ວັນທີ 24 ຕຸລາ 2022 .ຢູ່ທີ່ຫໍປະຊຸມບ້ານຂອນ ເມືອງເງິນ ແຂວງ ໄຊຍະບູລີ ໄດ້ຈັດພິທີເປີດຂະບວນການສັກຢາກັນພະຍາດໂຄວິດ-19 ໃນເດັກກຸ່ມອາຍຸ 5-11 ປີຂື້ນໄປ ແລະ ເຊື່ອມສານກັບການໃຫ້ວັກຊິນກັນມະເຮັງປາກມົດລູກ ແລະ ວັກຊິນ ທົ່ວໄປ, ເຂົ້າຮ່ວມເປັນກຽດ ມີ ທ່ານ ບຸນເລື່ອນ ບົວໄລ ຮອງເຈົ້າເມືອງ, ປະທານຄະນະກໍາມະທິການ ເພື່ອແມ່ ແລະ ເດັກ ຂັ້ນເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຄູອາຈານ, ທ່ານນາຍບ້ານ ແລະ ພະນັກ ງານແພດໜໍເຂົ້າຮ່ວມ.
ທ່ານ ດຣ ນາງ ຈັນສຸກ ພົມມະວົງ ກໍາ ມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ ໄດ້ຂື້ນລາຍງານ ການເປີດຂະບວນການສັກຢາກັນພະຍາດ ໂຄວິດ-19 ໃຫ້ເດັກນ້ອຍ ອາຍຸ 5-11 ປີ ແລະ 12 ຂື້ນໄປ ເພື່ອເປັນການສ້າງພູມຄຸ້ມກັນ ໃຫ້ແກ່ເດັກ ເພື່ອເຮັດໃຫ້ເດັກກຸ່ມເປົ້າໜາຍດັ່ງກ່າວ ປອດໄພ ການເປັນພະຍາດ ໂຄວິດ-19 ແລະ ເພື່ອເປັນການຕ້ານບໍ່ໃຫ້ພະຍາດ ເກີດມີການລະບາດຂື້ນມາຮອບໃໜ່. ປະຈຸບັນທົ່ວເມືອງມີ ອັດຕາການສັກຢາປ້ອງກັນ ໂຄວິດ19 ບັນລຸໄດ້ດັ່ງນີ້: ອັດຕາປົກຄຸມການສັກຢາກັນພະຍາດລວມ ໃນເດັກລຸ່ມ 1 ປີ 72 %,ອັດຕາປົກຄຸມ ສັກຢາກັນມະເຮັງປາກມົດລູກ ໃຫ້ເດັກຍິງ ໃນເກນອາຍຸ 10-17 ປີ ປະຕິບັດໄດ້ 88%, ອັດຕາປົກຄຸມສັກຢາກັນພະຍາດ ໂຄວິດ-19 ເຂັ້ມທີ 1 ໄດ້ 16.542 ຄົນ, ເທົ່າກັບ 79%, ເຂັມທີ 2 ປະຕິບັດໄດ້ 16.266 ຄົນ, ເທົ່າກັບ 78%, ເຂັມທີ 3 (ເຂັມກະຕຸ້ນທີ 1 ປະຕິບັດໄດ້ 12.307 ຄົນ,ເທົ່າກັບ 59,6%) ແລະ ເຂັມທີ 4 (ເຂັມກະຕຸ້ນທີ 2 ປະຕິບັດໄດ້ 6.266 ຄົນ, ເທົ່າກັບ 30,09%)
ຈາກນັ້ນ ທ່ານ ບຸນເລື່ອນ ບົວໄລ ຮອງເຈົ້າເມືອງ ປະທານກໍາມາທິການ ເພື່ອແມ່ ແລະ ເດັກຂັ້ນເມືອງ ໄດ້ຂື້ນກ່າວເປີດພິທີສັກຢາກັນພະຍາດ ໂຄວິດ-19 ໃຫ້ກຸ່ມເປົ້າໜາຍເດັກນ້ອຍອາຍຸ 5-11 ປີ ຢ່າງເປັນທາງການ. ພ້ອມທັງຮຽກຮ້ອງເຖິງອົງຈັດຕັ້ງແຕ່ລະຂັ້ນ ແລະ ພໍ່ແມ່ຜູ້ປົກຄອງຢູ່ໃນແຕ່ລະບ້ານ ຈະຕ້ອງໄດ້ມີຄວາມຕັດສິນໃຈ ໃຫ້ຄວາມຮ່ວມໄມ້ຮ່ວມມື ກັບພະນັກງານແພດໜໍ ທີ່ລົງໄປເຄື່ອນໄຫວສັກຢາຢູ່ຕາມໂຮງຮຽນ, ບ້ານ ແລະ ຕາມຈຸດຕ່າງໆ ໃຫ້ບັນລຸຕາມແຜນການ ທີ່ວາງໄວ້.
ຕອນທ້າຍຄະນະປະທານ ແລະ ທິມງານແພດໜໍ ກໍ່ໄດ້ສັກຢາກັນພະຍາດ ໂຄວິດ-19 ໃຫ້ແກ່ເດັກນ້ອຍອາຍຸ 5-11 ປີ.
ຂ່າວ-ພາບ: ສຸລີຍາ ແສງເດືອນ






