ໃນວັນທີ 29 ມິຖຸນາ 2021, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະ ນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມກອງປະຊຸມໂຕະມົນ ລະຫວ່າງ ພັກຣັດເຊຍເອກະພາບ ແລະ ພັກການເມືອງຂອງປະເທດອາຊຽນ ຜ່ານຮູບແບບວີດີໂອທາງໄກ ໂດຍການເປັນເຈົ້າພາບຂອງ ພັກຣັດເຊຍເອກະພາບ ພາຍໃຕ້ຫົວຂໍ້: “ບົດບາດຂອງບັນດາກຳລັງການເມືອງ ທີ່ມີຄວາມຮັບຜິດຊອບຂອງຣັດເຊຍ ແລະ ບັນ ດາປະເທດອາຊຽນ ໃນການເສີມສ້າງໂຄງສ້າງດ້ານຄວາມໝັ້ນຄົງ ແລະ ການຮ່ວມມືໃນພາກພື້ນອາຊີ-ປາຊີຟິກ”.
ກອງປະຊຸມຄັ້ງນີ້, ຈັດຂຶ້ນໃນໂອກາດການສະເຫລີມສະຫລອງຄົບຮອບ 25 ປີ ການເປັນຄູ່ຮ່ວມອາຊຽນ-ຣັດເຊຍ, ເຊິ່ງເປັນຂີດໝາຍສຳຄັນແຫ່ງການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືດ້ານພັກ ລະຫວ່າງ ພັກການເມືອງປະເທດອາຊຽນ ແລະ ພັກຣັດເຊຍເອກະພາບ ເພື່ອປະກອບສ່ວນຊຸກຍູ້ການຮ່ວມມືດ້ານລັດ ລະຫວ່າງ ອາຊຽນ ແລະ ຣັດເຊຍ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆ ແລະ ເສີມຂະຫຍາຍການຮ່ວມມືທີ່ເປັນຮູບປະທຳ ໃນພາກພື້ນອາຊີ-ປາຊີຟິກ. ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ, ມີປະທານພັກຣັດເຊຍເອກະພາບ ແລະ ການນໍາຂັ້ນສູງສຸດຈາກ 6 ພັກການເມືອງຂອງປະເທດອາ ຊຽນ.
ສະຫາຍ ທອງລຸນ ສີສຸລິດ ໄດ້ປະກອບຄຳ ເຫັນໃນກອງປະຊຸມຄັ້ງນີ້, ໂດຍໄດ້ຕີລາຄາສູງ ແລະ ຊົມເຊີຍການຈັດກອງປະຊຸມຄັ້ງນີ້ ພັກຣັດເຊຍເອກະພາບ; ສະແດງຄວາມປິຕິຍິນດີທີ່ການພົວພັນຮ່ວມມື ອາຊຽນ-ຣັດເຊຍ ຕະຫລອດໄລຍະຜ່ານມາ ໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ, ມີປະສິດທິຜົນ ແລະ ນັບມື້ນັບເຂົ້າສູ່ລວງເລິກ, ບັນລຸໄດ້ຜົນສໍາເລັດທີ່ໜ້າເພິ່ງພໍໃຈຫລາຍດ້ານ ລວມທັງດ້ານການເມືອງ ແລະ ຄວາມໝັ້ນຄົງ, ປະກອບສ່ວນສຳຄັນເຂົ້າໃນການຄໍ້າປະກັນຄວາມໝັ້ນຄົງ ແລະ ການຮ່ວມມື ໃນພາກພື້ນອາຊີ-ປາຊີຟິກ; ເນັ້ນໜັກເຖິງຄວາມຮັບຜິດຊອບ ແລະ ຄວາມມຸ່ງມາດປາຖະໜາຂອງບັນດາປະເທດ ແລະ ພັກການເມືອງໃນພາກພື້ນ ໃນການຮັບປະກັນ ແລະ ເສີມຂະຫຍາຍຄວາມໝັ້ນຄົງ ແລະ ສົ່ງເສີມການຮ່ວມມືໃນພາກພື້ນ ທັງໃນສະເພາະໜ້າ ແລະ ຍາວນານ. ພ້ອມນີ້, ຍັງໄດ້ສະແດງຄວາມພາກພູມໃຈທີ່ເຫັນວ່າ ການພົວພັນ ລາວ – ຣັດເຊຍ ກໍຄື