປູກເຂົ້າທີ່ໃຊ້ນໍ້າຫຼາຍມາປູກພືດເປັນສິນຄ້າທີ່ໃຊ້ນໍ້ານ້ອຍເຊັ່ນ: ໝາກຖົ່ວເຫຼືອງ 416 ເຮັກຕາ, ໝາກໂມ 193 ເຮັກຕາ, ນອກນີ້ກໍ່ໄດ້ຊຸກຍູ້ປະຊາຊົນປູກພືດຜັກ ແລະ ໄມ້ໃຫ້ໝາກລຽບແຄມນໍ້າຮຸ່ງ, ນໍ້າຕໍາ, ນໍ້າຕຽນ, ນໍ້າຕວນ ແລະ ທົ່ງນາບ່ອນທີ່ມີເງື່ອນໄຂໃນເນື້ອທີ່ 3.927 ເຮັກຕາ, ວຽກງານການກະກຽມແກ່ການປ່ອນບັດເລືອກຕັ້ງ ສສຊ ແລະ ສສຂ ຮອດປະຈຸບັນແມ່ນມີຄວາມພ້ອມຮອບດ້ານເຊັ່ນ: ກະກຽມແນະນໍາແບ່ງຄວາມຮັບຜິດຊອບຢູ່ແຕ່ລະໜ່ວຍເລືອກຕັ້ງ, ກະກຽມຜ້າສາກ, ເວທີ, ຄໍາຂວັນ, ອຸປະກອນເຄື່ອງມືຮັບໃຊ້, ກວດກາຜູ້ມີໜ້າ ແລະ ບໍ່ມີໜ້າເພື່ອເຂົ້າສູ່ການປ່ອນບັດ ແລະ ຈະໄດ້ຢາຍບັດຢັ້ງຢືນໃຫ້ຜູ້ມີສິດປ່ອນບັດກ່ອນໜ້າ 3 ວັນ ແລະ ເຮັດທົດລອງວິທີການປ່ອນບັດ, ສໍາລັບຜູ້ມີສິດປ່ອນບັດເລືອກຕັ້ງໃນທົ່ວເມືອງ ໄຊຍະບູລີ ມີທັງໝົດ 61.268 ຄົນ, ຍິງ 27.823 ຄົນ, ໃນນີ້ຜູ້ມີສິດທີ່ມີໜ້າຕົວຈິງ 54.903 ຄົນ, ຍິງ 25.481 ຄົນ, ກວມເອົາ 89,6%, ໄດ້ຈັດຕັ້ງເປັນ 84 ໜ່ວຍເລືອກຕັ້ງ, ໄດ້ກໍານົດຈຸດສຸມເພື່ອໃຫ້ຜູ້ສະໝັກຮັບເລືອກຕັ້ງລົງໂຄສະນາຫາສຽງ ສສຊ 3 ຈຸດ ແລະ ສສຂ 14 ຈຸດ, ພ້ອມດຽວກັນກໍ່ໄດ້ຈັດວາງກໍາລັງປ້ອງກັນຢູ່ຕາມສະຖານທີ່ສໍາຄັນເຊັ່ນ: ສໍານັກງານ, ອົງການ, ຈຸດໜ່ວຍປ່ອນບັດ, ເສັ້ນທາງ ແລະ ອື່ນໆ ເພື່ອຮັບປະກັນໃຫ້ການເລືອກຕັ້ງຄັ້ງນີ້ມີຄວາມສະຫງົບປອດໄພຮອບດ້ານ, ວຽກງານການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ແມ່ນໄດ້ສືບຕໍ່ປະຕິບັດບັນດາມາດຕະການຂອງໜ່ວຍສະເພາະກິດແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.
ໂອກາດນີ້ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ກໍ່ໄດ້ໃຫ້ກຽດໂອ້ລົມ ຊຶ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດດັ່ງກ່າວ ພ້ອມທັງໄດ້ເນັ້ນໜັກໃຫ້ການນໍາ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ ຈົ່ງເອົາໃຈໃສ່ຕໍ່ວຽກງານການເລືອກຕັ້ງ ໂດຍສະເພາະແມ່ນຮັກສາຄວາມສະຫງົບປອດໄພຮອບດ້ານ, ຮັບປະກັນເຮັດໃຫ້ການເລືອກຕັ້ງຄັ້ງນີ້ມີບັນຍາກາດ ແລະ ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້, ເອົາໃຈໃສ່ເຝົ້າລະວັງຢ່າງເຂັ້ມງວດຕໍ່ການລະບາດຂອງພະຍາດໂຄວິດ-19, ໂດຍການກວດກາຄົນເຂົ້າ-ອອກເມືອງໃຫ້ເປັນປົກກະຕິ, ເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນປູກພືດລະດູແລ້ງໃຫ້ຫຼາຍຢູ່ແຕ່ລະທ້ອງຖິ່ນທີ່ເຫັນວ່າມີຄວາມເໝາະສົມ, ເອົາໃຈໃສ່ປົກປັກຮັກສາປ່າໄມ້ ເປັນຕົ້ນແມ່ນປ່າຕົ້ນນໍ້າ ແລະ ເອົາໃຈໃສ່ເຝົ້າລະວັງ, ປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ມີໄຟໄໝ້ລາມປ່າຢ່າງເດັດຂາດ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