ສະຫາຍ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ທີ່ຈັດຂຶ້ນໃນວັນທີ 24 ສິງຫານີ້ ທີ່ຫ້ອງປະຊຸມໃຫຍ່ຂອງ ຄອສພ ເພື່ອເປັນທິດຊີ້ນຳແກ່ຄະນະພັກ ແລະ ພະນັກງານໂຄສະນາອົບຮົມສູນກາງພັກ. ສະຫາຍ ໄດ້ເນັ້ນໜັກ 7 ບັນຫາສໍາຄັນ ຄື:
1. ສ້າງການຫັນປ່ຽນຢ່າງແຂງແຮງ ທາງດ້ານເນື້ອໃນ ແລະ ຮູບການ ໃນການເຄື່ອນ ໄຫວວຽກງານໂຄສະນາອົບຮົມ ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເປັນຕົ້ນແມ່ນ ການເຜີຍແຜ່ເນື້ອໃນ ຂອງມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຊຶ່ງໄດ້ເລີ່ມມີໜໍ່ແໜງການຫັນປ່ຽນໃນແບບວິທີການເຜີຍແຜ່ມາແລ້ວ ແລະ ເອກະສານ ທີ່ກົມການເມືອງສູນກາງພັກມອບໃຫ້ບັນດາສະຫາຍກະກຽມເຜີຍແຜ່ອົບຮົມໃນຮູບແບບໃໝ່ ໄດ້ເກີດຂຶ້ນແລ້ວ, ຂໍໃຫ້ສືບຕໍ່ປັບປຸງປ່ຽນແປງ ໄປຕາມແຕ່ລະເປົ້າໝາຍ ແລະ ສົມບູນ ແທດຕົວຈິງກັບກາລະເທສະ.
2. ຢາກເຮັດວຽກງານສຶກສາອົບຮົມໃຫ້ມີຄຸນນະພາບສູງ, ບັນດາສະຫາຍຕ້ອງກຳໄດ້ແນວຄິດຈິດໃຈ, ຈິດຕະສາດ, ຄວາມຂັດຂ້ອງໝອງໃຈ, ຄວາມມຸ່ງມາດປາຖະໜາ ຂອງປະຊາຊົນ ແລະ ຊັ້ນຄົນຕ່າງໆໃນ ສັງຄົມ ໃຫ້ເລິກເຊິ່ງ. ຈາກນັ້ນ, ກໍຮີບຮ້ອນຈັດສັນເນື້ອໃນແນວທາງ ແລະ ແບບແຜນສຶກສາອົບຮົມ ແລະ ເປົ້າໝາຍຕ່າງໆໃຫ້ຖືກຕ້ອງ ສອດຄ່ອງກັບຈຸດພິເສດນັ້ນໆ.
3. ເພື່ອຕອບຕ້ານບັນດາກົນອຸບາຍ, ເລ່ລ່ຽມ ຂອງກຸ່ມຄົນທີ່ບໍ່ຫວັງດີ, ຜູ້ເຮັດວຽກໃນແນວຮົບ ແນວຄິດ ຕ້ອງກຳໄດ້ຈຸດພິເສດ, ຈຸດອ່ອນ, ຈຸດແຂງ ຂອງພວກເຂົາເຫຼົ່ານັ້ນ ເມື່ອມີແຜນຮັບມືຢ່າງເດັດດ່ຽວ, ຖືກຕ້ອງ, ເໝາະສົມຕາມສະຖານະການ, ໃນນັ້ນ, ຕ້ອງທັນການ, ແຕ່ຕ້ອງ ເຕັມໄປດ້ວຍຄວາມຮອບຄອບ, ແນບນຽນ, ແຫຼມຄົມ, ຖືກເປົ້າໝາຍ ແລະ ກ້າວໄປເຖິງ ໃຫ້ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.
