ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນບ່າຍວັນທີ 11 ກຸມພາ 2022 ທີ່ກະຊວງສາທາລະນະສຸກ ໄດ້ມີພິທີມອບເຄື່ອງຊ່ວຍເຫລືອ ເພື່ອຕ້ານພະຍາດໂຄວິດ19 ຈາກກະຊວງສາທາລະນະສຸກຂອງລັດ North Rhine-Westphalia, ປະເທດເຢຍລະມັນແກ່ ສ ປປລາວ. ໂດຍການເຂົ້າຮ່ວມກ່າວຮັບໂດຍທ່ານດຣ. ໄພວັນແກ້ວປະເສີດ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ແລະກ່າວມອບໂດຍທ່ານນາງ Annette Knobloch, ເອກອັກຄະລັດຖະທູດ ສາທາລະນະລັດສະຫະພັນເຢຍລະມັນ, Dr. Ying-Ru Jacqueline LO, ຕາງຫນ້າຈາກອົງການ ອະນາໄມໂລກ, ແລະຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.
ອຸປະກອນດັ່ງກ່າວລວມມີຜ້າອັດປາກ-ດັງຈຳນວນ 300,000 ອັນ ແລະໜ້າກາກໃສຈຳນວນ 64,000 ອັນ ລວມມູນຄ່າທັງໝົດ 534,195 ໂດລາສະຫະລັດ. ການຂົນສົ່ງອຸປະກອນ ດັ່ງກ່າວ ຈາກປະເທດເຢຍລະມັນເຖິງປະເທດລາວແມ່ນໄດ້ຮັບການສະໜັບສະໜູນໂດຍ ອົງການ ອະນາໄມໂລກປະຈຳສປປລາວ.
ໃນເດືອນທີ່ຜ່ານມາ, ກະຊວງສາທາລະນະສຸກຂອງສະຫະພັນເຢຍລະມັນ(BMG) ຮ່ວມກັບອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID)ໂດຍການສະໜັບ ສະໜູນຈາກອົງການອະນາໄມໂລກ ໄດ້ມອບອຸປະກອນໄອທີ ແລະຕູ້ເຢັນສໍາລັບຂົນສົ່ງ ວັກຊີນ ໃຫ້ກະຊວງສາທາລະນະສຸກ. ອຸປະກອນຈາກກະຊວງສາທາລະນະສຸກຂອງສະຫະພັນເຢຍລະມັນ ແລະລັດNorth Rhine-Westphaliaຈະຊ່ວຍສະໜັບສະໜູນ ສ ປປລາວ ໃນການຈັດຕັ້ງ ປະຕິບັດຂະບວນການສັກຢາວັກຊີນ.
ທ່ານນາງAnnette Knobloch ເອກອັກຄະລັດຖະທູດເຢຍລະມັນກ່າວວ່າ: “ເຢຍລະມັນຍິນດີ ສະໜັບສະໜູນຢ່າງເຕັມທີ່ຕໍ່ບັນດາມາດຕະການຂອງລັດຖະບານລາວໃນການເປີດປະເທດເທື່ອລະກ້າວ. ເພື່ອເຮັດໃຫ້ການເປີດປະເທດປະສົບຜົນສຳເລັດມາດຕະການປ້ອງກັນພະຍາດໂຄວິດ 19 ແມ່ນຕ້ອງໄດ້ສືບຕໍ່ຢ່າງລະມັດລະວັງ. ການຈັດສົ່ງອຸປະກອນປ້ອງກັນຈາກເຢຍລະມັນແມ່ນແນ່ໃສ່ ປ້ອງກັນປະຊາຊົນລາວຈາກໂລກລະບາດ, ໂດຍສະເພາະຜູ້ທີ່ເຮັດວຽກຢູ່ໃນຂະແຫນງສາທາລະນະສຸກທີ່ມີບົດບາດສໍາຄັນໃນການໂຄສະນາໃນການສັກຢາປ້ອງກັນຂອງລັດຖະບານລາວ.”