ການພົວພັນລະຫວ່າງພັກ ປປ ລາວ ແລະ ພັກຣັດເຊຍເອກະພາບ, ເຊິ່ງເປັນການພົວພັນມິດຕະພາບທີ່ມີມູນເຊື້ອມາຍາວນານ ແລະ ມີການຮ່ວມມືທີ່ດີ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ, ການຊ່ວຍເຫລືອກັນ ແລະ ການເປັນຄູ່ຮ່ວມມືຍຸດທະສາດດ້ານຄວາມໝັ້ນຄົງ ໃນພາກພື້ນອາຊີ-ປາຊີຟິກນັ້ນ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ມີບາດກ້າວໃໝ່ທີ່ຕັ້ງໜ້າໃນຫລາຍຂົງເຂດ ເປັນຕົ້ນແມ່ນຂົງ ເຂດການເມືອງ ແລະ ຄວາມໝັ້ນຄົງ; ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ການເພີ່ມທະວີການພົວພັນຮ່ວມມື ລາວ-ຣັດ ເຊຍ ຂຶ້ນສູ່ລະດັບໃໝ່ທີ່ສູງກວ່າເກົ່າໃນຕໍ່ໜ້າ ຈະນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ສອງຝ່າຍ ກໍ່ຄື ການຮ່ວມມືອາຊຽນ-ຣັດ ເຊຍ; ຢືນຢັນຄວາມໝາຍໝັ້ນຂອງພັກ ແລະ ລັດຖະບານ ສປປ ລາວ ໃນການສືບຕໍ່ຮ່ວມມືໃນຂົງເຂດຕ່າງໆ ໂດຍສະເພາະແມ່ນຂົງເຂດການເມືອງ-ຄວາມໝັ້ນຄົງ ກັບບັນດາພັກການເມືອງໃນອາຊຽນ, ພັກຣັດເຊຍເອກະພາບ ແລະ ພັກການເມືອງອື່ນໆໃນໂລກ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ຢູ່ບັນດາປະເທດໃນພາກພື້ນ ແລະ ໃນໂລກ.
ບັນດາຜູ້ແທນກອງປະຊຸມ, ໄດ້ຮັບຮອງເອົາຖະແຫລງການສຸດທ້າຍຂອງກອງປະຊຸມ ເຊິ່ງໄດ້ເຫັນດີຍົກສູງບົດບາດຂອງບັນດາພັກການເມືອງຂອງປະເທດອາຊຽນ ແລະ ພັກຣັດເຊຍເອກະພາບ ໃນການເພີ່ມທະວີການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງໃນພາກພື້ນອາຊີ-ປາຊີຟິກ; ຊຸກຍູ້ການຮ່ວມມືລະຫວ່າງບັນດາພັກການເມືອງ ແລະ ລະຫວ່າງບັນດາລັດໃນຫລາຍລະດັບ ເພື່ອຮ່ວມກັນປະເຊີນໜ້າກັບສິ່ງທ້າທາຍລວມຂອງພາກພື້ນ ແລະ ສາກົນ ໂດຍສະເພາະ ແມ່ນການຕໍ່ສູ້ກັບພະຍາດໂຄວິດ-19, ສິ່ງທ້າທາຍຂອງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ຄອມພິວເຕີ; ເຫັນດີສຶກສາຄວາມເປັນໄປໄດ້ໃນການຮ່ວມມືເພື່ອຮັບປະກັນຄວາມໝັ້ນຄົງສາກົນ, ເຊິ່ງກວມເອົາບັນຫາເຕັກໂນໂລຊີຂໍ້ມູນຂ່າວ ສານ ແລະ ໂທລະຄົມມະນາຄົມ, ຄວາມໝັ້ນຄົງທາງດ້ານສະບຽງອາຫານ, ການປົກປັກຮັກສາສິ່ງ ແວດລ້ອມ, ການນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງສົມເຫດສົມຜົນ, ການທ່ອງທ່ຽວ, ມະນຸດສະທໍາ ແລະ ອື່ນໆ.
ພາບ: ເກດສະໜາ
Loading...