4. ຕໍ່ວຽກງານໂຄສະນາ ການອອກແບບໂຄສະນາດ້ວຍຫຼາຍຮູບຫຼາຍສີ, ແຕ່ໃຫ້ຮັບ ປະກັນຄວາມເລິກເຊິ່ງ, ກວ້າງຂວາງ ແມ່ນມີຄວາມຈໍາເປັນໃນສັງຄົມປັດຈຸບັນ. ພວກເຮົາສາມາດນໍາໃຊ້ສື່ມວນຊົນຢ່າງກວ້າງຂວາງ ແລະ ຫຼາກຫຼາຍທີ່ເປັນພາຫະນະສໍາຄັນ ທີ່ສັງຄົມຕ້ອງການທີ່ເປັນຊີວິດປະຈໍາວັນຂອງເຂົາເຈົ້າຢູ່ນັ້ນ ໃຫ້ມີຫຼາຍຮູບຫຼາຍສີກວ່າເກົ່າ. ນອກນັ້ນ, ກໍມີການຈັດປາຖະກະຖາ, ສໍາມະນາຜ່ານອົງການຈັດຕັ້ງຕ່າງໆ, ສ້າງເປັນເອກະສານໂຄສະນາ, ອົບຮົມທີ່ມີເນື້ອໃນເລິກເຊິ່ງ ແຕ່ໃຫ້ມີຊີວິດຊີວາ ທີ່ດຶງດູດຄວາມສົນໃຈຂອງແຕ່ລະເປົ້າໝາຍ. ຖ້າເປັນໄປໄດ້ ຂ້າພະເຈົ້າສະເໜີໃຫ້ຄະນະໂຄ ສະນາອົບຮົມມີພາຫະນະເປັນສື່ທີ່ຂຶ້ນກັບຕົນເອງ ເຊັ່ນ: ໜັງສືພິມ, ວິທະຍຸກະຈາຍສຽງ, ໂທລະພາບ, ວາລະສານຕ່າງໆ ລວມທັງສ້າງເງື່ອນໄຂໃຫ້ສາມາດນໍາໃຊ້ສື່ອອນລາຍ ໃຫ້ເປັນ ຂອງຕົນເອງທີ່ເປັນປະໂຫຍດໃນການເຮັດໜ້າທີ່ເປັນພາຫະນະໃນການໂຄສະນາອົບຮົມ.
5. ຄະນະໂຄສະນາອົບຮົມສູນກາງພັກ ຕ້ອງເປັນເຈົ້າການປະສານສົມທົບກັບຄະນະສະພາທິດສະດີສູນກາງພັກ, ສະຖາບັນຕ່າງໆ ສືບຕໍ່ ຄົ້ນຄວ້າທາງດ້ານທິດສະດີ ແລະ ສະຫຼຸບພຶດຕິກໍາຂອງພັກ; ພົວພັນໃກ້ຊິດ, ແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາ ກັບບັນດາພັກອ້າຍນ້ອງ ເພື່ອຊ່ວຍກົມການເມືອງ, ຄະນະບໍລິຫານງານສູນກາງພັກ ວາງແນວທາງນະໂຍ ບາຍຂອງພັກ ໃນຊຸມປີຕໍ່ຫໜ້ານີ້, ໃຫ້ຖືກ ຕ້ອງສອດຄ່ອງກັບສະພາບການແຫ່ງຄວາມຮຽກຮ້ອງຕ້ອງການ ທີ່ແທ້ຈິງ.
6. ປັບປຸງພາລະບົດບາດ ແລະ ກົງຈັກການຈັດຕັ້ງ ຂອງຄະນະໂຄສະນາອົບຮົມສູນກາງພັກຄືນໃໝ່ໃຫ້ກະທັດຮັດ, ໜັກແໜ້ນ, ເຂັ້ມແຂງ, ສົມຄູ່ກັບບົດບາດ ແລະ ຄວາມສໍາຄັນຂອງວຽກງານໃນໄລຍະໃໝ່.
7. ເພີ່ມທະວີການຄຸ້ມຄອງດ້ານລະບຽບວິໄນ ຢູ່ພາຍໃນການຈັດຕັ້ງ ຂອງອົງຄະນະພັກ ຕິດພັນກັບການສະກັດກັ້ນ ຕີຖອຍບັນດາປະກົດການຫຍໍ້ທໍ້ ໄປຄຽງຄູ່ກັບຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ແກ່ຖັນແຖວພະນັກ ງານ-ສະມາຊິກພັກ ເປັນກຸນແຈສຳຄັນໃຫ້ແກ່ການຮັບປະກັນໜ້າວຽກ ທີ່ວາງໄວ້ໃນກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນລະບົບ, ຕໍ່ເນື່ອງ, ແຂງແຮງ, ເປົ້າໝາຍໜຶ່ງທີ່ສໍາຄັນທີ່ຜູ້ເຮັດ ວຽກໂຄສະນາອົບຮົມ, ເຮັດວຽກຄົ້ນຄວ້າທິດສະດີ ແລະ ພຶດຕິກໍານັ້ນ, ແມ່ນການຫັນປ່ຽນຄວາມຄິດ, ຫັນປ່ຽນຄ່ານິຍົມ ແລະ ຫັນປ່ຽນວິຖີຊີວິດຂອງຄົນ, ຂອງສັງຄົມ ໃນຍຸກແຫ່ງການປ່ຽນແປງໃໝ່ ຫຼື ຍຸກໂຄວິດ-19 ຫຼື ຫຼັງຈາກນີ້ຕໍ່ໄປ ໃຫ້ກ້າວໜ້າຕໍ່ໄປ, ສິ່ງສໍາຄັນທີ່ສຸດ ແມ່ນຄ່າ ນິຍົມຂອງສັງຄົມ-ຂອງຊາວໜຸ່ມວຽກງານໂຄສະນາອົບຮົມເຮົາຈະຮັບມື ແລະ ກະທົບໃສ່ແນວໃດ.
Cr: ບຸນຕຽງ ຈັນທະວົງ
Loading...