ດຣ. ໄພວັນແກ້ວປະເສີດ, ຮອງລັດຖະມົນຕີກະຊວງສາທາລະນະສຸກກ່າວວ່າ:ຜ້າອັດປາກ-ດັງ ແລະໜ້າກາກໃສ ເປັນສິ່ງຈຳເປັນພື້ນຖານເພື່ອປົກປ້ອງພະນັກງານສາທາລະນະສຸກດ້ານໜ້າ ແລະຍັງຮັບປະກັນໃຫ້ກະຊວງສາທາພຽງພໍເພື່ອປ້ອງກັນພະຍາດໂຄວິດ-19. ກະຊວງສາທາລະນະສຸກມີຄວາມຍິນດີທີ່ຮຸ້ວ່າເຢຍລະມັນພ້ອມທີ່ຈະສະໜັບສະໜູນນະໂຍບາຍ ແລະມາດຕະການຂອງລັດຖະບານໃນການປ້ອງກັນພະຍາດໂຄວິດ-19, ເປັນການສະໜັບສະໜູນ ສ ປປລາວ ໃນການປ້ອງກັນພະຍາດໂຄວິດ-19 ແລະຊ່ວຍຂະແໜງສາທາລະນະສຸກຕອບໂຕ້ກັບພະຍາດໂຄວິດ-19 ຢ່າງມີປະສິດທິພາບ, ຮັກສາຊິວິດແລະກັບມາໃຊ້ຊິວິດໃນສະພາບປົກກະຕິແບບໃໝ່, ພວກເຮົາຂໍຕິລາຄາສູງຕໍ່ການຊ່ວຍເຫຼືອຄັ້ງນີ້ ແລະເຫັນວ່າເປັນການຊ່ວຍເຫຼືອທີ່ ມາຖືກເວລາ ແລະເໝາະສົມ ເຮັດໃຫ້ພວກເຮົາເຂົ້າເຖິງອຸປະກອນປ້ອງກັນຕົນເອງ. ການໂຄສະນາສັກຢາວັກຊີນຂອງລັດຖະບານລາວໄດ້ສືບຕໍ່ ຢ່າງມີຄວາມຄືບ ໜ້າ. ອີງຕາມອົງການອະນາໄມໂລກໃນວັນທີ8 ມັງກອນ 2022, ອັດຕາການສັກວັກຊີນໃນປະຊາຊົນ ລາວ ສອງເຂັມແມ່ນ 57.24% ແລະເຂັມໜຶ່ງເແມ່ນ 65.41%. ການມອບອຸປະກອນປ້ອງກັນທີ່ກະຊວງສາທາລະນະສຸກຂອງລັດ North Rhine-Westphalia, ປະເທດເຢຍລະມັນໃນຄັ້ງນີ້ ຈະຊ່ວຍສະໜັບສະໜູນນະໂຍບາຍປ້ອງກັນພະຍາດໂຄວິດ-19 ໃນປະຈຸບັນໂດຍສະເພາະເປົ້າໝາຍຂອງລັດຖະບານລາວທີ່ຈະໃຫ້ການສັກຢາກັນພະຍາດກວມປະມານ 80 ເປີເຊັນຂອງປະຊາຊົນລາວໃນທົ່ວປະເທດ.
ລັດNorth Rhine-Westphalia ແມ່ນລັດໜຶ່ງທີ່ຕັ້ງຢູ່ພາກຕາເວັນຕົກຂອງປະເທດເຢຍລະມັນ ແລະເປັນລັດທີ່ມີປະຊາກອນຫຼາຍທີ່ສຸດໃນປະເທດເກືອບ 18 ລ້ານຄົນ. ລັດດັ່ງກ່າວແມ່ນໜຶ່ງໃນບັນດາລັດທີ່ມີພື້ນຖານເສດຖະກິດທີ່ດີ ໃນພາກພື້ນເອີລົບ. ລັດNorth Rhine-Westphalia ຍັງເປັນທີ່ຕັ້ງ ຂອງສະມາຄົມມິດຕະພາບເຢຍລະມັນ-ລາວເຊິ່ງໄດ້ຮ່ວມມືຢ່າງແໜ້ນແຟ້ນມາເປັນເວລາຫຼາຍປີ ກັບສະມາຄົມມິດຕະພາບລາວ-ເຢຍລະມັນປະຈໍາສປປລາວ. ສະມາຄົມດັ່ງກ່າວໄດ້ພະຍາຍາມຊຸກຍູ້ ແລະລົງເລິກການພົວພັນລະຫວ່າງປະເທດເຢຍລະມັນ ແລະ ສ ປປລາວ.