ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 8 ສິງຫາ ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ພົບປະຜ່ານວິດີໂອທາງໄກກັບ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ປະທານພັກປະຊາຊົນ ກໍາປູເຈຍ ນາຍົກລັດຖະມົນຕີກໍາປູເຈຍ.
ການພົບປະຄັ້ງນີ້ແມ່ນການປະຕິບັດຕາມກົນໄກການຮ່ວມມື ລະຫວ່າງ ພັກປະ ຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກໍາປູເຈຍ. ໃນໂອກາດດັ່ງກ່າວ, ສະຫາຍເລຂາທິການໃຫຍ່ ໄດ້ສະແດງຄວາມປິຕິຍິນດີຕໍ່ການພົບປະ ລະຫວ່າງ ສອງຝ່າຍ, ພ້ອມທັງໄດ້ແຈ້ງສະພາບການພົ້ນເດັ່ນພາຍໃນປະເທດ ກໍຄືສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍໃຫ້ຄວາມສົນໃຈ, ນອກນັ້ນ, ສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ພັກປະຊາຊົນ ກໍາປູເຈຍ ທີ່ໄດ້ໄຊຊະນະຢ່າງໃຫຍ່ຫຼວງໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VII ທີ່ຜ່ານມາ. ສອງຝ່າຍ, ໄດ້ເອກະພາບກັນຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ຄວາມສາມັກຄີ ຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ.
ໃນໂອກາດທີ່ກໍາປູເຈຍ ກໍາລັງປັບປຸງຄະນະລັດຖະບານຊຸດໃໝ່ ໂດຍຈະມີ ທ່ານ ຮຸນ ມາແນດ ເປັນນາຍົກລັດຖະມົນຕີ, ສະຫາຍເລຂາທິການໃຫຍ່ ພັກ ປປ ລາວ ປະທານປະເທດ ໄດ້ສະແດງຄວາມຊົມເຊີຍ ແລະ ສະແດງຄວາມຍິນດີຈະໃຫ້ການສະໜັບສະໜູນລັດຖະບານກໍາປູເຈຍຊຸດໃໝ່ ເພື່ອສືບຕໍ່ປະຕິບັດມູນເຊື້ອການຮ່ວມມື ລະຫວ່າງ ສອງພັກ ກໍຄື ລະຫວ່າງ ສອງລັດຖະບານ, ຕີລາຄາສູງ ຕໍ່ບັນດາຜົນສໍາເລັດອັນພົ້ນເດັ່ນທີ່ ພັກ, ລັດ ແລະ ປະຊາຊົນກໍາປູເຈຍ ຍາດມາໄດ້ໃນການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດຂອງຕົນ, ພ້ອມທັງເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ-ນຳພາອັນເຂັ້ມແຂງຂອງ ພັກປະຊາຊົນກຳປູເຈຍ ອັນມີ ສົມເດັດ ເຕໂຈ ຮຸນແຊນ ເປັນຜູ້ນໍາພາ, ພັກ-ລັດຖະບານ ແລະ ປະຊາຊົນກຳປູເຈຍ ຈະສາມາດຍາດໄດ້ໄຊຊະນະໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ກ້າວໄປສູ່ຄວາມຈະເລີນວັດທະນາ.
ສົມເດັດ ເຕໂຈ ຮຸນແຊນ ໄດ້ສະແດງຄວາມຂອບໃຈຕໍ່ການແຈ້ງສະພາບພົ້ນເດັ່ນພາຍໃນຂອງ ສປປ ລາວ ແລະ ຕີລາ ຄາສູງຕໍ່ຜົນສໍາເລັດຂອງພັກ, ລັດ ແລະ ປະຊາຊົນລາວ ໃນການນໍາພາ-ຊີ້ນໍາ ປະຊາຊົນລາວບັນດາເຜົ່າ ໃນການສ້າງສາພັດທະນາປະເທດຊາດ; ໃນໂອກາດດັ່ງກ່າວ, ສົມເດັດ ຍັງໄດ້ແຈ້ງໃຫ້ຝ່າຍລາວຊາບ ກ່ຽວກັບສະພາບການພົ້ນເດັ່ນພາຍໃນພັກ, ພາຍໃນປະເທດກໍາປູເຈຍ, ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ກໍຄື ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອມາແຕ່ດົນນານ ແລະ ການພົວພັນແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ລາວ-ກໍາປູເຈຍ ຈົ່ງໄດ້ຮັບການເສີມຂະຫຍາຍ ແລະ ແຕກອອກອອກຜົນເປັນກ້າວໆມາ.
ການພົບປະທາງໄກຄັ້ງນີ້ ສອງຝ່າຍໄດ້ປຶກສາຫາລື ແລະ ມີຄວາມເປັນເອກະພາບ ກ່ຽວກັບ ທິດທາງແຜນການການຮ່ວມມືໃນຕໍ່ໜ້າ ລະຫວ່າງ ພັກ ປປ ລາວ ແລະ ພັກປະຊາຊົນກຳປູເຈຍ ໃຫ້ກ້າວເຂົ້າສູ່ລ່ວງເລິກຢ່າງຕໍ່ເນື່ອງ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ກໍາປູເຈຍ.
ຂ່າວ: ຄຕພ, ພາບ: ສຳນານ